spot_img
Homeຂ່າວການສຶກສາສົກຮຽນໃໝ່ ຊັບພະວິຊາຈະຮັບນັກສຶກສາພັນກວ່າຄົນ

ສົກຮຽນໃໝ່ ຊັບພະວິຊາຈະຮັບນັກສຶກສາພັນກວ່າຄົນ

Published on

ວິທະຍາໄລ​ເຕັກນິກ​ຊັບບ​ພະວິຊາ ​ເປັນ​ສະ​ຖາ​ບັນ​ການ​ສຶກ​ສາ​ທີ່​ເຄື່ອນ​ໄຫວ​ພາຍ​ໃຕ້​ການ​ຊີ້​ນຳ-ນຳພາ ແລະ ຄຸ້ມ​ຄອງ​ຂອງ​ກົມອາຊີວະ​ສຶກ​ສາ ກະຊວງ​ສຶກ​ສາ​ທິການ ແລະ ກີລາ ເປັນ​ສະ​ຖາ​ບັນການ​ສຶກ​ສາ​ຂອງ​ລັດ ໂດຍ​ຖື​ເອົາການ​ພັດທະນາ​ຊັບພະຍາກອນມະນຸດ ​ໃຫ້​ຕອບ​ສະໜອງ​ກັບຄວາມ​ຕ້ອງການ​ຂອງ​ຕະຫຼາດແຮງ​ງານ ແລະ ສັງຄົມ​ໃນ​ຫຼາຍຂະແໜງການ ຫຼາຍ​ສາຂາ​ວິຊາ ນັບ​ທັງ​ຊັ້ນ​ກາງ ຊັ້ນ​ສູງ ແລະ ຊັ້ນສູງ​ຕໍ່​ເນື່ອງ ​ໃນ​ແຕ່​ລະ​ສົກ​ສຶກ​ສາ ແລະ ມີ​ນັກ​ສຶກ​ສາ​ທີ່​ຈົບ​ຈາກ​ວິທະ​ຍາ​ໄລ​ດັ່ງກ່າວ​ຈຳນວນ​ບໍ່ໜ້ອຍ ແລະ ສາມາດ​ປະກອບ​ອາຊີບ​ທາງ​ພາກ​ລັດ ແລະ ເອກະຊົນ.

ທ່ານ ບຸນ​ຖະໜອມ ສຸລິຍະ​ວົງ ຮອງ​ຜູ້ອຳນວຍການ​ວິທະຍາໄລຊັບບພະ​ວິຊາ ​ໃຫ້​ສຳພາດ​ວ່າ: ເພື່ອເປັນ​ສ່ວນ​ໜຶ່ງ​ໃນ​ການ​ປະກອບສ່ວນ​ ພັດທະນາຊັບພະຍາກອນ​ມະນຸດ ​ໃຫ້​ມີ​ຄວາມ​ຮູ້ຄວາມ​ສາມາດ ໃນ​ການ​ສ້າງສາ​ພັດທະນາ​ປະເທດ​ຊາດ ກໍ່​ຄືການ​ສ້າງ​ວຽກເຮັດ​ງານ​ທຳ​ໃຫ້​ຊາວ​ໜຸ່ມ-ໄວໜຸ່ມ ແລະ ເພື່ອ​ກະກຽມ​ຕ້ອນຮັບ​ສົກຮຽນ 2016-2017 ວິ​ທະຍາ​ໄລ​ຂອງ​ພວກ​ເຮົາ ໄດ້​ເອົາໃຈໃສ່​ໃນ​ການ​ພັດທະນາ​ຄູ-ອາຈານ ຫ້ອງ​ຮຽນ ຫໍ​ພັກ​ຈຳນວນ​ໜຶ່ງ ເພື່ອ​ບັນຈຸ​ນັກ​ສຶກ​ສາ​ໃໝ່ ສຳລັບສົກຮຽນ 2016-2017 ຈະ​ຮັບ​ນັກສຶກ​ສາ​ໃໝ່ ປະມານ 1.000 ຄົນ ໃນ​ສາຂາ​ວິຊາ​ຕ່າງໆ ເຊັ່ນ: ຫຼັກສູດ​ສຳ​ຫຼວດ​ວັດແທກ​ທີ່​ດິນ ສຳຫຼວດ​ວັດແທກ​ກໍ່ສ້າງ ປະ​ເມີນ​ຄ່າຊັບ​ສິນ​ທີ່​ດິນ IT ພູມ​ສັນຖານ IT ອຸດສາຫະກຳ ສຳ​ຫຼວດ​ຂຸດ​ຄົ້ນ​ປຸງແຕ່ງແຮ່ ສິ່ງແວດລ້ອມ​ໄຟຟ້າ ໃນ​ນີ້ປະກອບ​ມີ ໄຟຟ້າ​ອາຄານ ໄຟຟ້າ​ຕາ​ຂ່າຍ ແລະ ໄຟຟ້າເຂື່ອນ ສ່ວນ​ການ​ຮຽນ-ການສອນ ນັ້ນ​ແມ່ນ​ຈະ​ເນັ້ນ​ການ​ປະຕິ​ບັດ​ຕົວ​ຈິງ​ຫຼາຍ​ກວ່າ​ທິດ​ສະ​ດີ.

ນອກຈາກ​ນີ້ ຍັງ​ຮັບ​ນັກຮຽນທີ່​ຮຽນ​ຈົບ ມ4 ເຂົ້າ​ມາ​ສຶກ​ສາ​ໃນລະບົບ 9+3 ຊັ້ນ​ກາງ ໂດຍ​ບໍ່​ໄດ້ເສັງ​ຄັດ​ເລືອກ​ແຕ່​ຈະ​ສຳພາດ​ເອົາ ແລະ ບໍ່​ໄດ້​ເສຍ​ຄ່າ​ຮຽນ​ໃດໆທັງໝົດ ພ້ອມ​ທັງ​ມີ​ເງິນ​ເບ້ຍລ້ຽງ​ໃຫ້ໃນ​ແຕ່​ລະ​ເດືອນ ເມື່ອ​ຮຽນ​ຈົບຊັ້ນ​ກາງ​ແລ້ວ​ກໍ່​ສາມາດ​ເຊື່ອມ​ຕໍ່ໃນ​ລະບົບ​ຊັ້ນ​ສູງ​ໄດ້ ສຳລັບ​ທີ່ຮຽນ​ຈົບ ມ7 ແມ່ນ​ຈະ​ຮຽນ​ໃນ​ລະບົບ 12+2 ຊັ້ນ​ກາງ 12+3 ຊັ້ນສູງ ເຊິ່ງ​ຈະ​ເລີ່ມ​ຂາຍ​ຄຳ​ຮ້ອງນັບ​ແຕ່​ວັນ​ທີ 15/8-15/9/2016 ແລະ ຈະ​ເສັງ​ໃນ​ວັນ​ທີ 19/9/2016 ທີ່​ວິທະຍາໄລ​ດັ່ງກ່າວ ດັ່ງນັ້ນ ແຈ້ງ​ມາ​ຍັງ​ນັກຮຽນ​ທີ່​ຮຽນຈົບ ມ4 ແລະ ມ7 ສາມາດ​ພົວພັນ​ໄດ້​ທີ່​ວິທະຍາໄລ​ເຕັກນິກ​ສັບພະ​ວິຊາ.

 

ຂ່າວຈາກ: Vientiane Mai

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...