Homeຂ່າວການສຶກສາສົກຮຽນນີ້ ມຊ ຈະຮັບນັກສຶກສາ ພຽງ 5.000 ກວ່າຄົນ ສ່ວນຜູ້ສອບເສັງ ຫລາຍກວ່າ 2 ເທົ່າ!

ສົກຮຽນນີ້ ມຊ ຈະຮັບນັກສຶກສາ ພຽງ 5.000 ກວ່າຄົນ ສ່ວນຜູ້ສອບເສັງ ຫລາຍກວ່າ 2 ເທົ່າ!

Published on

ການສອບເສັງນັກຮຽນສາມັນ ເຂົ້າຮຽນມະຫາວິທະຍາໄລ 4 ແຫ່ງທົ່ວປະເທດ ໃນສົກຮຽນ 2016-2017 ໄດ້ມີຂຶ້ນ ໃນວັນທີ 11 ສິງຫານີ້ ຊຶ່ງທົ່ວປະເທດມີນັກຮຽນ ຫລາຍກວ່າ 15 ພັນຄົນ ສົ່ງແບບຟອມເພື່ອເຂົ້າຮ່ວມ ສອບເສັງທັງໝົດ, ແຕ່ ມຊ ຈະຄັດເລືອກເອົາພຽງ 5.335 ຄົນ, ໃນນັ້ນປະກອບມີນັກສຶກສາໃນແຜນ 703 ຄົນ, ພະນັກງານຮຽນຕາມແຜນແບ່ງປັນ 36 ຄົນ, ນັກສຶກສາຕໍ່ເນື່ອງປະລິນຍາຕີ 1.030 ຄົນ, ອະນຸປະລິນຍາ 90 ຄົນ ແລະ ສອບເສັງເຂົ້າໃໝ່ 3.476 ຄົນ.

ຫົວໜ້າວິຊາການ ມະຫາວິທະຍາໄລແຫ່ງຊາດ ໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບຂໍ້ຕົກລົງຂອງ ທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບລວມ ໃນການຈັດຕັ້ງການສອບເສັງ ນັກຮຽນສາມັນ ເຂົ້າຮຽນມະຫາວິທະຍາໄລ ທັງ 4 ແຫ່ງທົ່ວປະເທດຄື: ມະຫາວິທະຍາໄລແຫ່ງຊາດ, ສຸພານຸວົງ, ຈຳປາສັກ ແລະ ສະຫວັນນະເຂດ, ດັ່ງນັ້ນ ອະທິການບໍດີມະຫາວິທະຍາໄລ ຈຶ່ງໄດ້ອອກຂໍ້ຕົກລົງ ແຕ່ງຕັ້ງຄະນະກຳມະການດ້ານຕ່າງໆ ເພື່ອຈັດຕັ້ງປະຕິບັດ ການສອບເສັງດັ່ງກ່າວ ໃຫ້ມີຄຸນນະພາບ, ສຳລັບຢູ່ນະຄອນຫລວງວຽງຈັນ ໄດ້ແບ່ງອອກເປັນ 20 ສູນຄື: ວິທະຍາເຂດດົງໂດກ ປະກອບມີ 13 ສູນ ແລະ ສູນນອກວິທະຍາເຂດ 4 ສູນຄື: ມສ ວຽງຈັນ, ມສ ວຽງຈັນ-ໂຮ່ຈິມິນ, ມປ ມິດຕະພາບວຽງຈັນ-ຮ່າໂນ່ຍ ຫລັກ 5, ມສ ຕານມີໄຊ, ສ່ວນວິທະຍາເຂດໂສກປ່າຫລວງ ມີ 3 ຈຸດຄື: ຄະນະວິສະວະກຳສາດ, ຄະນະນິຕິສາດ-ລັດຖະສາດ ແລະ ວິທະຍາໄລຊັບພະວິຊາ. ນອກນີ້ ການກະກຽມຫົວບົດສອບເສັງ ແມ່ນໄດ້ປະຕິບັດຕາມທິດຊີ້ນຳ ຂອງກະຊວງສຶກສາທິການ ແລະ ກິລາ ກໍຄື ໄດ້ປະຕິບັດເປັນເອກກະພາບກັນ ໃນທົ່ວປະເທດ ເພື່ອຮັບປະກັນໃນຄວາມໂປ່ງໃສ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...