Homeຂ່າວພາຍ​ໃນເຕືອນ! ປະຊາຊົນສົງໄສວ່າມີຄົນບໍ່ດີ ຫວ່ານເຫຼັກຕະປູສະກັດລົດ ຢູ່ເສັ້ນທາງ 450 ປີ

ເຕືອນ! ປະຊາຊົນສົງໄສວ່າມີຄົນບໍ່ດີ ຫວ່ານເຫຼັກຕະປູສະກັດລົດ ຢູ່ເສັ້ນທາງ 450 ປີ

Published on

ຂ້າພະເຈົ້າແລະຄອບຄົວໄດ້ເດີນທາງມາຈາກຂົວມິດຕະພາບຈະກັບບ້ານ ໂດຍໃຊ້ເສັ້ນທາງ 450ປີ, ຕອນນັ້ນເປັນເວລາປະມານ 21 ໂມງກາງຄືນ ຫລັງຈາກລ້ຽວເຂົ້າເສັນທາງ 450 ປີໄດ້ປະມານ 500 ແມັດກໍ່ຮູ້ສຶກລົດມີບັນຫາ ສາມີຂ້າພະເຈົ້າກໍ່ໄດ້ຈອດລົດລົງໄປເບິ່ງ ແລະຟ້າວກັບຂຶ້ນມາເທິງລົດແລ້ວຂັບອອກໄປພ້ອມທັງບອກວ່າ “ຢາງລົດຮົ່ວ” ຂ້າພະເຈົ້າສົງໃສເລີຍຖາມວ່າເປັນຫຍັງຄືບໍ່ຈອດຖ້າເອີ້ນຄົນມາຊ່ວຍ ຂັບໄປແບບນີ້ບໍ່ໄດ້ຕິເບາະ…

ສາມີໄດ້ຕອບວ່າ “ຢູ່ບໍ່ໄດ້ມີອັນຕະລາຍ ແລະ ໄດ້ບອກວ່າ ມີຜູ້ຊາຍຢ່າງຕົງມາຫາລົດຈາກປ່າຫຍ້າທີ່ບໍ່ມີບ້ານເຮືອນແລະບໍ່ມີລົດເລີຍ” ແລະ ເມື່ອຂັບລົດອອກມາອີກໄລຍະໜຶ່ງປະມານ 100 ແມັດ ກໍ່ມີ ຜູ້ຊາຍອີກຄົນໜຶ່ງຈອດລົດຈັກຢູ່ແຄມທາງນັ່ງຢູ່ເທິງລົດຈັກຄົນດຽວ ມາອີກໄລຍະໜຶ່ງກໍ່ມີຜູ້ຊາຍນັ່ງເທິງລົດຈັກອີກ ສາມີກໍ່ບໍ່ຍອມຈອດລົດເດັດຂາດ ຕະຫລອດທາງບໍ່ມີບ່ອນທີ່ເໝາະສົມເປັນຕາຈອດລົດເລີຍ

ມາຮອດໜ້າຮ້ານອາຫານແຫ່ງໜຶ່ງ ຮ້ານປິດແຕ່ໂຊກດີມີໄຟແຈ້ງໜ້າຮ້ານ ສາມີເລີຍຈອດລົດເພື່ອຈະລົງໄປປ່ຽນຢາງລົດສຳຮອງ ໂດຍທີ່ໃຫ້ຂ້າພະເຈົ້າ ພ້ອມດ້ວຍແມ່ແລະລູກສາວຢູ່ໃນລົດ, ຕອນທີ່ສາມີລົງໄປກໍ່ມີຜູ້ຍິງຄົນໜຶ່ງຂັບລົດຈັກມາຈອດຢູ່ທາງຂ້າງລົດຂອງຂ້າພະເຈົ້າ ລາວນັ່ງຢູ່ເທິງລົດຈັກຂອງລາວລົມໂທລະສັບຢູ່ຕະຫລອດເວລາ…ອີກບໍ່ດົນພີ້ນ້ອງກໍ່ມາຮອດ ແລະ ລົງມາຊ່ວຍສາມີປ່ຽນຢາງລົດສຳຮອງ ເມື່ອສຳເລັດການປ່ຽນຢາງແລ້ວຜູ້ຍິງທີ່ນັ່ງລົມໂທລະສັບນັ້ນກໍ່ຂັບລົດອອກໄປທັນທີ

ເມື່ອມາຮອດເຮືອນໄດ້ເວົ້າໃຫ້ໝູ່ຄູ່ຫລາຍຄົນຟັງ ຫລາຍຄົນບອກວ່າ ເສັ້ນທາງນີ້ມີເຫດການເກີດຂຶ້ນຫລາຍເທື່ອທີ່ເປັນອັນຕະລາຍ ແລະສົງໄສມີມິດສາຊີບຫລາຍ ຖ້າບໍ່ຈຳເປັນຈຶ່ງບໍ່ຄວນຜ່ານໃນຍາມກາງຄືນ… ມີໝູ່ອີກຄົນໜຶ່ງຂອງຂ້າພະເຈົ້າກໍ່ຖືກຢາງລົດຢຽມຕະປູຢູ່ເສັ້ນທາງນີ້ໃນມື້ດຽວກັນກັບຂ້າພະເຈົ້າແຕ່ເປັນຕອນກາງເວັນ

ເລື້ອງນີ້ ເບິ່ງຄືເປັນກາງວາງແຜນ ມີຄົນຢູ່ແຕ່ລະໄລຍະເສັ້ນທາງ ຕະປູເປັນນອດທີ່ຖືກຝົນແລະເຈຍໃຫ້ຄົມ

ຂ້າພະເຈົ້າຂຽນຍາວເພາະຕັ້ງໃຈຫລາຍບໍ່ຢາກໃຫ້ເຫດການບໍ່ດີເກີດຂຶ້ນກັບໃຜທັງທີ່ຮູ້ຈັກ ແລະບໍ່ຮູ້ຈັກ ຂໍທຸກຄົນທີ່ເດີນທາງບໍ່ວ່າເສັ້ນທາງໃດໆ ກະຂໍໃຫ້ມີສະຕິເພື່ອຄວາມປອດໄພຂອງຕົນເອງແລະຜູ້ຮ່ວມທາງ ຂໍໃຫ້ທຸກທ່ານໂຊກດີ

ຮູບແລະຂໍ້ມູນຈາກ: Somchai Sibounheuang ແລະ ສິບປາກເວົ້າບໍ່ເທົ່າໜຶ່ງຕາເຫັນ

ຕີນລົດຮົ່ວ ຢຽບຕະປູ

ບົດຄວາມຫຼ້າສຸດ

ຄະນະຜູ້ແທນ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ,...

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...