Homeນານາສາລະຄົນທີ່ນອນຫລັບຍາກອ່ານດ່ວນ! ນອນດ້ວຍທ່ານີ້... ພຽງ 3 ນາທີ ຫລັບສະໜິດ

ຄົນທີ່ນອນຫລັບຍາກອ່ານດ່ວນ! ນອນດ້ວຍທ່ານີ້… ພຽງ 3 ນາທີ ຫລັບສະໜິດ

Published on

ວັນນີ້ເຮົາຈະມາເອົາໃຈຄົນທີ່ນອນບໍ່ຫລັບ ນອນຫລັບຍາກ ດ້ວຍການຊອກຫາວິທີການນອນຫລັບງ່າຍມາຝາກກັນ ຈັ່ງໃດກໍ່ຕ້ອງລອງເບິ່ງເດີ້ ແອັດມິນກໍ່ເປັນຄົນໜຶ່ງທີ່ນອນຫລັບຍາກຄືກັນ ບາງເທື່ອຈົນຍາກຮ້າຍ ເພາະເຮັດຈັ່ງໃດກໍ່ບໍ່ຫຼັບ ຄິດວ່າຄືນນີ້ສິໄປລອງເຮັດເບິ່ງ ແຕ່ຕອນນີ້ເຮົາມາອ່ານກັນກ່ອນວ່າມັນເຮັດແນວໃດ

1. ສິ່ງທຳອິດ ແມ່ນນອນລົງຕຽງ ແລ້ວກາງແຂນ-ຂາທັງສອງອອກ ປ່ອຍໃຈ ແລະ ກາຍໃຫ້ສະບາຍ ຜ່ອຍຄາຍໄວ້

2. ລັບຕາລົງ ກຳນົດຈິດໃຫ້ຢູ່ທີ່ກາງລະຫວ່າງຄິ້ວ ແລ້ວທ່ອງຂຶ້ນໃຈວ່າ “ສະໝອງຜ່ອຍຄາຍ” ເຮັດໂຕແບບສະບາຍສະບາຍ

3. ຫຼັງຈາກນັ້ນກໍ່ກຳນົດຈິດທີ່ມືຂ້າງຂວາແລ້ວທ່ອງໃນໃຈວ່າ ມືຂວາຂອງຂ້ອຍຜ່ອນຄາຍ

4. ປ່ຽນໄປກຳນົດຈິດທີ່ມືຊ້າຍ ແລ້ວທ່ອງໃນໃຈວ່າ ມືຊ້າຍຂອງຂ້ອຍຜ່ອຍຄາຍ

5. ຂັ້ນຕອນຕໍ່ມາ ກໍ່ປ່ຽນຈາກມືລົງໄປທີ່ຕີນ ແລ້ວທ່ອງວ່າ ຕີນຂວາຂອງຂ້ອຍຜ່ອນຄາຍ ຈາກນັ້ນກໍ່ປ່ຽນໄປທີ່ຕີນຊ້າຍ ແລ້ວ ທ່ອງຂຶ້ນໃຈວ່າ ຕີນຊ້າຍຂອງຂ້ອຍຜ່ອນຄາຍ

6. ຫຼັງຈາກກຳນົດຈິດຄົບ 4 ຈຸດໃນຮ່າງກາຍແລ້ວ ໃຫ້ເລີ່ມກຳນົດຈິດທີ່ລະຫວ່າງຄິ້ວ ອີກຄັ້ງວົນຢູ່ແບບນີ້ເລື່ອງໆ ຈົນກວ່າຈະລັບ

ການເຮັດແບບນີ້ເໝືອນເປັນການບອກສ່ວນຕ່າງໆຂອງຮ່າງກາຍເຮົາວ່າຮອດເວລາພັກຜ່ອນແລ້ວ ຫຼັງຈາກທີ່ທຸກສ່ວນມີການຜ່ອນຄາຍ ທ່າຈະສາມາດຫຼັບໄດ້ງ່າຍຂຶ້ນ

 

ທີ່ມາ:​ http://www.share-si.com/2016/01/3_22.html#
ຕິດຕາມເຮາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...