Homeນານາສາລະຊ່ວຍ​ກັນ​ສ້າງ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ ຕາມ​ເສັ້ນທາງ​ກາງ​ນະຄອນຫລວງ

ຊ່ວຍ​ກັນ​ສ້າງ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ ຕາມ​ເສັ້ນທາງ​ກາງ​ນະຄອນຫລວງ

Published on

ຫລາຍຄົນອາດຈະຍັງຈື່ ຕອນທີ່ປະເທດເຮົາເປັນເຈົ້າພາບ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 10 ທ້າຍປີ 2004, ການຈັດສັນ ຄວາມເປັນລະບຽບຮຽບຮ້ອຍຕາມເສັ້ນທາງ, ເຮືອນຊານບ້ານຊ່ອງ, ຮ້ານຄ້າ… ແຄມທາງ ຢູ 4 ເມືອງ ໃນນະຄອນຫລວງວຽງຈັນ ປະຕິບັດໄດ້ດີ ເຊິ່ງໄດ້ຖືເອົາການປຸກລະດົມ ການມີສ່ວນຮ່ວມໃນທົ່ວສັງຄົມ; ພ້ອມດຽວກັນ ກໍ່ມີມາດຕະການຕໍ່ບ່ອນທີ່ບໍ່ໃຫ້ຄວາມຮ່ວມມື ເປັນຕົ້ນການຕໍ່ເທີບ ຕໍ່ຮ້ານແຄມທາງໃຫຍ່ທີ່ບໍ່ຖືກລະບຽບ ຫລື ບໍ່ຈົບງາມ. ສິ່ງທີ່ເຮົາພາກັນໄດ້ ແມ່ນຄວາມເປັນລະບຽບຮຽບຮ້ອຍຈົບງາມ ເປັນໃບໜ້າໃບຕາຂອງປະເທດ ແລະ ຖືກຍ້ອງຍໍຈາກຜູ້ແທນທີ່ມາຮ່ວມກອງປະຊຸມ.

ປີ 2016, ປະເທດເຮົາ ໃນນາມປະທານອາຊຽນ ກໍ່ໄດ້ເຮັດສຳເລັດໜ້າທີ່ຢ່າງສະຫງ່າງາມ ໃນການ​ເປັນເຈົ້າພາບຈັດກອງປະຊຸມ ໃນລະດັບຕ່າງໆ ຜ່ານມາຫລາຍເດືອນ ເປັນຕົ້ນກອງປະຊຸມດ້ານການເມືອງ–ຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທຳ–ສັງຄົມ, ການຕ່າງປະເທດ ແລະ ພວມກະກຽມ ເປັນເຈົ້າພາບກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ໃນເດືອນກັນຍາທີ່ຈະເຖິງນີ້. ຄຽງຄູ່ກັບການກະກຽມດ້ານເນື້ອໃນ ກໍ່ຄືສະຖານທີ່ ແລະ ຄວາມພ້ອມດ້ານຕ່າງໆນັ້ນ, ນະຄອນຫລວງວຽງຈັນ ເຊິ່ງຈະເປັນບ່ອນຈັດປະຊຸມຕົວຈິງ ກໍ່ພວມອອກແຮງປຸກລະດົມທົ່ວປວງຊົນ ເຂົ້າຮ່ວມເປັນເຈົ້າພາບກອງປະຊຸມໃນຄັ້ງນີ້ ໃຫ້ສຳເລັດຕາມຄາດໝາຍ ທີ່ວາງໄວ້ທຸກປະການ.

ຢ່າງໃດກໍ່ຕາມ ເພື່ອເປັນການປະກອບສ່ວນ ໃຫ້ແກ່ການກະກຽມຮັບຕ້ອນ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ນີ້, ພ້ອມໆກັບສິ່ງທີ່ພວກເຮົາປະຕິບັດໄດ້ດີນັ້ນ ກໍ່ມີບາງຄວາມເຫັນທີ່ກອງບັນນາທິການ ໜັງສືພິມປະເທດລາວ ໄດ້ຮັບຈາກຜູ້ອ່ານຫລາຍຄົນ ແມ່ນຢາກໃຫ້ເອົາໃຈໃສ່ຕື່ມອີກ ວຽກໜຶ່ງແມ່ນການຈັດສັນ ຄວາມເປັນລະບຽບຮຽບຮ້ອຍຕາມເສັ້ນທາງຫລວງ ເຊັ່ນ ການຈອດລົດແຄມທາງ ຢ່າງບໍ່ເປັນລະບຽບ (ຜິດກົດໝາຍຈະລາຈອນ) ເຊິ່ງຄວນດັດປັບແຕ່ດຽວນີ້, ບັນຫາການຈອດລົງຕາມໃຈ ໃນຫລາຍໆບ່ອນ ຢູ່ຕາມບາງເສັ້ນທາງຖືກປ່ອຍປະມາດົນ, ອາດຈະກາຍເປັນບັນຫາຊໍາເຮື້ອ ແກ້ຍາກໃນອະນາຄົດໄດ້. ບາງເສັ້ນທາງ ເຖິງວ່າບໍ່ໄດ້ຢູ່ໃນເປົ້າໝາຍ ການໃຊ້ຂອງຂະບວນລົດຄະນະຜູ້ແທນກອງປະຊຸມ, ແຕ່ກໍ່ເຫັນສົມຄວນຕ້ອງຈັດໃຫ້ມີຄວາມເປັນ ລະບຽບຈົບງາມ. ທຸກບັນຫາຖ້າປະໄວ້ດົນ ກໍ່ອາດເປັນຄືຄຳບູຮານວ່າ  “ນົກ ລຶ້ງ ຜຽກ”. ຕົວຢ່າງການຈອດລົດຍາມແລງ–ຄໍ່າຄືນ ຖະໜົນເສດຖາທິລາດ, ແຖວໃກ້ວັດອົງຕື້, ຖະໜົນກຳແພງເມືອງ ແຖວບ້ານວຽງຈະເລີນ, ຖະໜົນດົງປ່າລານ, ຖະໜົນຄູວຽງ ເຂດຕະຫລາດຂົວດິນ (ນັບທັງການຈອດລົງຂາຍຫມາກໄມ້… ຕາມແຄມທາງ ແຕ່ໜ້າວຽງຈັນເຊັນເຕີ ຮອດວົງວຽນສາມແຍກສາລາແດງ–ພະໂພ–ພະໄຊ…) ແລະ ອື່ນໆ. ອີກບ່ອນໜຶ່ງ ແມ່ນສາມແຍກໄຟອຳນາດ ໂພນສີນວນ–ໂພນສະຫວັນ ເມືອງສີສັດຕະນາກ, ຫ່າງຈາກເສົາໄຟອຳນາດບໍ່ຮອດ 50 ແມັດ(ເບື້ອງບ້ານໂພນສະຫວັນ) ມີຮ້ານສ້ອມແປງເຄື່ອງໃຊ້ໄຟຟ້າ ມີລົດກະບະເປ່ເພ ຄັນໜຶ່ງຈອດຄາບທາງຍ່າງໄວ້  ແນວນັ້ນມາຕົ້ນປີ 2016 ບໍ່ມີຫຍັງປ່ຽນແປງ, ເຫັນແລ້ວບໍ່ງາມຕາແທ້ໆ, ທັງທີ່ຢູ່ໃກ້ກັບຈຸດໄຟອຳນາດ.

ຈຶ່ງຂໍແລກປ່ຽນຄໍາເຫັນວ່າ ຄວນເອົາໃຈໃສ່ຕື່ມ ໃນການຈັດສັນຄວາມເປັນລະບຽບຈົບງາມ ຕາມເສັ້ນທາງຕ່າງໆ ແລະ ການສ້າງຄວາມສວຍງາມ ຕາມແຄມທາງຂອງອາຄານ–ຮ້ານຄ້າ–ບ່ອນຢູ່ອາໄສ ຄືກັນກັບທີ່ພວກເຮົາປະຕິບັດໄດ້ດີ ຕອນທີ່ເປັນເຈົ້າພາບ ກອງປະຊຸມອາຊຽນ ຄັ້ງທີ 10 ແລະ ເມື່ອປະຕິບັດໄດ້ດີແລ້ວ ກໍ່ຄວນໃຫ້ເປັນແບບໄປເລີຍ, ຫັນເອົາການຄຸ້ມຄອງລັດ ຄຸ້ມຄອງສັງຄົມໄປສູ່ກົດໝາຍ ໃຫ້ໄດ້ໂດຍແທ້ຈິງ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...