spot_img
Homeຄວາມຮູ້ກ່ຽວກັບ AEC10 ອັນດັບພູທີ່ສູງທີ່ສຸດໃນອາຊຽນ

10 ອັນດັບພູທີ່ສູງທີ່ສຸດໃນອາຊຽນ

Published on

ຄວາມຮູ້ກ່ຽວກັບອາຊຽນ ວັນນີ້ເຮົາຈະມານຳສະເໜີ ພູ ທີ່ສູງທີ່ສຸດໃນອາຊຽນ ເຊິ່ງຫຼາຍຄົນອາດຈະບໍ່ຮູ້ວ່າມີພູໃດແນ່ ແລະ ມີຢູ່ປະເທດໃດແນ່ ວັນນີ້ເຮົາເລີຍມີຄຳຕອບມາຝາກກັນ

1. Hkakabo Razi : ຂ່າກາໂບຣາຊີ ຍອດພູຫິມະທີ່ສູງທີ່ສຸດໃນອາຊຽນ ຕັ້ງຢູ່ແຂວງ ປູເຕົາ ພາກເໜືອຂອງປະເທດ ມຽນມາ ມີຄວາມສູງ 5,881 ແມັດ
 2. Gamlang Razi : ຢູ່ໃນບໍລິເວນໃກ້ກັນກັບ ພູ ຂ່າກາໂບຣາຊີ ຢູ່ພາກເໜືອຂອງປະເທດ ມຽນມາ ຕິດກັບຊາຍແດນຈີນ ມີຄວາມສູງ 5,870 ແມັດ
3. Dindaw Razi : ຕັ້ງຢູ່ທີ່ລັດກະຈິນ ຂອງ ມຽນມາ ມີຄວາມສູງ 5,464 ແມັດ
4. Sheankala Razi : ຕັ້ງຢູ່ທີ່ລັດກະຈິນ ຂອງ ມຽນມາ ມີຄວາມສູງ 5,000 เมตร (16,404 ฟุต)
5. Puncak Jaya : ພູປຸນຈັກຈາຍາ ຂອງອິນໂດເນເຊຍ ເມື່ອກ່ອນມີຊື່ວ່າ ພູເຂົາ (Carstensz) ມີຄວາມສູງ 4,884 ແມັດ
6. Sumantri : ພູເຂົາສຸມັນຕີຣ ແຂວງ ປາປົວ ທີ່ ອິນໂດເນເຊຍ ມີຄວາມສູງ 4,870 ແມັດ
7. Ngga Pulu : ພູເຂົາທາງຝັ່ງຕະເວັນຕົກຂອງເກາະ ນິວກີນີ ອິນໂດເນເຊຍ ມີຄວາມສູງ 4,862 ແມັດ
8. Puncak Mandala : ຢູ່ໃນ ປ່າປົວ ອິນໂດເນເຊຍ ມີຄວາມສູງ 4,760 ແມັດ
9. Puncak Trikora : ທີ່ ອິນໂດເນເຊຍ ມີຄວາມສູງ 4,750 ແມັດ
10. Ngga Pilimsit : ທີ່ ອິນໂດເນເຊຍ ມີຄວາມສູງ 4,717 ແມັດ
ຂໍ້ມູນອ້າງອີງຈາກເວັບໄຊ໌: http://navigatorthai.myreadyweb.com/article/category-77859.html
http://m.exteen.com/blog/thai-asean/20150226/entry-11

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...