Homeຂ່າວຕ່າງປະເທດຈີນລະເບີດຖິ້ມ ຕຶກສູງເກືອບ 100 ແມັດ ສ້າງຂັດແຜນຜັງ ອະນຸລັກເຂດເມືອງບູຮານ! (ເບິ່ງຄລິບ)

ຈີນລະເບີດຖິ້ມ ຕຶກສູງເກືອບ 100 ແມັດ ສ້າງຂັດແຜນຜັງ ອະນຸລັກເຂດເມືອງບູຮານ! (ເບິ່ງຄລິບ)

Published on

ສຳນັກຂ່າວຊີຊີທີວີຂອງຈີນ ໄດ້ເຜີຍແຜ່ວີດີໂອ ໃນວັນທີ 9 ສິງຫາຜ່ານມານີ້ ກ່ຽວກັບການລະເບີດ ທຳລາຍອາຄານ ຄອນໂດມີນຽມ ສູງ 90 ແມັດ ຫລັງໜຶ່ງ ຢູ່ເມືອງຕ້າຖົງ ແຂວງຊານຊີ ໂດຍເຈົ້າໜ້າທີ່ຂອງລັດຖະບານທ້ອງຖິ່ນ ເນື່ອງຈາກອາຄານດັ່ງກ່າວ ສ້າງຂຶ້ນຂັດກັບແຜນຜັງເມືອງ ເພາະສ້າງໃກ້ກັບ ກຳແພງເມືອງບູຮານຕ້າຖົງ ຊຶ່ງເປັນໜຶ່ງໃນ ໂຄງການບູລະນະ ແລະ ອະນຸລັກເມືອງບູຮານຕ້າຖົງ ທີ່ມີອານາເຂດກຳແພງເມືອງ ສະໄໝລາຊະວົງໝິງ ຍາວ 3.3 ກິໂລແມັດ.

ທັງນີ້ ເມືອງຕ້າຖົງ ເປັນເມືອງອັນດັບສອງ ຂອງແຂວງຊານຊີ ປະເທດຈີນ ໂດຍເປັນເມືອງທີ່ມີແຫລ່ງອະລິຍະທຳ ຊຶ່ງມີວັດທະນະທຳ ແລະ ປະຫວັດສາດທີ່ຍາວນານ ຫລາຍກວ່າ 2,400 ປີ.

 

ຕິດຕາມເຮາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...