spot_img
Homeຂ່າວຕ່າງປະເທດຜູ້ນຳຕວກກີ ຍື່ນຄຳຂາດເຖິງອາເມຣິກາ ຈະເລືອກຜູ້ບົງການລັດຖະປະຫານ ຫລື ເລືອກຕວກກີ!

ຜູ້ນຳຕວກກີ ຍື່ນຄຳຂາດເຖິງອາເມຣິກາ ຈະເລືອກຜູ້ບົງການລັດຖະປະຫານ ຫລື ເລືອກຕວກກີ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 12 ສິງຫານີ້ວ່າ ທ່ານ ເຣເຊບ ເຕຢິບ ເອີໂອກັນ ປະທານາທິບໍດີຕວກກີ ໄດ້ຍື່ນຄຳຂາດເຖິງ ລັດຖະບານສະຫະລັດອາເມຣິກາ ຮຽກຮ້ອງໃຫ້ສົ່ງຕົວ ທ່ານ ເຟຕຸນເລາະ ກູເລນ ນັກສາສະໜາທີ່ມີຊື່ສຽງຂອງຕວກກີ ຊຶ່ງລີ້ໄພຢູ່ສະຫະລັດອາເມຣິກາ ຕັ້ງແຕ່ປີ 1999 ກັບຄືນມາໃຫ້ຕວກກີ ໃນຖານະຜູ້ຮ້າຍຂ້າມແດນ ຫລັງຈາກທີ່ລັດຖະບານຕວກກີຖືວ່າ ທ່ານ ກູເລນ ເປັນຜູ້ຢູ່ເບື້ອງຫລັງ ຄວາມພະຍາຍາມລັດຖະປະຫານ ທີ່ຫລົ້ມເຫລວ ເມື່ອວັນທີ 15 ກໍລະກົດ 2016 ທີ່ຜ່ານມາ, ຖ້າບໍ່ດັ່ງນັ້ນ ອາດກະທົບຕໍ່ຄວາມສຳພັນ ລະຫວ່າງສອງປະເທດ.

ທ່ານ ເຟຕຸນເລາະ ກູເລນ
ທ່ານ ເຟຕຸນເລາະ ກູເລນ

ທ່ານ ກູເລນ ໄດ້ຢືນຢັນມາໂດຍຕະຫລອດວ່າ ຕົນເອງບໍ່ມີສ່ວນກ່ຽວຂ້ອງ ກັບຄວາມພະຍາຍາມລັດຖະປະຫານ ແລະ ປະຕິເສດໝາຍຈັບ ທີ່ອອກໂດຍທາງການຕວກກີ.  ແນວໃດກໍຕາມ, ທ່ານ ບາຣັກ ໂອບາມາ ປະທານາທິບໍດີ ສະຫະລັດອາເມຣິກາ ໄດ້ລະບຸວ່າ ນັກສາສະໜາບຸກຄົນນີ້ ຈະຖືກສົ່ງໄປຕວກກີ ໃນຖານະຜູ້ຮ້າຍຂ້າມແດນ ກໍຕໍ່ເມື່ອເປັນຜົນ ຂອງຂະບວນການທາງກົດໝາຍເທົ່ານັ້ນ.

ຕິດຕາມເຮາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...