spot_img
Homeຂ່າວການສຶກສາ10 ຂໍ້ທີ່ຄວນຮູ້ເພື່ອຈະບໍ່ພາດໃນການຂໍທຶນໄປຮຽນຕໍ່ຕ່າງປະເທດ

10 ຂໍ້ທີ່ຄວນຮູ້ເພື່ອຈະບໍ່ພາດໃນການຂໍທຶນໄປຮຽນຕໍ່ຕ່າງປະເທດ

Published on

ວັນນີ້ເຮົາມີຂໍ້ມູນເດັດໆ ມາໃຫ້ຄົນທີ່ຢາກຮຽນຕໍ່ຕ່າງປະເທດໄດ້ສຶກສາກັນໄວ້ກ່ອນ ເພື່ອຈະບໍ່ພາດໃນການຂໍທຶນ ພວກເຮົາເລີຍມີ 10 ຂໍ້ທີ່ຄວນຮູ້ເພື່ອຈະບໍ່ພາດໃນການຂໍທຶນໄປຮຽນຕໍ່ຕ່າງປະເທດ ມາຝາກກັນ

1. ຢ່າໃສ່ຂໍ້ມູນຜິດລົງໃບສະໝັກ: ກ່ອນທີ່ເຮົາຈະຕອບຄຳຖາມແຕ່ລະຂໍ້ຕ້ອງອ່ານດີໆ ອ່ານໃຫ້ເຂົ້າໃຈຄັກໆແລ້ວຈິ່ງຄ່ອຍຕອບ

2. ບໍ່ຍອມຮັບຜິດຊອບໃນການສະໝັກຮຽນເອງ: ຖືເປັນເລື່ອງສຳຄັນຢ່າໃຫ້ບຸກຄົນອື່ນເຮັດແທນ, ຕິດຕໍ່ແທນ ເພາະນີ້ເລື່ອງນີ້ເຈົ້າຈະຕ້ອງເປັນຄົນຂຽນເອງ, ຕິດຕາມເອງ ແລະ ພະຍາຍາມເຮັດໃຫ້ແບບຟອມນັ້ນສົມບູນແບບທີ່ສຸດ ເພື່ອສະແດງຄວາມຈິງໃຈໃຫ້ພວກເຂົາໄດ້ເຫັນວ່າເຈົ້າຢາກເຂົ້າຮຽນນຳວິທະຍາໄລພວກເຂົາແທ້

3. ຊີວະປະຫວັດຢ່າມີຄວາມຍາວເກີນໄປ: ຂໍສັ້ນໆໜ້າດຽວແຕ່ມີເນື້ອໃນຊັດເຈນ ເຂົ້າໃຈງ່າຍ

4. ເອກະສານລາຍລະອຽດຢ່າພິມຜິດພິມຖືກ: ຜູ້ທີ່ຈະສະໝັກເຂົ້າຮຽນຕໍ່ທີ່ຕ່າງປະເທດການຂຽນເປັນສິ່ງສຳຄັນຫຼາຍ ເພາະນີ້ກໍ່ແມ່ນສິ່ງໜຶ່ງທີ່ພວກເຂົາພິຈາລະນາ

5. ຢ່າສົ່ງໃບສະໝັກໃນວັນສຸດທ້າຍ: ນັກສຶກສາຫຼາຍຄົນມັກສົ່ງໃບສະໝັກໃນວັນສຸດທ້າຍ ເຊິ່ງເປັນຂໍ້ຜິດພາດພໍສົມຄວນ ເພາະພວກເຂົາຈະເບິ່ງວ່າທ່ານສົນໃຈສະໝັກທຶນນີ້ຫຼາຍໜ້ອຍພຽງໃດ ສະນັ້ນການສົ່ງກ່ອນກຳນົດໄວເທົ່າໃດຍິ່ງດີ

6. ຢ່າຂຽນ Essay ຊ້ຳໆ
ໃນການຂຽນ Essay ປະກອບເຂົ້າໃນການສະໝັກຮຽນຕໍ່ ຫຼາຍຄົນມັກເຮັດຜິດພາດບ່ອນທີ່ວ່າ ຂຽນເລື່ອງລາວວົນໄປວຽນມາ

7. ຕ້ອງຖາມຄຳຖາມໃຫ້ຖືກວິທີ
ກ່ອນການໄດ້ຮັບເລືອກເຂົ້າຮຽນ ຄະນະກຳມະການຈະເປີດໂອກາດໃຫ້ຜູ້ສະໝັກໄດ້ມີໂອກາດຖາມໃນເລື່ອງທີ່ຢາກຮູ້ ເຮົາຄວນເລືອກຖາມເລື່ອງຄວາມສຳຄັນຂອງວິທະຍາໄລ, ວັດທະນະທຳ, ການໃຊ້ຊີວິດເວລາຮຽນ ແບບນີ້ເປັນຕົ້ນ

8. ຕ້ອງຂຽນໃຫ້ຮູ້ວ່າເຮົາຢາກເຂົ້າຮຽນ
ການຂຽນເຖິງມະຫາວິທະຍາໄລທີ່ເຮົາກຳລັງສະໝັກຮຽນ ພ້ອມທັງບອກເຫດຜົນຂອງເຮົາ ຮວມທັງຂໍ້ດີຂອງສະຖາບັນທີ່ເໝາະສົມກັບເຮົາ ເຮັດໃຫ້ໃບສະໝັກຂອງເຮົາໂດດເດັ່ນ ແລະ ເປັນເອກະລັກ ແລະ ບໍ່ຄວນທີ່ສຸດທີ່ຈະຂຽນຮູບແບບດຽວໃຫ້ສາມາດໃຊ້ໄດ້ກັບທຸກສະຖາບັນ ເພາະມັນຈະກາຍເປັນໃບສະໝັກທຳມະດານັ້ນເອງ

9. ຢ່າເນັ້ນໄປທີ່ຫຼາກຫຼາຍກິດຈະກຳຈົນເກີນໄປ
ແນ່ນອນວ່າການເຂົ້າຮຽນມະຫາວິທະຍາໄລ ຈະມີຫຼາກຫຼາຍກິດຈະກຳໃຫ້ເຮົາເຮັດ ແລະ ຫຼາຍຄົນກໍ່ເຮັດໄດ້ຫຼາຍຢ່າງ ແຕ່ຄະນະກຳມະການຕ້ອງການທີ່ຈະເຫັນຜູ່ສະໝັກສະແດງຄວາມຕັ້ງໃຈ ຄວາມສົນໃຈໃນກິດຈະກຳທີ່ຕົນມັກທີ່ສຸດເທົ່ານັ້ນ

10. ຕ້ອງຂຽນໃຫ້ຜ່ານທຸກຫົວຂໍ້
ກ່ອນທີ່ຈະສົ່ງໃບສະໝັກເຂົ້າຂໍທຶນຮຽນ ທ່ານຕ້ອງກວດເບິ່ງຄັກໆ ເບິ່ງໃຫ້ແນ່ໃຈຢ່າໃຫ້ມີຂໍ້ຜິດພາດໃດ ຢ່າລືມວ່າບໍ່ແມ່ນມີແຕ່ເຮົາທີ່ຕ້ອງການທຶນ ການແຂ່ງຂັນມີສູງ ສະນັ້ນເຮົາຕ້ອງມີທັງຄວາມຮູ້ ແລະ ຄວາມຮອບຂອບອີກດ້ວຍ

 

ທີ່ມາ: http://www.wegointer.com/2013/10/10

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...