spot_img
Home​ຂ່າວບັນເທິງມຸກດາວັນ ຈະອອກຜົນງານໃໝ່

ມຸກດາວັນ ຈະອອກຜົນງານໃໝ່

Published on

10013352_10200788456072083_297240745_n

ທ່ານຜູ້ອ່ານທີ່ມັກຮັກໃນເພງບ້ານນາ ຄືຊິບໍ່ມີໃຜບໍ່ຮູ້ຈັກ ມຸກດາວັນ ສັນຕິພອນ ນັກຮ້ອງສາວຊາວບ້ານນາທີ່ໜ້າຮັກຜູ້ນີ້ເລີຍແມ່ນບໍ? ເຊິ່ງຄວາມຈິງແລ້ວ ມຸກດາວັນ ຮ້ອງເພງມາຕັ້ງແຕ່ນ້ອຍແລ້ວ ມີເພງດັງແດ່ບໍ່ດັງແດ່ ແຕ່ທີ່ເຂົາເປັນທີ່ຮູ້ຈັກຂອງສັງຄົມຢ່າງກວ້າງຂວາງແທ້ໆນັ້ນ ແມ່ນຈາກ ອາລະບ້ຳເພງ ຊຸດ ມົນຮັກບ່າວເມີງວັງ ເຊິ່ງເປັນຊຸດຄຸນນະພາບ ເຮັດໃຫ້ເຂົາໂດ່ງດັງໄປທົ່ວຟ້າເມືອງລາວ ແລ້ວບໍ່ພໍ ຍັງດັງຂ້າມຂອງ ຂ້າມທະເລ ໄປຍັງປະເທດຕ່າງໆ ທີ່ມີຄົນເວົ້າລາວແລະມີຄົນລາວອາໄສຢູ່. ເພງທີ່ເດັ່ນໆ ໃນຊຸດນີ້ກໍມີ ເອີ້ນອ້າຍໃສ່ໝໍ້ໜຶ່ງ ເພງນີ້ໄດ້ຮັບລາງວັນ ດວງຈຳປາ ຄັ້ງທີ 4 ແລະເພງທີ່ດັງບໍ່ໜ້ອຍໄປກວ່ານັ້ນ ກໍແມ່ນເພງ ສຽງແຄນແທນໃຈ, ລຳດັບຕໍ່ມາກໍແມ່ນເພງ ມົນຮັກບ່າວເມີງວັງ, ສະເໜ່ທ່າເຊຈຳພອນ, ນ້ຳຕາໄຫຼໃຕ້ຕົ້ນດອກແຄ, ຜືນນາປະລິນຍານ້ອງ… ຕາມລຳດັບ. ເຊິ່ງຜົນສຳເລັດຂອງເພງຊຸດນີ້ ມຸກດາວັນ ບອກວ່າ ຈາກທີ່ເຮົາເປັນນັກຮ້ອງບໍ່ມີຊື່ສຽງ ຢູ່ໃນຄ້າຍເພງນ້ອຍໆ ພໍໄດ້ຊື່ວ່າຄ້າຍ ແລ້ວໄດ້ຮັບສຽງຕອບຮັບດີແບບນີ້ ກໍເກີນຄວາມຄາດໝາຍ ແລະພູມໃຈກັບການທຸ່ມເທເອົາໃຈໃສ່ທຸກລາຍລະອຽດ ຕັ້ງແຕ່ເນື້ອຮ້ອງ, ສຽງຮ້ອງ, ສຽງດົນຕີ ແລະທຳນອງ ສຸດທ້າຍກໍໄດ້ຮັບຜົນຕອບແທນທີ່ດີເກີນຄາດ.

ຫຼ້າສຸດຜູ້ຂຽນໄດ້ສອບຖາມໄປຍັງຄ້າຍເພງ ກ້ວຍສຸກຂຽວ ເຊິ່ງເປັນຄ້າຍສັງກັດຂອງນັກຮ້ອງສາວຊາວບ້ານນາ ມຸກດາວັນ ສັນຕິພອນ ເຖິງຜົນງານໃໝ່ ກໍໄດ້ຮັບຄຳຕອບທີ່ໜ້າຕິດຕາມມາທັນທີ. ນັ້ນກໍຄືທາງຄ້າຍໄດ້ກຽມໃຫ້ ມຸກດາວັນ ໄດ້ຜະລິດຜົນງານໃໝ່ອອກສູ່ສັງຄົມອີກ ເຊິ່ງຈະເລິ່ມເຂົ້າຫ້ອງອັດໃນທ້າຍປີນີ້ ແລ້ວເພງຈະຖືກວາງຕະຫຼາດໃນໄລຍະເດືອນ ກຸມພາ-ມີນາ ໃກ້ຊິຮອດບຸນປີໃໝ່ລາວ 2015.

ໃນເລື່ອງຂອງແນວເພງນັ້້ນ ມຸກດາວັນ ບອກວ່າ ຈະເປັນເພງບ້ານນາ ຫວານໆ ເສົ້າໆ ຄືເກົ່າ ແຕ່ຊິມີລຳທ້ອງຖິ່ນເຂົ້າມາຕື່ມ ແລະເອົາເພງເກົ່າທີ່ຮ້ອງໄວ້ຕອນຍັງນ້ອຍມາຮ້ອງໃໝ່ ເຮັດດົນຕີໃໝ່ ລວມທັງອາລະບ້ຳຊິມີ 12-13 ເພງ ໃຫ້ຟັງຢ່າງສົມໃຈ ເຊິ່ງໄດ້ອາຈານແຕ່ງເພງສີມືຄຸນນະພາບຄືກັບຊຸດກ່ອນ ເຊັ່ນ ອາຈານ ກຸໄລ ລູກລາດອີງຮັງ, ອາຈານ ວາດ ວາທະສິນ, ອາຈານ ດອກເພັກ ແດນຈຳພອນ ແລະເພງເກົ່າແມ່ນ ອາຈານ ດາວຄູນ ນັນທະລາດ.

ສຸດທ້າຍ ມຸກດາວັນ ຝາກຂອບອົກຂອບໃຈ ມິດຮັກແຟນເພງທັງພາຍໃນແລະຕ່າງປະເທດ ທີ່ໃຫ້ກຳລັງໃຈດ້ວຍການນິຍົມຊົມຊອບ ອຸ້ມຊູຊ່ວຍເຫຼືອ ສະໜັບສະໜຸນ ດ້ວຍດີໃນໄລຍະທີ່ຜ່ານມາ ແລະກໍຂໍຝາກເນື້ອຝາກໂຕກັບບັນດາທ່ານຈົ່ງສືບຕໍ່ໃຫ້ຄວາມເມດຕາ ອຸ້ມຊູ ສະໜັບສະໜຸນ ມຸກດາວັນໄປເລື້ອຍໆ ແລ້ວມຸກດາວັນກໍຈະພະຍາຍາມສ້າງສັນຜົນງານອອກສູ່ສັງຄົມຢ່າງຕໍ່ເນື່ອງ.

 

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...