Homeວິທະຍາສາດ-ວິທະຍາການNeural Dust ອຸປະກອນອັນຕ້ຣາຊາວຂະໜາດນ້ອຍເທົ່າຜົງຝຸ່ນ

Neural Dust ອຸປະກອນອັນຕ້ຣາຊາວຂະໜາດນ້ອຍເທົ່າຜົງຝຸ່ນ

Published on

ປັດຈຸບັນວິທະຍາການທາງການແພດຂອງໂລກເຮົາກ້າວໜ້າໄປຫຼາຍ ບາງຄັ້ງການກວດຮັກສາໂຣກບາງຊະນິດ ເຄື່ອງມືແພດອາດບໍ່ສາມາດເຂົ້າໄປເຖິງໄດ້ ເຊັ່ນ ການກວດລະບົບປະສາດ ລ່າສຸດທີມງານວິສະວະກອນຈາກມະຫາວິທະຍາໄລ ເບີຣກເລຍ໌ ໄດ້ຄິດຄົ້ນເຊັນເຊີ້ໄຮ້ສາຍຂະໜາດນ້ອຍ ຮຽກວ່າ “neural dust” ອຸປະກອນອັນຕ້ຣາຊາວຂະນາດນ້ອຍທີ່ສາມາກວດຫາສາເຫດ ຄວາມຜິດປົກກະຕິຂອງລະບົບປະສາດ ຊ່ວຍຮັກສາຕັ້ງແຕ່ອາການອັກເສບ ໄປຈົນເຖິງໂຣກບ້າໝູ

ລາຍງານການທົດລອງຂອງພວກເຂົາໄດ້ຖືກຕີພຶມລົງວາລະສານເຊລປະສາດ ໂດຍນັກວິທະຍາສາດໄດ້ທົດລອງຝັງເຊັນເຊີ້ນີ້ ລົງໄປໃນສ່ວນຂອງກ້າມເນື້ອ ແລະ ເສັ້ນປະສາດຂອງໜູ ເພື່ອເຮັດການອັນຕ້ຣາຊາວສັນຍານໄຟຟ້າຂອງເສັ້ນປະສາດ ຫາຄາມຜິດປົກກະຕິທີ່ເກີດຂຶ້ນ ຂະໜາດຂອງມັນນ້ອຍຫຼາຍເມື່ອທຽບກັບມະນຸດ

ເປົ້າໝາຍຕໍ່ໄປຂອງໂຄງການນີ້ ຄືພັດທະນາເທັກໂນໂລຢີໃຫ້ສາມາດເຊື່ອມຕໍ່ກັບສະໝອງ ເພື່ອຮັກສາໂຣກອຳມະພາດ ຫຼື ໂຣກອື່ນໆ ທີ່ກ່ຽວຂ້ອງກັບປະສາດໄດ້ດ້ວຍການຝັງເຄື່ອງນີ້ເຂົ້າໄປ ແລ້ວກະຕຸ້ນດ້ວຍກະແສໄຟຟ້າ ທີມວິສະວະກອນຫວັງວ່າໃນອານາຄົດມັນຈະສາມາດຫາຂໍ້ມູນຂອງລະດັບອົກຊີເຈນ ຮວມເຖິງຮໍໂມນໃນຮ່າງກາຍຂອງມະນຸດໄດ້ອີກດ້ວຍ

 

ທີ່ມາ: http://news.thaiware.com/8391.html

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...