spot_img
Homeຊີວິດແລະຄວາມຮັກ3 ແນວທາງຖະໜອມຄວາມຮັກໃຫ້ຢູ່ກັບເຮົາຍືນຍາວ

3 ແນວທາງຖະໜອມຄວາມຮັກໃຫ້ຢູ່ກັບເຮົາຍືນຍາວ

Published on

ການຊອກຫາຄວາມຮັກນັ້ນວ່າມັນເປັນສິ່ງຍາກແລ້ວ ແຕ່ການຮັກສາຄວາມຮັກໄວ້ຢູ່ກັບເຮົາດົນໆນັ້ນ ເປັນສິ່ງທີ່ຍາກກວ່າ ອາດເຄີຍເຫັນຫຼາຍຄູ່ທີ່ມີຄວາມຮັກໃຫ້ກັນຫວານຊື່ນ ຈົນຫຼາຍຄົນເກີດຄວາມອິດສາ ແຕ່ຢູ່ມາບໍ່ດົນຄູ່ຮັກທີ່ຫວານຊື່ນນັ້ນກໍ່ເລີກລາກັນໄປ ທ່ານເຄີນຄິດສົງໃສກ່ຽວກັບເລື່ອງນີ້ບໍ່? ເປັນຫຍັງພວກເຂົາຈິ່ງເລີກກັນ ຫຼື ຄູ່ພວກເຂົາຂາດ 3 ສິ່ງນີ້ ຄໍລຳ ຊີວິດ ກັບຄວາມຮັກ ວັນນີ້ເຮົາຈະມາເວົ້າ 3 ແນວທາງຖະໜອມຄວາມຮັກໃຫ້ຢູ່ກັບເຮົາຢືນຍາວ ມາຝາກກັນ ເຊິ່ງຈະເປັນແນວໃດ ມາອ່ານນຳກັນເລີຍ

1.ຮັກກັນດ້ວຍຄວາມສື່ສັດ
ເພາະຄວາມສື່ສັດແມ່ນໝາຍເຖິງ ຄວາມຈົງຮັກພັກດີຕໍ່ຄົນທີ່ເຮົາຮັກ ນັ້ນໝາຍຄວາມວ່າເຮົາຕ້ອງບໍ່ນອກໃຈກັນ ຖ້າເຮົາມີຄວາມສື່ສັດ ຮັກດຽວໃຈດຽວແລ້ວ ບໍ່ວ່າຈະມີສິ່ງລໍ້ລວງຕາ, ກາຍ, ໃຈ ຜ່ານເຂົ້າມາໃນຊີວິດຫຼາຍພຽງໃດ ກໍ່ບໍ່ສາມາດທຳລາຍກຳແພງຮັກຂອງຄູ່ເຮົາໄດ້

2.ຢູ່ນຳກັນດ້ວຍຄວາມເຂົາໃຈ
ເພາະຊີວິດເຮົາທຸກຄົນມີຄວາມແຕກຕ່າງກັນ ບໍ່ວ່າຈະແມ່ນເລື່ອງຮູບຮ່າງຫນ້າຕາ ແນວຄິດຈິດໃຈ ແລະ ສະໄຕລ໌ຂອງການດຳລົງຊີວິດ ຫາກເຮົາຮູ້ຈັກປັບຕົວປັບທັດສະນະຄະຕິໃຫ້ເຂົ້າກັນ ຍອມຮັບຄວາມສະພາບຄວາມເປັນຈິງຂອງອີກຝ່າຍໜຶ່ງໄດ້ດ້ວຍຄວາມຈິງໃຈ ເຮົາກໍ່ສາມາດຢູ່ນຳກັນໄດ້ດົນ

3.ພ້ອມທີ່ຈະໃຫ້ອະໄພເຊິ່ງກັນ ແລະ ກັນ
ນອກຈາກທີ່ເຮົາຈະຍອມເຂົ້າໃຈອີກຝ່າຍແລ້ວ ເຮົາຕ້ອງພ້ອມທີ່ຈະໃຫ້ອະໄພ ໃຫ້ໂອກາດໃໝ່ແກ່ຄົນຮັກຂອງເຮົາ ຫາກເປັນການກະທຳຜິດຄັ້ງທຳອິດ ນອກຈາກເຮົາຈະໃຫ້ອະໄພແລ້ວ ເຮົາຕ້ອງຮູ້ຈັກໃຫ້ກຳລັງໃຈ ໃຫ້ຄຳປຶກສາ ຄຳແນະນຳທີ່ດີ ຕໍ່ຄົນຮັກ

ທີ່ມາ: http://www.meemodel.com/sahre/

 
ຕິດຕາມເຮາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...