Homeຂ່າວພາຍ​ໃນມ້າງເຄືອຂ່າຍຢາລາຍໃຫຍ່ ຈັບຫົວໂປ่ພ້ອມຢາມ້າ

ມ້າງເຄືອຂ່າຍຢາລາຍໃຫຍ່ ຈັບຫົວໂປ่ພ້ອມຢາມ້າ

Published on

ປກສ ເມືອງ​ຈັນ­ທະ​ບູ​ລີ ມ້າງ​ໄດ້ຄະ­ດີ​ລັກ​ຊັບ​ພົນ­ລະ­ເມືອງ ພ້ອມ​ຢາ​ບ້າ 7 ເມັດ ແລ້ວ​ຂະ­ຫຍາຍ​ຜົນ
ຈັບ​ຜູ້​ທີ່​ເປັນ ຫົວ​ໂປ່​ໂຕ​ການ​ພວກ​ຄ້າ­ຂາຍ​ຢາ​ເສບ​ຕິດ ລາຍ​ໃຫຍ່ ໄດ້​ພ້ອມ​ຂອງ​ການ​ຢາ​ບ້າ ທັງ ໜົດ 75.800 ກວ່າ​ເມັດ ແລະ​ເງິນ​ກີບ 94 ລ້ານ​ກີບເງິນ​ບາດ 30 ພັນ​ບາດ ແລະ​ເຄື່ອງ​ຂອງ​ກາງ.

ທ່ານ ພັທ ສົມ​ວິ­ໄລ ໄຊ​ສຸ­ວັນ ຫົວ ໜ້າ​ຕຳ­ຫຼວດ ປກສ ເມືອງ​ຈັນ­ທະ​ບູ​ລີ ເປີດ­ເຜີຍ​ໃຫ້​ຮູ້​ວ່າ: ຜູ້​ທີ່​ເປັນ​ຫົວ​ໂປ່​ຕົວ ການ​ຄະ­ດີ​ຄ້າ­ຂາຍ​ຢາ​ເສບ​ຕິດ​ຊື່​ທ້າວ ບຸນ​ລຽນ ທໍ ອາ­ຍຸ 34 ປີ ຢູ່​ບ້ານ​ນາ​ສ້ຽວ ເມືອງ​ນາ​ຊາຍ​ທອງ ນະ­ຄອນ­ຫຼວງ​ວຽງ​ຈັນ ຈັບ​ໄດ້​ໃນ​ວັນ​ທີ 22 ກໍ­ລະ­ກົດ 2016 ພ້ອມ​ຂອງ​ກາງ​ຢາ​ບ້າ 36 ມັດ ກັບ 8 ຖົງ ເທົ່າ​ກັບ 73.600 ເມັດ ການ​ມ້າງ​ຄະ­ດີ​ດັ່ງ­ກ່າວ​ນີ້ ແມ່ນ​ສືບ​ເນື່ອງ​ຈາກ​ຄະ­ດີ ລັກ​ຊັບ​ພົນ­ລະ­ເມືອງ (ລົດ­ຈັກ) ທີ່​ມ້າງ ໄດ້​ໃນ​ວັນ​ທີ 21 ພຶດ­ສະ­ພາ 2016 ຊຶ່ງ​ຜູ້ ຖືກ​ຫາ​ມີ​ຢາ​ບ້າ 7 ເມັດ.

ຈາກ​ການ​ສືບ­ສວນ​ຂະ­ຫຍາຍ​ຜົນ​ໃຫ້ ຮູ້​ວ່າ: ຜູ້​ຕ້ອງ​ຫາ​ຄະ­ດີ​ລັກ​ຊັບ​ພົນ​ລະ ເມືອງ​ຊື່​ທ້າວ ໄພ­ທູນ ອາ­ຍຸ 24 ປີ ຢູ່ ບ້ານ​ໂພນ​ຄຳ ເມືອງ​ສີ​ໂຄດ​ຕະ­ບອງ ກັກ ຕົວ​ໃນ​ວັນ​ທີ 21 ພຶດ­ສະ­ພາ ນຳ​ຕົວ​ມາ​ສຶບ ສວນ​ຜູ້­ກ່ຽວ​ໄດ້​ຮັບ​ສາ­ລະ­ພາບ​ວ່າ​ຕົນ​ໄດ້​ເສບ​ຢາ​ບ້າ​ມາ​ແຕ່​ຕົ້ນ​ປີ 2016 ຢາ​ບ້າ ທີ່​ນຳ​ມາ​ເສບ​ແມ່ນ​ຊື້​ນຳ​ທ້າວ ແດງ ອາ­ຍຸ 29 ປີ ຢູ່​ບ້ານ​ໂພນ​ຄຳ ເມືອງ​ສີ​ໂຄດ ຕະ­ບອງ ຈິ່ງ​ຊັດ​ຖອດ​ຫາ ທ້າວ ແດງ ແລະ​ກັກ​ຕົວ​ວັນ​ທີ 17 ມິ­ຖຸ­ນາ 2016 ພ້ອມ​ຂອງ​ກາງ​ຢາ​ບ້າ 7 ເມັດ.

ຜູ້­ກ່ຽວ​ຮັບ​ສາ­ລະ­ພາບ​ວ່າ: ຢາ​ບ້າ ໄດ້​ຊື້​ມາ​ຂາຍ​ແມ່ນ​ໄດ້​ຊື້​ນຳ​ທ້າວ ຄຳ ອາ­ຍຸ 30 ປີ ຢູ່​ບ້ານ​ຈັນ​ສະ­ຫວ່າງ ເມືອງ​ສີ ໂຄດ​ຕະ­ບອງ ຈາກ​ນັ້ນ​ເຈົ້າ​ໜ້າ​ຈິ່ງ​ນຳ ໃຊ້​ວິ­ຊາ​ສະ­ເພາະ​ລົງ​ຕິດ­ຕາມ​ເປົ້າ​ໝາຍ​ມາ​ວັນ​ທີ 22 ກໍ­ລະ­ກົດ 2016 ກໍ​ສາ ມາດ​ຈັບ​ທ້າວ ຄຳ ພ້ອມ​ຂອງ​ກາງ​ຢາ​ບ້າ 2.248 ເມັດ.

ຈາກ​ການ​ສືບ­ສວນ​ທ້າວ ຄຳ ຮັບ​ສາ ລະ​ພາບ​ວ່າ​ຢາ​ບ້າ​ແມ່ນ​ຊື້​ນຳ​ທ້າວ ບຸນ​ລຽນ ທໍ ຈາກ​ນັ້ນ​ໃຫ້​ທ້າວ ຄຳ ໂທລະ­ສັບຫາ​ທ້າວ ບຸນ​ລຽນທໍ ວ່າ​ຕ້ອງ­ການ​ຢາ​ບ້າ​ຈຳ­ນວນ 3 ມັດ ໂດຍ​ນັດ ຈຸດ​ຂາຍ​ຢູ່ ເສັ້ນ­ທາງ​ເຂດ​ບ້ານ ໄຊ​ມຸງ­ຄຸນ ເມືອງ​ນາ​ຊາຍ​ທອງ ຈາກ​ນັ້ນ​ທ້າວ ບຸນ​ລຽນ ຂີ່​ລົດ​ເກັງ ສີ​ປອນ ບໍ່​ມີ​ປ້າຍ​ທະ­ບຽນ ເມື່ອ​ມາ​ຮອດ​ຈິ່ງ​ຖືກ​ເຈົ້າ​ໜ້າ­ທີ່​ກັກ​ຕົວ ແລະ​ຂອງ​ກາງ​ດັ່ງ­ກ່າວ, ພ້ອມ​ທັງ​ເຂົ້າ​ກວດ​ຄົ້ນ​ເຮືອນ​ພົບ​ຕູ້​ເຊັບ​ໜຶ່ງ​ໜ່ວຍ​ໃນ​ຕູ້​ເຊັບ​ມີ​ຂອງ ກາງ​ຢາ​ບ້າ 33 ມັດ, 8 ຖົງ ເງິນ​ຈຳ­ນວນ 94 ລ້ານ​ກ່ວ​າ​ກີບ ມາ​ດຳ­ເນີນ​ຄະ­ດີ.

ຂອບໃຈຂ່າວຈາກ: ເສດຖະກິດ-ສັງຄົມ

 ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...