spot_img
Homeຂ່າວພາຍ​ໃນປະຊາຊົນບໍ່ຄ່ອຍເຫັນດີ ກັບການເກັບຄ່າຜ່ານທາງຢູ່ ຄັນແຍງ-ວັງເຕົ່າ

ປະຊາຊົນບໍ່ຄ່ອຍເຫັນດີ ກັບການເກັບຄ່າຜ່ານທາງຢູ່ ຄັນແຍງ-ວັງເຕົ່າ

Published on

ພາຍຫຼັງທີ່ເສັ້ນທາງເລກທີ 16 ຈາກແຕ່ສົ້ນຂົວຂ້າມນໍ້າຂອງລາວ-ຍີ່ປຸນບ້ານຄັນແຍງ ເມືອງໂພນທອງ ແຂວງຈໍາປາສັກໄປຫາດ່ານ ສາກົນວັງເຕົ່າຊ່ອງເມັກ ທີ່ມີຄວາມຍາວ 42 ກິໂລແມັດ ໄດ້ຮັບການບູລະນະແລະຂະຫຍາຍກວ້າງຂຶ້ນ ເພື່ອອຳນວຍຄວາມສະດວກແກ່ການສັນຈັນ ໄດ້ສຳເລັດເປັນທີ່ຮຽບຮ້ອຍ, ທາງບໍລິສັດໄດ້ຮັບການອະນຸມັດໃຫ້ແກ່ ບໍລິສັດ ດວງດີ ກໍ່ສ້າງຂົວ-ທາງຈຳກັດ ເກັບເງິນຄ່າຜ່ານເສັ້ນທາງດັ່ງກ່າວ ໂດຍເບື້ອງຕົ້ນແມ່ນຍັງຢູ່ໃນຂັ້ນຕອນການທົດລອງເກັບ ຖ້າຫາກການເກັບເງິນຄ່າຜ່ານດັ່ງກ່າວ ບໍ່ກະທົບກັບຊີວິດການເປັນຢູ່ຂອງປະຊາຊົນ ຫຼືຜູ້ສັນຈອນໄປ-ມາຕາມເສັ້ນທາງດັ່ງກ່າວຫຼາຍ ຫຼືບໍ່ມີບັນຫາຫຍັງ ກໍຈະສືບຕໍ່ເກັບເງິນຄ່າຜ່ານດັ່ງກ່າວໄປຈົນຮອດປີ 2061 ຫຼື 45 ປີ ເພື່ອເກັບເງິນທີ່ໄດ້ລົງທຶນຄືນ ພ້ອມທັງກຳໄລ.

ໂດຍໄດ້ກຳນົດລາຄາຄ່າຜ່ານທາງແຕ່ລະປະເພດລົດດັ່ງນີ້: ປະເພດລົດສາມລໍ້ແລ່ນດ້ວຍ ເຄື່ອງຈັກ, ລົດຈໍາໂບ້ລົດຕຸກໆແມ່ນ 5 ພັນກີບ, ລົດເກງ, ລົດຈິບ, ລົດຕູ້, ລົດກະ ບະໂດຍສານບໍ່ເກີນ 7 ບ່ອນນັ່ງແມ່ນ 20 ພັນກີບ, ລົດສອງແຖວ, ລົດຕູ້, ລົດໂດຍສານ 8-22 ບ່ອນນັ່ງແມ່ນ 25 ພັນກີບ, ລົດຕູ້, ລົດໂດຍສານ 23-35 ບ່ອນນັ່ງແມ່ນ 30 ພັນກີບ, ລົດຕູ້, ລົດໂດຍສານ 36 ບ່ອນນັ່ງຂຶ້ນໄປແມ່ນ 40 ພັນກີບ, ລົດບັນທຸກນ້ອຍນ້ຳໜັກລວມ ບໍ່ເກີນ 7 ໂຕນແມ່ນ 30 ພັນກີບ, ລົດບັນທຸກໃຫຍ່ (ແຕ່ບໍ່ຮອດ 18 ລໍ້) ນ້ຳໜັກ ລວມບໍ່ເກີນ 7 ໂຕນແມ່ນ 60 ພັນກີບ, ລົດບັນທຸກໜັກ (ແຕ່ 18-22 ລໍ້), ລົດພວງ, ລົດລາກແມ່ນ 80 ພັນກີບ, ລົດ ບັນທຸກໜັກຫຼາຍກວ່າ 20 ລໍ້ຂຶ້ນໄປ, ລົດ ຂົນສົ່ງພິເສດແມ່ນ 1 ແສນກີບ/ຄັນ/ຖ້ຽວ.

ພາຍຫຼັງທີ່ມີການເຜີຍແພ່ຂ່າວກ່ຽວກັບການທົດລອງເກັບເງິນຄ່າຜ່ານດັ່ງກ່າວອອກສູ່ສັງຄົມ ຜູ້ອ່ານຕ່າງກໍໄດ້ເຂົ້າມາສະແດງຄວາມຄິດເຫັນຫຼາກຫຼາຍແງ່ມູມ ແຕ່ສ່ວນຫຼາຍແລ້ວແມ່ນບໍ່ຄ່ອຍເຫັນດີກັບການເກັບຄ່າຜ່ານດັ່ງກ່າວ ເພາະຖ້າທຽບໃສ່ລາຍຮັບ(ເງິນເດືອນ)ໃນແຕ່ລະເດືອນແລ້ວ ເຫັນວ່າເປັນລາຄາຂ້ອນຂ້າງແພງ ດັ່ງປະຊາຊົນຜູ້ໜຶ່ງທີ່ບໍ່ປະສົງອອກນາມໄດ້ກ່າວວ່າ: ຕົນເອງເກັບຜອມລອມລິບ ຊື້ລົດຕູ້ເກົາຫຼີຄັນເກົ່າໆ ມາພໍໄດ້ທຽວການ ຄ່ານໍ້າມັນ ມື້ 20,000 ກີນເຂົ້າສວາຍ 20,000 ຄ່າຜ່ານທາງ 15,000 x 2 = 30,000 ລວມ 70,000/ມື້ x26 ວັນ = 1,820,000 ກີບ ຄ່ານໍ້າ ຄ່າໄຟ ລູກຮຽນໜັງສື ແຮຄອບຄົວເວລາເຈັບໄຂ້ ເມຍລ້ຽງລູກນ້ອຍ ( ເງີນເດືອນມີພຽງ 1,750,000 ລວມທຸກຢ່າງ ) ຕາຍແທ້ໆ. ອີກຜູ້ໜຶ່ງໄດ້ກ່າວວ່າ: ການເກັບເງິນດັ່ງກ່າວນັ້ນຍັງເປັນການທົດລອງ ແຕ່ວ່າຖ້າເກັບແທ້ກະຄວນຫຼຸດລາຄາລົງຕື່ມ ເພາະມັນເປັນເສັ້ນທາງທີ່ບໍ່ມີທາງເລືອກ ຖ້າຈະເກັບເງິນຄວນເກັບຢູ່ເສັ້ນທາງທີ່ມີລັກສະນະພິເສດ ເຊັ່ນ ທາງດ່ວນພິເສດ ຖ້າໃຜຕ້ອງການຄວາມສະດວກຂອງການສັນຈອນກໍຈ່າຍເງິນແລ້ວແລ່ນເສັ້ນທາງພິເສດ ໃນຂະນະທີ່ໃຜບໍ່ຢາກຈ່າຍເງິນກໍທຽວທາງເກົ່າທີ່ບໍ່ສະດວກປານໃດ ໝາຍຄວາມວ່າຢາກໃຫ້ມີທາງເລືອກແກ່ປະຊາຊົນ.

ນັ້ນຄືຄຳຄິດເຫັນເລັກໆ ນ້ອຍໆ ເຊິ່ງເປັນ 1 ໃນບັນດາຄຳຄິດເຫັນຫຼາຍໆ ຄຳຄິດເຫັນ ເຊິ່ງເປັນສຽງສະທ້ອນບັນຫາໃຫ້ພາກສ່ວນທີ່ກ່ຽວຂ້ອງໄດ້ຮັບຮູ້ ແລະພິຈາລະນາ. ເຊິ່ງເປັນເລື່ອງທຳມະດາຢູ່ແລ້ວ ເມື່ອມີການພັດທະນາສ່ວນຫຼາຍ ກໍມັກຈະມີຜົນກະທົບກັບຊີວິດຂອງປະຊາຊົນ. ແຕ່ທຸກສິ່ງທຸກຢ່າງແມ່ນເພື່ອປະເທດຊາດ ເພື່ອຄວາມອຸດົມພູນສຸກສັງຄົມ ແລະເພື່ອນຳເອົາປະເທດຊາດ ກໍຄືປະຊາຊົນໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກແລະດ້ອຍພັດທະນາ ເລື່ອງໃດທີ່ໃຫຍ່ກວ່າ ສຳຄັນກວ່າ ແລະໄດ້ປະໂຫຍດຕໍ່ສ່ວນລວມຫຼາຍກວ່າ ກໍຄົງຈະຢືດຖືເອົາອັນນັ້ນເປັນຫຼັກຢູ່ແລ້ວ.

14089116_144493132660703_3362985443426189335_n

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...

ກຳປູເຈຍ ເປີດນຳໃຊ້ສະໜາມບິນສາກົນເຕໂຊ ຢ່າງເປັນທາງການແລ້ວ

ເປີດນຳໃຊ້ຢ່າງເປັນທາງການແລ້ວ ສະໜາມບິນສາກົນເຕໂຊ ຂອງປະເທດກຳປູເຈຍ ມູນຄ່າ 1.5 ພັນລ້ານໂດລາ ພ້ອມກ້າວໜ້າສູ່ການເປັນສູນກາງການບິນ ແລະ ໂລຈິດຕິກແຫ່ງໃໝ່ຂອງໂລກ. ສຳນັກຂ່າວຕ່າງປະເທດລາຍາງນໃນວັນທີ 9 ກັນຍາ 2025 ນີ້, ກຳປູເຈຍໄດ້ມີການເປີດນຳໃຊ້ສະໜາມບິນສາກົນເຕໂຊ...

ໝໍຫວຽດນາມຟິວຂາດ ກໍລະນີໝໍມີການທຳຮ້າຍຮ່າງກາຍ ແລະ ຊັບສິນຄົນເຈັບໃນຄລີນິກແຂ້ວ

ເຊິ່ງກຳລັງເປັນກະແສຮ້ອນແຮງໃນຫວຽດນາມ ແລະ ຖືກແຊສອອກໄປເປັນວົງກ້ວາງ ກໍລະນີວີດີໂອໝໍແຂ້ວ (ທັນຕະເເພດ) ໄດ້ທຳຮ້າຍຮ່າງກາຍຄົນເຈັບ. ອີງຕາມການລາຍງານຈາກສຳນັກຂ່າວຈາກປະເທດຫວຽດນາມລາຍງານໃຫ້ຮູ້ວ່າ ໃນວັນທີ 03/09/2025 ທີ່ຜ່ານມາ, ເກີດເຫດການ ທ່ານໝໍທຳຮ້າຍຮ່າງກາາຍຄົນເຈັບ ຢູ່ຄີນິກປົວແຂ້ວແຫ່ງໜຶ່ງໃນປະເທດຫວຽດນາມ ໂດຍມີສາເຫດຄື: ຄົນເຈັບແມ່ນໃຊ້ບໍລິການຢູ່ຄລິນິກດັ່ງກ່າວ,...

ຂໍສະແດງຄວາມຍ້ອງຍໍ-ຊົມເຊີຍຕໍ່ທ່ານທູດ ມໍລະກົດ ສີສະຫວັດ ທີ່ໄດ້ສໍາເລັດໜ້າທີ່ການທູດ ຢູ່ ສປປ ລາວ

ລັດຖະບານແຫ່ງ ສປປ ລາວ ມອບຫລຽນກາມິດຕະພາບໃຫ້ແກ່ ທ່ານ ນາງ ມໍລະກົດ ສີສະຫວັດ ເອກອັກຄະຣາຊະທູດແຫ່ງ ຣາຊະອານາຈັກໄທ ໃນຕອນບ່າຍວັນທີ 8 ກັນຍາ 2025 ຢູ່ກະຊວງການຕ່າງປະເທດ,...