spot_img
Homeຂ່າວພາຍ​ໃນປະເທດເຮົາພວມຜະເຊີນວິກິດດ້ານການເງິນ

ປະເທດເຮົາພວມຜະເຊີນວິກິດດ້ານການເງິນ

Published on

Picture 3023

ໃນຫລາຍສົກປີຜ່ານມາ, ເສດ ຖະກິດຂອງປະເທດເຮົາມີຈັງ ຫວະການຂະ ຫຍາຍຕົວຢ່າງສະໝ່ຳສະເໝີສະເລ່ຍປະມານ 8%/ປີ, ອັນໄດ້ເຮັດໃຫ້ປະເທດລາວ ຖືກຈັດຢູ່ໃນລາຍຊື່ບັນດາປະເທດ ທີ່ມີເສດຖະກິດຂະຫຍາຍຕົວດີ ຂອງໂລກ ແລະ ໃນ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ VII ( 2011-2015) ຂອງລັດ ຖະບານໄດ້ຕັ້ງເປົ້າໃຫ້ລວມຍອດຜະລິດຕະ ພັນ ພາຍໃນ (GDP) ຂະຫຍາຍຕົວ ບໍ່ຫລຸດ 8% ຕໍ່ປີ, ເຊິ່ງ ໃນໄລຍະຕົ້ນຂອງການຈັດຕັ້ງ ປະຕິບັດກໍແມ່ນມີບາດກ້າວດີ ເປັນລຳ ດັບ, ແຕ່ຕົກມາຮອດໄລ ຍະທ້າຍຂອງແຜນດັ່ງກ່າວໂດຍສະເພາະສອງປີມານີ້, ເຫັນວ່າ ການຂະຫຍາຍຕົວທາງເສດ ຖະກິດມີລັກສະນະຫລຸດລົງສະເລ່ຍປະມານ 7,5%ຕໍ່ປີ, ຂະນະດຽວ ກັນ, ສະພາບໜີ້ສີນຄຸມເຄືອຈາກ ການລົງທຶນຂອງລັດ ເພີ່ມສູງ ຂຶ້ນຍ້ອນຫລາຍອົງການນຳໃຊ້ງົບ ປະມານລັດໄປລົງທຶນໃສ່ບັນດາໂຄງການທີ່ສະພາແຫ່ງຊາດບໍ່ ໄດ້ຮັບຮອງ ແລະ

ທີ່ສຳຄັນ ການເກັບລາຍຮັບເຂົ້າງົບປະມານກໍບໍ່ໄດ້ຕາມແຜນວາງໄວ້ຊຶ່ງຕາມ ການລາຍງານຂອງທ່ານ ທອງ ສິງ ທຳມະວົງ ນາຍົກລັດຖະ ມົນຕີໃນກອງປະຊຸມສະໄໝສາ ມັນເທື່ອທີ 7 ຂອງສະພາແຫ່ງ ຊາດຊຸດທີ VII ທີ່ພວມດຳເນີນ ຢູ່ປັດຈຸບັນນີ້ ໃຫ້ເຫັນວ່າ: ສົກປີ 2013-2014 ໄດ້ວາງຄາດໝາຍ ລາຍຮັບໃຫ້ໄດ້ປະມານ 25 ພັນ ກວ່າຕື້ກີບ, ແຕ່ຍ້ອນປະສົບກັບຄວາມ ຫຍຸ້ງຍາກ ດ້ານງົບປະມານລັດຖະບານຈຶ່ງມີຄວາມຈຳເປັນດັດແກ້ງົບປະມານລົງ 699 ຕື້ກີບ, ໃນນີ້ບ້ວງບໍລິຫານ 409 ຕື້ກີບ ແລະ ບ້ວງການລົງທຶນ ຂອງລັດ 290 ຕື້ກີບ, ໂດຍໃຫ້ ເຫດຜົນວ່າລັດຕ້ອງຕັດລາຍ ຈ່າຍທີ່ບໍ່ຈຳເປັນ ແລະ ບັນດາ ໂຄງ ການລົງທຶນທີ່ບໍ່ມີປະສິດທິ ພາບອອກໄປກ່ອນ ແລະ ສິ່ງສຳ ຄັນສົກປີນີ້ການເກັບລາຍຮັບ ແມ່ນບໍ່ໄດ້ຕາມແຜນ ຫລາຍເຖິງ 6,35% ຫລື ປະມານ 1.282 ຕື້ ກີບ. ສະນັ້ນ ລັດຖະບານຈຶ່ງພະ ຍາຍາມປະຢັດມັດທະຍັດໃນ ການໃຊ້ຈ່າຍ, ພ້ອມທັງຮຽກ ຮ້ອງ ໃຫ້ທົ່ວສັງຄົມພ້ອມກັນຮັດ ສາຍແອວໃນຍາມທີ່ພວກເຮົາຜະເຊີນບັນຫາຫຍຸ້ງຍາກຄືແນວນີ້.

ທ່ານລັດຖະມົນຕີວ່າການ ກະຊວງການເງິນ ດຣ ລຽນ ທິ ແກ້ວ ກໍໄດ້ກ່າວຕໍ່ກອງປະຊຸມ ສະພາວ່າ: ສະພາບຫຍຸ້ງຍາກ ທາງດ້ານງົບປະມານຢູ່ປະເທດ ເຮົາໃນໄລຍະນີ້ແມ່ນບໍ່ສາມາດ ແກ້ໄຂໄດ້ຢ່າງຂາດໂຕເທື່ອຍ້ອນຜົນສະທ້ອນຈາກແຮງກົດດັນ ຂອງໜີ້ສິນ, ການຂາດສະພາບ ຄ່ອງດ້ານການເງິນທີ່ມີຜົນມາ ຈາກການເກັບລາຍຮັບບໍ່ໄດ້ຕາມແຜນ ແລະ ວິກິດການດັ່ງກ່າວ ອາດຈະສົ່ງຜົນສະທ້ອນແກ່ຍາວໄປຮອດສົກປີຕໍ່ໜ້າ. ຂະນະທີ່ສະມາຊິກສະພາແຫ່ງຊາດຫຼາຍທ່ານກໍມີຄຳເຫັນ ວ່າລັດຖະບານ ຄວນເອົາໃຈໃສ່ຢ່າງຈິງຈັງໃນ ການກວດກາການນຳໃຊ້ງົບປະມານຂອງແຕ່ລະຂະແໜງການ ນັບແຕ່ສູນກາງຮອດທ້ອງຖິ່ນ ເພື່ອ ໃຫ້ເກີດຄວາມໂປ່ງໃສ ແລະ ຄຽງຄູ່ກັນນັ້ນ, ຕ້ອງນຳໃຊ້ ເຄື່ອງມື, ລະບຽບການ ແລະ ມາດຕະການທີ່ມີຕໍ່ຫົວໜວ່ຍ ຫລື ຂະ ແໜງການທີ່ລະເມີດລະບຽບການເງິນ-ງົບປະມານ ແລະ ເຂັ້ມງວດກວດສອບພະນັກງານລັດ ຖະກອນທີ່ເຮັດວຽກຢູ່ໃນຂົງ ເຂດຕິດພັນດ້ານເສດຖະກິດໂດຍກົງ ເຊັ່ນ: ພາສີ, ອາກອນ, ທີ່ດິນ ແລະ ອື່ນໆເນື່ອງຈາກມີຫາງສຽງ ຂອງສັງຄົມວິຈານວ່າພະ ນັກງານລັດຈຳນວນໜຶ່ງເຂົ້າເຮັດ ວຽກບໍ່ດົນກໍມີຊັບສີນລ້ຳລວຍຜິດປົກກະຕິແຕ່ປະເທດຊາດພັດ ພວມຜະເຊີນກັບວິກິດເສດ ຖະກິດໜັກໜ່ວງຄືດັ່ງກ່າວ.

ຂອບໃຈຂ່າວຈາກ ລາວພັດທະນາ: http://laophatthananews.blogspot.com

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...