spot_img
Homeຂ່າວທ້ອງຖິ່ນເລີ່ມເກັບຄ່າຜ່ານທາງໂພນທອງຫາວັງເຕົ່າ

ເລີ່ມເກັບຄ່າຜ່ານທາງໂພນທອງຫາວັງເຕົ່າ

Published on

ນັບແຕ່ນີ້ເປັນຕົ້ນໄປຜູ້ທີ່ໃຊ້ຍານພາຫະນະໄປມາຜ່ານເສັ້ນທາງເລກທີ 16 ແຕ່ສົ້ນຂົວຂ້າມນໍ້າຂອງລາວ-ຍີ່ປຸນບ້ານຄັນແຍງ ເມືອງໂພນທອງ ແຂວງຈໍາປາສັກໄປຫາດ່ານ ສາກົນວັງເຕົ່າຊ່ອງເມັກແມ່ນຈະໄດ້ເສຍຄ່າທໍານຽມຜ່ານ ທາງພາຍຫຼັງທີ່ບໍລິສັດດວງດີກໍ່ສ້າງຂົວ-ທາງຈໍາກັດໄດ້ໃຊ້ ເງິນຫຼາຍກວ່າ 30 ລ້ານກວ່າໂດລາສະຫະລັດ ເຂົ້າໃນການ ກໍ່ສ້າງຂະຫຍາຍເສັ້ນທາງອອກເປັນ 4 ເລນ ໃຫ້ມີການສັນຈອນສະດວກ ປະຈຸບັນການກໍ່ສ້າງໄດ້ສໍາເລັດຢ່າງສົມບູນ ຈິ່ງໄດ້ມີການເກັບເງິນເພື່ອເກັບລາຍຮັບຈາກການລົງທຶນ ຂະນະທີ່ພະນັກງານທະຫານຕໍາຫຼວດຕະຫຼອດຮອດປະຊາ ຊົນທີ່ສັນຈອນໄປມາໃນລັດສະໝີແຕ່ 3 ກິໂລແມັດລົງມາ ແມ່ນມີນະໂຍບາຍ.

ລັດຖະບານລາວໄດ້ອະນຸມັດໃຫ້ບໍລິສັດດວງດີກໍ່ສ້າງ ຂົວ-ທາງຈໍາກັດ, ລົງທຶນເຂົ້າໃນການກໍ່ສ້າງຂະຫຍາຍເສັ້ນ ທາງເລກທີ 16 ແຕ່ສົ້ນຂົວມິດຕະພາບລາວ-ຍີ່ປຸ່ນ ບ້ານຄັນ ແຍງຫາດ່ານສາກົນວັງເຕົ່າຊ່ອງເມັກທີ່ມີຄວາມຍາວທັງໝົດ 42 ກິໂລແມັດ, ຈາກເດີມເປັນເສັ້ນທາງທີ່ມີຄວາມກວ້າງປູຢາງໜ້າທາງພຽງ 8 ແມັດ, ບໍລິສັດ ໄດ້ຂະຫຍາຍປູຢາງໜ້າທາງອອກເປັນ 16-18 ແມັດ, ປູດ້ວຍຢາງອັດສະຟານທີ່ ມີຄຸນນະພາບສູງເພື່ອຮອງຮັບໃຫ້ແກ່ ການຂົນສົ່ງສິນຄ້າ ກໍຄືການຮອງຮັບໃຫ້ ແກ່ການເປີດປະຊາຄົມເສດຖະກິດອາ ຊຽນ, ຊຶ່ງບໍລິສັດດັ່ງກ່າວໄດ້ໃຊ້ທຶນຮອນ ຫຼາຍກວ່າ 30 ລ້ານກວ່າໂດລາສະຫະ ລັດ, ເພື່ອນໍາໃຊ້ເຂົ້າໃນການກໍ່ສ້າງທີ່ ເລີ່ມລົງມືມາແຕ່ທ້າຍປີ 2011, ຮອດປະ ຈຸບັນການກໍ່ສ້າງຂະຫຍາຍເສັ້ນທາງດັ່ງກ່າວຖືວ່າສໍາເລັດໂດຍພື້ນຖານ.

ທ່ານ ອຸດອນ ແກ້ວດວງດີ ຜູ້ອໍານວຍ ການບໍລິສັດ ດວງດີກໍ່ສ້າງຂົວ-ທາງ ຈໍາກັດ, ໄດ້ເປີດເຜີຍຕໍ່ນັກໜັງສືພິມເສດ ຖະກິດ-ສັງຄົມ ປະຈຳແຂວງພາກໃຕ້ຮູ້ ວ່າ: ທາງບໍລິສັດແມ່ນໄດ້ປະຕິບັດຕາມຂໍ້ ກໍານົດຂອງສັນຍາສໍາປະທານໂຄງການ ໃນຮູບແບບ BOT ບໍລິສັດເປັນຜູ້ລົງທຶນ ກໍ່ສ້າງຂະຫຍາຍເສັ້ນທາງທັງໝົດ, ທັງ ເປັນຜູ້ປົກປັກຮັກສາບູລະນະສ້ອມແປງ ເຮັດໃຫ້ເສັ້ນທາງໄດ້ນໍາໃຊ້ເປັນປົກກະ ຕິ, ຈົນຮອດກໍານົດມອບ-ຮັບຄືນໃຫ້ລັດ ຖະບານອາຍຸໃນການສຳປະທານແມ່ນ 45 ປີ ນັບແຕ່ມື້ກໍ່ສ້າງ, ທັງເປັນຜູ້ເກັບ ເງິນຄ່າສໍາປະທານຕາມອັດຕາເກັບຄ່າ ຜ່ານທາງ ທີ່ໄດ້ຮັບອະນຸຍາດຈາກລັດ ຖະບານຕາມແຕ່ລະໄລຍະທີ່ລັດໄດ້ກໍາ ນົດໃຫ້, ເມື່ອຮອດກໍານົດສັນຍາສໍາປະ ທານໂຄງການກໍ່ສ້າງດັ່ງກ່າວກໍ່ຕົກເປັນຂອງລັດ100%.

ທ່ານໃຫ້ຮູ້ຕື່ມວ່າ: ຜ່ານມາເຖິງແມ່ນ ເສັ້ນທາງດັ່ງກ່າວຈະບໍ່ໄດ້ເປີດນໍາໃຊ້ ຢ່າງເປັນທາງການ, ແຕ່ບັນດາພາຫະນະ ຕ່າງໆກໍສາມາດແລ່ນຜ່ານເສັ້ນທາງດັ່ງກ່າວເປັນປົກກະຕິ, ດັ່ງນັ້ນ ໂຄງການຈິ່ງ ເປີດທົດລອງນໍາໃຊ້ເສັ້ນທາງແບບປົກ ກະຕິ ພ້ອມທັງໄດ້ທົດລອງເກັບເງິນຄ່າ ຜ່ານທາງກ່ອນເປີດນໍ້າໃຊ້ຢ່າງເປັນທາງການ.

ແຕ່ເຖິງຢ່າງໃດກໍຕາມກ່ອນຈະມີ ການທົດລອງເກັບຄ່າຜ່ານທາງ ບໍລິສັດ ພວກເຮົາໄດ້ສະເໜີເຖິງກະຊວງແຜນ ການ ແລະການລົງທຶນ ຫຼັງຈາກນັ້ນກໍ ໄດ້ຈັດກອງປະຊຸມຢູ່ກະຊວງແຜນການ ແລະການລົງທຶນ (ກົມສົ່ງເສີມການລົງ ທຶນ) ຊຶ່ງມີພາກສ່ວນທ້ອງຖີ່ນກັບກະ ຊວງອ້ອມຂ້າງທີ່ກ່ຽວຂ້ອງ ແລະກົມສັງ ລວມເສດຖະກິດຫ້ອງການສໍານັກງານ ນາຍົກລັດຖະມົນຕີ ທີ່ນະຄອນຫຼວງວຽງ ຈັນ, ຫຼັງຈາກນັ້ນກໍໄດ້ຈັດກອງປະຊຸມຢູ່ ແຂວງຈໍາປາສັກ ຕາມການຕົກລົງເຫັນ ດີຂອງລັດຖະມົນຕີກະຊວງແຜນການ ແລະການລົງທຶນວ່າດ້ວຍການແຕ່ງຕັ້ງຄະນະສະເພາະກິດເພື່ອຄົ້ນຄວ້າດ້ານນິຕິກໍາ, ຊຶ່ງໃນກອງປະຊຸມດັ່ງກ່າວໄດ້ເປັນ ເອກະພາບເຫັນດີໃຫ້ເປີດທົດລອງນໍາ ໃຊ້ເສັ້ນທາງແບບປົກກະຕິ ແລະທົດລອງ ເກັບເງິນຄ່າຜ່ານທາງຕາມທີ່ລັດຖະບານ ໄດ້ກໍານົດໃຫ້.

ໂດຍອັດຕາເກັບຄ່າຜ່ານມາໄດ້ກຳ ນົດລາຄາປະເພດລົດສາມລໍ້ແລ່ນດ້ວຍ ເຄື່ອງຈັກ, ລົດຈໍາໂບ້ລົດຕຸກໆແມ່ນ 5 ພັນກີບ, ລົດເກງ, ລົດຈິບ, ລົດຕູ້, ລົດກະ ບະໂດຍສານບໍ່ເກີນ 7 ບ່ອນນັ່ງແມ່ນ 20 ພັນກີບ, ລົດສອງແຖວ, ລົດຕູ້, ລົດໂດຍສານ 8-22 ບ່ອນນັ່ງແມ່ນ 25 ພັນກີບ, ລົດຕູ້, ລົດໂດຍສານ 23-35 ບ່ອນນັ່ງແມ່ນ 30 ພັນກີບ, ລົດຕູ້, ລົດໂດຍສານ 36 ບ່ອນນັ່ງຂຶ້ນໄປແມ່ນ 40 ພັນກີບ, ລົດບັນທຸກນ້ອຍນ້ຳໜັກລວມ ບໍ່ເກີນ 7 ໂຕນແມ່ນ 30 ພັນກີບ, ລົດບັນທຸກໃຫຍ່ (ແຕ່ບໍ່ຮອດ 18 ລໍ້) ນ້ຳໜັກ ລວມບໍ່ເກີນ 7 ໂຕນແມ່ນ 60 ພັນກີບ, ລົດບັນທຸກໜັກ (ແຕ່ 18-22 ລໍ້), ລົດພວງ, ລົດລາກແມ່ນ 80 ພັນກີບ, ລົດ ບັນທຸກໜັກຫຼາຍກວ່າ 20 ລໍ້ຂຶ້ນໄປ, ລົດ ຂົນສົ່ງພິເສດແມ່ນ 1 ແສນກີບ.

ຢ່າງໃດກໍດີເພື່ອຄວາມເຫັນອົກເຫັນໃຈພໍ່ແມ່ປະຊາຊົນ, ພະນັກງານທະຫານ ຕໍາຫຼວດທີ່ສັນຈອນໄປມາຜ່ານເສັ້ນທາງດັ່ງກ່າວບໍລິສັດດວງດີກໍ່ສ້າງຂົວ-ທາງຈໍາກັດ, ໄດ້ມີນະໂຍບາຍຕໍ່ຜູ້ນໍາພັກ-ລັດ, ລົດໂຮງໝໍ, ລົດທີ່ຂື້ນທະບຽນນໍາ ພາກສ່ວນທະຫານ, ຕໍາຫຼວດທີ່ໄປປະຕິ ບັດປ້ອງກັນຊາດ, ປ້ອງກັນຄວາມສະ ຫງົບ, ລົດຮັບສົ່ງນັກຮຽນແມ່ນມີນະໂຍ ບາຍບໍ່ໄດ້ເສຍຄ່າຜ່ານທາງ, ສໍາລັບປະ ຊາຊົນ, ພະນັກງານລັດຖະກອນທີ່ມີພູມ ລໍາເນົາຢູ່ໃກ້ຈຸດເກັບເງິນບໍ່ເກີນ 3 ກິໂລ ແມັດ, ທາງບໍລິສັດມີນະໂຍບາຍລາຄາ ຄ່າຜ່ານທາງຕາມເງື່ອນໄຂທີ່ເໝາະສົມ, ສໍາລັບພະນັກງານທະຫານຕໍາຫຼວດທີ່ມີພູມລໍາເນົາເກີນ 3 ກິໂລແມັດທາງບໍລິສັດ ມີນະໂຍບາຍລາຄາຄ່າຜ່ານທາງຕາມເງື່ອນໄຂທີ່ເໝາະສົມ, ແຕ່ທຸກພາກສ່ວນຕ້ອງມີເອກະສານຢັ້ງຢືນຈາກກົມກອງທີ່ກ່ຽວຂ້ອງມາຢືນຢັນກັບທາງບໍລິສັດ.

ຂ່າວ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ຮູ້ຫຼືບໍ່? ທີ່ໄປທີ່ມາຂອງຊື່ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່

ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່ ມາຮູ້ຄຳຕອບມື້ນີ້ ພາຍຸວິພາ, ພາຍຸຄາຈິກິ ໄດ້ມາຈາກໃສ ໃນໄລຍະນີ້ເຫັນວ່າມີພາຍຸກໍ່ໂຕຂຶ້ນມາຕະຫຼອດ ແລະມີຫຼາຍຄົນອາດຈະສົງໃສວ່າ ໃນການຕັ້ງຊື່ພາຍຸແຕ່ລະລູກ ແມ່ນໃຜເປັນຄົນຕັ້ງ ແລະຄໍາຕອບກໍຄື ຊື່ຂອງພາຍຸແມ່ນໄດ້ຖືກຕັ້ງຂຶ້ນຈາກປະເທດຕ່າງໆໃນທົ່ວໂລກ. ສຳລັບພາຍຸທີ່ສາມາດຕັ້ງຊື່ໄດ້ນັ້ນ ຕ້ອງແມ່ນພາຍຸລະດັບໂຊນຮ້ອນຂຶ້ນໄປ...

ແຈ້ງເຕືອນພາຍຸລູກໃໝ່ ທີ່ອາດຈະສົ່ງຜົນກະທົບຕໍ່ປະເທດລາວ ໃນວັນທີ 30/08/2025 – 02/09/2025

ກຽມຮັບມືພາຍຸລູກໃໝ່ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ອາດສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ທີ່ຄາດວ່າຈະໃຊ້ຊື່ວ່າພາຍຸໜອງຟ້າ ຫຼື ຟ້າໃສ ທີ່ຕັ້ງຊື່ໂດຍປະເທດລາວ ຄາດອິດທິພົນຂອງພາຍຸລູກນີ້ຈະສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ...

ຜົນສໍາເລັດ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ

ເອກະສັນຮັບເລືອກ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ເປັນເລຂາຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຊຸດໃໝ່) ກະຊວງເຕັກໂນໂລຊີ ແລະ ການສື່ສານລາຍງານຜົນ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ...

ຄາດວ່າຈະສຳເລັດໃນຕົ້ນປີ 2026 ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນ ນວ ລະບົບສະຖານີປ້ຳ ແລະ ສາຍທໍ່ສົ່ງນ້ຳເປື້ຶອນ ຄືບໜ້າແລ້ວ 89.57%

ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນ ນວ ລະບົບສະຖານີປ້ຳ ແລະ ສາຍທໍ່ສົ່ງນ້ຳເປື້ຶອນ ຄາດຕົ້ນປີ 2026 ຈະສໍາເລັດ ແລະ ເປີດນໍາໃຊ້ຢ່າງເປັນທາງການ. ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນນະຄອນຫຼວງວຽງຈັນ ເປັນໂຄງການໜຶ່ງທີ່ຈະຊ່ວຍໃນການປຸງປັບລະບົບສິ່ງແວດລ້ອມ,ໂດຍສະເພາະແມ່ນ ບັນຫາສິ່ງແວດລ້ອມນໍ້າ,...