Homeຂ່າວທ້ອງຖິ່ນໂຈນລັກຄວາຍ ແລະງັດຕູ້ເຊບ

ໂຈນລັກຄວາຍ ແລະງັດຕູ້ເຊບ

Published on

ເມື່ອວັນທີ 5.8.2016 ຜ່ານມານີ້ ເຈົ້າໜ້າທີ່ຕຳຫຼວດກອງຄະດີ ປກສ ເມືອງຄຳເກີດ ສາມາດມ້າງຄະດີ ລັກຊັບພົນລະເມືອງ ໄດ້ກັກຕົວຜູ້ຖືກຫາໄດ້ 3 ຄົນຄື: ທ້າວ ວີລາ ອາຍຸ 21 ປີ, ທ້າວ ວິໃຈ ອາຍຸ 26 ປີ ທັງສອງເປັນປະຊາຊົນບ້ານ ນາກະດົກ, ເມືອງ​ຄຳ​ເກີດ, ແຂວງ ບໍ​ລິ​ຄຳ​ໄຊ ແລະທ້າວ ວິລະສັກ ອາຍຸ 36 ປີ ປະຊາຊົນ ບ້ານ ສົມສະນຸກ ເມືອງຄຳເກີດ.

ຜູ້​ຖືກ​ຫາ​ທັງ 3 ຄົນ ໄດ້​ໃຫ້ການ​ສາລະ​ພາບ​ຕໍ່​ເຈົ້າ​ໜ້າທີ່​ວ່າ: ເວລາ 15:00 ໂມງ​ຂອງ ວັນ​ທີ 12.1.2016 ພວກ​ຕົນ​ທັງ​ສາມ​ໄດ້​ວາງ​ແຜນ​ໄປ​ລັກ ຄວາຍ​ຂອງ​ປະຊາ­ນ ບ້ານ​ນາ​ກະ​ດົກ ຕາມ​ທົ່ງ​ນາ ແລະ​ປ່າ​ເຫຼົ່າ ໂດຍ​ໃຊ້​ຮູບ ການ​ເອົາ​ປືນ​ແກ໊ບ​ຍິງ​ເອົາ​. ເມື່ອ​ໄດ້​ຄວາຍ​ແລ້ວ ພວກ​ຕົນ​ກໍ​ຄົວ​ເອົາ​ຊີ້ນ ຈຳນວນ 4 ເປົາ ແລ້ວ​ພາກັນ​ເອົາ​ໃສ່​ລົດ​ຕູ້​ໄປ​ຂາຍ​ໃຫ້​ຍິງ​ຄົນ​ໜຶ່ງ (ບໍ່​ຮູ້​ຊື່) ຢູ່​ພາຍ​ໃນ​ບ້ານ ນາ​ກະ​ດົກ ໄດ້​ເງິນ​ຈຳນວນ 2,8 ລ້ານ​ກີບ. ຫຼັງ​ຈາກ​ໄດ້​ເງິນ​ມາ​ແລ້ວ ກໍ​ໄດ້​ແບ່ງກັນ ໄປ​ໃຊ້​ຈ່າຍ​ຫຼິ້ນ, ກິນ​ຟູມ​ເຟືອຍ, ມົ້ວ ສູມ​ຢາ​ເສບ​ຕິດ​ຈຳນວນ​ໜຶ່ງ.

ນອກຈາກ​ນີ້​ເຈົ້າ​ໜ້າທີ່​ຍັງ​ໄດ້​ສືບສວນ-ສອບ​ສວນ​ ຂະຫຍາຍ​ຜົນ ໃຫ້​ຮູ້​ຕື່ມອີ​ກວ່າ: ທ້າວ ວີ​ລາ ໄດ້​ຮັບ​ສາລະພາບ​ຕໍ່ ເຈົ້າ​ໜ້າທີ່​ຕື່ມ​ວ່າ: ວັນ​ທີ 2.2.2016  ຕົນ​ໄດ້​ຂຶ້ນ​ເຮືອນ​ຂອງ ນາງ ວົງ​ລີ ຢູ່ ບ້ານ​ນາ​ກະ​ດົກ, ເມືອງ​ຄຳ​ເກີດ ແລະ​ໄດ້​ລົງມື ​ງັດ​ຕູ້​ເຊບ​ປະກອບ​ມີ​ຊັບ​ສິນ​ຄື: ສາຍ​ແຂນ​ຄຳ 2 ເສັ້ນໜັກ 2 ບາດ, ແຫວນ​ຄຳ 1 ວົງ ແລະ ເງິນ​ກີບ​ ຈຳນວນ 1,8 ລ້ານ ກີບ.  ພາຍຫຼັງ​ທີ່​ຕົນ​ລັກ​ມາ​ໄດ້​ແລ້ວ​ຕົນ ກໍ​ກັບ​ເມືອ​ເຮືອນ​ເອົາ​ເງິນ​ຈຳນວນ 1,8  ລ້ານ​ກີບ, ສາຍ​ຄໍ​ຄຳ 1 ເສັ້ນ ຝາກ​ໄວ້​ນຳແມ່, ​ສ່ວນ​ທີ່​ເຫຼືອຕົນ​ໄດ້​ເອົາ​ໄປ​ຂາຍ​ເຂົ້າ​ຮ້ານ​ຄຳ ແຫ່ງ​ໜຶ່ງ ຢູ່​ຕະຫຼາດ​ຫຼັກ​ຊາວ ໄດ້​ເງິນ​ຈຳນວນ 6,6 ລ້ານ​ກີບ. ເມື່ອ​ໄດ້​ເງິນ​ແລ້ວ ຕົນ​ກໍ​ໄປ​ຊື້​ລົດຈັກ 1 ຄັນ,  ໂທລະສັບ 1 ໜ່ວຍ ພ້ອມ​ທັງ​ໃຊ້​ຈ່າຍ​ມົ້ວ ສຸມ​ຢາ​ເສບ​ຕິດ.

ຕໍ່​ກັບ​ການ​ກະທຳ​ຜິດ​ດັ່ງກ່າວ ແມ່ນໄດ້​ສ້າງ​ຄວາມ​ເສຍ​ຫາຍ​ອັນ​ໃຫຍ່​ຫຼວງ ໃຫ້​ແກ່ ພໍ່ແມ່, ປະຊາຊົນ ແລະ​ຍັງ​ເຮັດ​ໃຫ້​ສັງຄົມ​ບໍ່​ມີ​ຄວາມ​ສະຫງົບ. ເຈົ້າ​ໜ້າທີ່ ຕຳຫຼວດ​ຈິ່ງ​ໄດ້​ກັກ​ຕົວ​ໄວ້​ດຳເນີນ​ຄະດີ​ຕາມ​ລະບຽບ​ກົດໝາຍ. ປະຈຸ​ບັນ​ຄະດີ​ແມ່ນ ຍັງ​ຢູ່​ໃນ​ຂັ້ນ​ຕອນ​ຂອງ​ການ​ສືບສວນ-ສອບ​ສວນ​ຂະຫຍາຍ​ຜົນ​ຂອງ​ເຈົ້າ​ໜ້າທີ່ ເພື່ອ​ຫາ​ພັກ​ພວກ​ຮ່ວມ​ຂະ​ບວນ​ການ​ມາ ດຳເນີນ​ຄະດີ​ຕາມ​ລະບຽບ​ກົດໝາຍບ້ານເມືອງ.

 

ໂດຍ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...