spot_img
Homeຂ່າວຕ່າງປະເທດອາເມຣິກາ-ເກົາຫລີໃຕ້ ເລີ່ມຊ້ອມຮົບໃຫຍ່ຮ່ວມກັນ ດ້ານເກົາຫລີເໜືອປະນາມ ຖືເປັນການຍຸແຍ່!

ອາເມຣິກາ-ເກົາຫລີໃຕ້ ເລີ່ມຊ້ອມຮົບໃຫຍ່ຮ່ວມກັນ ດ້ານເກົາຫລີເໜືອປະນາມ ຖືເປັນການຍຸແຍ່!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 22 ສິງຫາຜ່ານມານີ້ວ່າ ກອງທັບສະຫະລັດອາເມຣິກາ ແລະ ກອງທັບ ສ.ເກົາຫລີ ຫລື ເກົາຫລີໃຕ້ ໄດ້ເລີ່ມດຳເນີນການເຝິກຊ້ອມສູ້ຮົບຮ່ວມກັນ ຢ່າງເຕັມຮູບແບບ ໃນວັນຈັນທີ 22​ ສິງຫາ 2016 ຜ່ານມານີ້ ຊຶ່ງຈະດຳເນີນໄປອີກເປັນເວລາ 2 ອາທິດ ພາຍໃຕ້ລະຫັດ ອຸນຈິ ຟຣີດອມ ໂດຍມີທະຫານຈາກເກົາຫລີໃຕ້ເຖິງ 50,000 ຄົນ ແລະ ທະຫານອາເມຣິກາເຂົ້າຮ່ວມອີກ 25,000​ ຄົນ.  ລັດຖະບານສະຫະລັດອາເມຣິກາ ແລະ ເກົາຫລີໃຕ້ ໄດ້ລະບຸວ່າ ການເຝິກຊ້ອມດັ່ງກ່າວນີ້ ແມ່ນເພື່ອປ້ອງກັນຕົນເອງເທົ່ານັ້ນ, ແນວໃດກໍຕາມ ດ້ານລັດຖະບານ ສປປ ເກົາຫລີ ຫລື ເກົາຫລີເໜືອ ໄດ້ຖືການເຄື່ອນໄຫວທາງການທະຫານດັ່ງກ່າວນີ້ ເປັນການຈົງໃຈຍຸແຍ່ ສ້າງຄວາມເຄັ່ງຕຶງພາຍໃນພາກພື້ນ ໂດຍກະຊວງການຕ່າງປະເທດ ສປປ ເກົາຫລີ ໄດ້ອອກມາກ່າວປະນາມທັນທີໃນວັນດຽວກັນວ່າ ການຊ້ອມຮົບ ອຸນຈິ ຟຣີດອມ ເປັນພຶດຕິກຳທາງອາຍາ ທີ່ບໍ່ອາດໃຫ້ອະໄພໄດ້ ແລະ ອາດເຮັດໃຫ້ແຫລມເກົາຫລີ ເຂົ້າສູ່ຂອບເຫວແຫ່ງສົງຄາມ.

ດ້ານສຳນັກຂ່າວຊິນຫົວຂອງຈີນ ໄດ້ເຜີຍແຜ່ບົດວິຈານຂອງຕົນ ສະແດງຄວາມຄັດຄ້ານ ຕໍ່ກັບການເຝິກຊ້ອມສູ້ຮົບດັ່ງກ່າວນີ້ ໂດຍໄດ້ລະບຸວ່າ ການກະທຳດັ່ງກ່າວ ມີແຕ່ຈະເຮັດໃຫ້ປຽງຢາງ ຍິ່ງເພີ່ມທະວີຄວາມຮຸນແຮງຂຶ້ນ ໃນໄລຍະເວລາທີ່ເຕັມໄປດ້ວຍ ຄວາມອ່ອນໄຫວ ດັ່ງປັດຈຸບັນນີ້.
A South Korean army tank takes part in a military exercise near the demilitarized zone separating the two Koreas in Paju

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...