Homeຂ່າວພາຍ​ໃນຜູ້ໂດຍສານສາຍໃຕ້ໂວຍ ບອກວ່າຖືກເຈົ້າຂອງລົດເອົາປຽບ ຫຼັງຖືກໃຫ້ຍ້າຍໄປຂີ່ລົດຂີ້ຮ້າຍ

ຜູ້ໂດຍສານສາຍໃຕ້ໂວຍ ບອກວ່າຖືກເຈົ້າຂອງລົດເອົາປຽບ ຫຼັງຖືກໃຫ້ຍ້າຍໄປຂີ່ລົດຂີ້ຮ້າຍ

Published on

ຜູ້ໂດຍສານທ່ານໜຶ່ງໄດ້ສະແດງຄວາມບໍ່ພໍໃຈ ຕໍ່ການໃຫ້ບໍລິການຂອງລົດເມສາຍໃຕ້ຄັນໜຶ່ງ ທີ່ເປັນລົດຄັນໃໝ່ຄັນງາມ ແຕ່ພໍອອກຈາກຄິວແລ້ວພັດບອກໃຫ້ຜູ້ໂດຍສານ ຍ້າຍລົດໄປຂຶ້ນອີກຄັນໜຶ່ງ ທີ່ເປັນລົດເກົ່າໆ
ຜູ້ໂດຍສານທ່ານໜຶ່ງທີ່ເປັນນັກສຶກສາ ໄດ້ໂພສຂໍ້ຄວາມແລະຮູບພາບລົງໃນເຟສບຸກບຸກຂອງຕົນ ເມື່ອວັນທີ 16 ສິງຫາ 2018 ນີ້ ລະບຸວ່າ: ຕົນເອງບໍ່ໄດ້ຂີ່ລົດເມກັບບ້ານ ມື້ນີ້ມີໂອກາດໄດ້ຂີ່ລົດກັບບ້ານ ເຊິ່ງລົດໄດ້ອອກຈາກຄິວໃນເວລາ 13:30 ອອກມາກາຍໄຟແດງຄິວລົດສາຍໃຕ້ມາປະມານ 200 ແມັດ ລົດຄັນງາມໆທີ່ຂ້ອຍຂີ່ກັບໝູ່ຂ້ອຍ ແລະ ຜູ້ໂດຍສານຈໍານວນໜຶ່ງ (ປາຍລົດ ບກ 9044 ສະຫວັນນະເຂດ -ປາກເຊ) ກໍ່ມີການປ່ຽນໃຫ້ພວກຂ້ອຍລົງມາຂີ່ລົດອີກຄັນໜື່ງທັງເກົ່າທັງຮ້າງ.
ຂ້ອຍ ແລະ ຜູ້ໂດຍສານຈຳນວນໜຶ່ງບໍ່ພໍໃຈເລີຍພາກັນລົງຈາກລົດຄັນດັ່ງກ່າວ ແລ້ວໄປຂໍເອົາປີ້ລົດໄປປ່ຽນເອົາເງິນຢູ່ຄິວຄືນ ແຕ່ໂຊເຟີກໍ່ສະເໜີ ປ່ຽນຄືນເງິນໃຫ້ຂ້ອຍຊື້ປີ້ເດີນທາງໄປ ແຂວງຄຳມ່ວນລາຄາປີ້ 60,000ກີບ ແຕ່ໂຊເຟີສົ່ງເງິນໃຫ້ຂ້ອຍຄືນພຽງແຕ່ 50,000 ກີບ ບ່ອກວ່າອີກ 10,000 ກີບແມ່ນຫັກຄ່າເປີເຊັນ (ເປີເຊັນຫຍັງຂ້ອຍບໍ່ຮູ້) ແລ້ວຂ້ອຍຊິເອົາປີ້ຄືນຊິໄປແລກຢູ່ຄິວເອງ ໂຊເຟີຄົນນັ້ນບໍ່ຍອມໃຫ້ ຫຼັງຈາກນັ້ນຂ້ອຍກັບໝູ່ຈື່ງຢ່າງກັບໄປຄິວລົດສາຍໃຕ້ຄືນ ແລ້ວໄດ້ໄປສອບຖາມຢູ່ບ່ອນຂາຍປີ້ວ່າ: ການບໍລິການລົດເມສາຍໃຕ້ປ່ຽນລະບົບໃໝ່ແລ້ວຫວາ ຂີ່ລົດງາມໆກ່ອນອອກຄິວແລ້ວໃຫ້ຜູ້ໂດຍສານລົງຂີ່ລົດຮ້າງໆເກົ່າໆໄປຕໍ່ຫວາ ຄົນຂາຍປີ້ພາກັນມິດແລ້ວຖາມຂ້ອຍວ່າລົດປ້າຍຫຍັງ ຂ້ອຍຕອບ ບກ 9044 ສະຫວັນ-ປາກເຊ ແລ້ວກໍມິດບໍ່ມີໃຜໃຫ້ຄຳຕອບຫຍັງຂ້ອຍເລີຍ ຂ້ອຍຮູ້ສຶກໃຈຮ້າຍຫຼາຍເພາະບໍ່ເຄີຍພົບບັນຫາແບບນີ້ມາກ່ອນ ທຽວຄິວນີ້ແຕ່ປີ 1 ຮອດປີ 4 ຫາກໍ່ພໍ້.
ແລະຜູ້ໂດຍສານຄົນດັ່ງກ່າວຍັງໄດ້ຕັ້ງຄຳຖາມຖິ້ມທ້າຍວ່າ: ເປັນຫຍັງຄືເອົາລັດເອົາປ່ຽບກັນແທ້?
ຂໍຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງລົງກວດສອບຄືນເພື່ອຄວາມຍຸດຕິທຳຂອງສັງຄົມ.

ບົດຄວາມຫຼ້າສຸດ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...