Homeຂ່າວພາຍ​ໃນຂົວທ່າງ່ອນໂລ່ງໂຈ່ງໂປ່ງ ລັດຖະບານສັ່ງຢຸດເກັບຄ່າຜ່ານແລ້ວ!

ຂົວທ່າງ່ອນໂລ່ງໂຈ່ງໂປ່ງ ລັດຖະບານສັ່ງຢຸດເກັບຄ່າຜ່ານແລ້ວ!

Published on

ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເພັດ ພົມພິພັກ ໄດ້ໃຫ້ສໍາພາດນັກຂ່າວໃນວັນທີ 16 ສິງຫານີ້ວ່າ: ລັດຖະບານໄດ້ສັ່ງໃຫ້ຢຸດຕິການເກັບຄ່າບໍລິການຜ່ານຂົວທ່າງ່ອນ, ເມືອງໄຊທານີ, ນະຄອນຫລວງວຽງຈັນແລ້ວ ນັບແຕ່ວັນທີ 16 ສິງຫານີ້ເປັນຕົ້ນໄປ, ເພື່ອປະຕິບັດຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີລົງວັນທີ 8 ສິງຫາ 2016 ກ່ຽວກັບໃຫ້ຢຸດຕິການເກັບຄ່າບໍລິການຜ່ານຂົວດັ່ງກ່າວ, ຂະນະທີ່ເງິນທີ່ໄດ້ຈາກການເກັບຄ່າຜ່ານຂົວເກີນໜີ້ສິນທະນາຄານກາງແມ່ນໃຫ້ມອບເຂົ້າງົບປະມານລັດ.
ທ່ານຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ການຢຸດຕິເກັບຄ່າບໍລິການຜ່ານຂົວດັ່ງກ່າວນີ້, ເນື່ອງຈາກວ່າລັດສາມາດເກັບເງິນຊຳລະໜີ້ກໍ່ສ້າງຂົວໃຫ້ທະນາຄານແຫ່ງ ສປປ ລາວ ສຳເລັດໝົດແລ້ວ ແລະ ລັດຖະບານໄດ້ກຳນົດໃຫ້ຄິດໄລ່ເກັບຄ່າບໍລິການຜ່ານຂົວ-ທາງ ເຂົ້າໃນລາຄານ້ຳມັນເຊື້ອໄຟທີ່ລວມເຂົ້າໃນກອງທຶນທາງແລ້ວຕາມການຕົກລົງເມື່ອປີ 2011 ຜ່ານມາ, ເຊິ່ງໃນຕໍ່ໜ້າການບູລະນະສ້ອມແປງຂົວດັ່ງກ່າວແມ່ນໃຫ້ນຳໃຊ້ທຶນຈາກກອງທຶນທາງ. ພ້ອມນີ້, ໃຫ້ມອບເງິນລາຍຮັບຈາກການເກັບເງິນຄ່າຜ່ານຂົວທ່າງ່ອນ ທີ່ໄດ້ເກີນກວ່າໜີ້ສິນຄ້າງກັບທະນາຄານແຫ່ງ ສ ປປ ລາວ ເຂົ້າງົບປະມານລວມ ເພື່ອແກ້ໄຂລາຍຈ່າຍທີ່ຈຳເປັນຂອງລັດຖະບານ.
ການຢຸດຕິເກັບຄ່າຜ່ານຂົວດັ່ງກ່າວ, ນັບວ່າເປັນຂ່າວດີສໍາລັບຜູ້ໃຊ້ລົດໃຊ້ຖະໜົນເວົ້າລວມ, ເວົ້າສະເພາະກໍແມ່ນຜູ້ທີ່ຂັບຂີ່ລົດໃຫຍ່ຜ່ານຂົວດັ່ງກ່າວແມ່ນບໍ່ໄດ້ເສຍເງິນອີກຕໍ່ໄປ, ເປັນການຫລຸດຄ່າໃຊ້ຈ່າຍຂອງປະຊາຊົນ ແລະ ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ການຂົນສົ່ງສີນຄ້າ, ຜົນຜະລິດກະສິກໍາ, ທັງເຮັດໃຫ້ສະພາບການສັນຈອນຜ່ານຂົວດັ່ງກ່າວມີຄວາມວ່ອງໄວຫລາຍຂຶ້ນ.

ເບື້ອງຕົ້ນຂົວແຫ່ງນີ້ແມ່ນບໍລິສັດເອກະຊົນເປັນຜູ້ສ້າງ ໂດຍຢືມເງິນຈາກທະນາຄານແຫ່ງ ສປປລາວ ໄປລົງທຶນ ແຕ່ພາຍຫຼັງສ້າງຂົວສຳເລັດ ແລ້ວເກັບເງິນສົ່ງທະນາຄານແຫ່ງ ສປປລາວ ບໍ່ໄດ້ຕາມກຳນົດ ຈຶ່ງໄດ້ມອບໂອນໃຫ້ ທະນາຄານແຫ່ງ ສປປລາວ ເປັນຜູ້ລົງໄປເກັບເງິນເອົາເອງ. ການຢຸດເກັບເງິນຄ່າຜ່ານດັ່ງກ່າວ ແມ່ນຍ້ອນວ່າທະນາຄານແຫ່ງ ສປປລາວ ໄດ້ເກັບເງິນ (ເກັບໜິ້) ໄດ້ຄົບຖ້ວນແລ້ວ.
14034822_1325159780835529_6300903629125941377_n
ຂ່າວແລະຮູບ: ລາວພັດທະນາ
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...