Homeຂ່າວພາຍ​ໃນປະກາດ! ລາຄານໍ້າມັນຈະຫຼຸດລົງ

ປະກາດ! ລາຄານໍ້າມັນຈະຫຼຸດລົງ

Published on

ອີງຕາມໃບແຈ້ງການຂອງ ກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 1423/ອຄ, ນະຄອນຫຼວງວຽງຈັນ, ລົງວັນທີ 12 ສິງຫາ 2016.       ປະກາດການປ່ຽນແປງ ປັບລາຄານໍ້າມັນຂາຍຍ່ອຍໜ້າປໍ້າ ໃນຂອບເຂດທົ່ວປະເທດ ໂດຍລາຄາໃໝ່ນີ້ ເລີ່ມປະຕິບັດ ວັນທີ 15 ສິງຫາ 2016 ເວລາ 06:00 ໂມງ ເປັນຕົ້ນໄປ.

ລາຍລະອຽດການປ່ຽນແປງລາຄານໍ້າມັນ:

– ແອັດຊັງພິເສດ ປັບລົງ 130 ກີບ/ລິດ

– ແອັດຊັງທຳມະດາ ປັບລົງ 150 ກີບ/ລິດ

– ກາຊວນ ປັບລົງ 170 ກີບ/ລິດ.

ຂໍ້ມູນຈາກ: Petrotradelao

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...