HomeBaby-ແມ່ແລະເດັກຢ່າປ່ອຍໃຫ້ລູກອ້ວນຫຼາຍ ເພາະພະຍາດພວກນີ້ຈະຖາມຫາ! ຢາກຮູ້...ຕ້ອງອ່ານ

ຢ່າປ່ອຍໃຫ້ລູກອ້ວນຫຼາຍ ເພາະພະຍາດພວກນີ້ຈະຖາມຫາ! ຢາກຮູ້…ຕ້ອງອ່ານ

Published on

ມີຜົນງານວິໄຈພົບວ່າ ຫາກປ່ອຍໃຫ້ເດັກນ້ອຍອ້ວນຕໍ່ໄປເລື່ອຍໆ ເຂົາກໍ່ມີໂອກາດກາຍເປັນຜູ້ໃຫຍ່ທີ່ອ້ວນໄດ້ເຖິງ 30% ແຕ່ຖ້າເດັກໄວລຸ້ນອ້ວນ ເຂົາກໍ່ຈະກາຍເປັນຜູ້ໃຫຍ່ທີ່ອ້ວນໄດ້ຫຼາຍເຖິງ 80% ແລ້ວຄົນທີ່ເປັນໂຣກອ້ວນກໍ່ຈະໜີບໍ່ພົ້ນໂຣກພະຍາດຕ່າງໆ ເຊັ່ນ: ໂຣກຫົວໃຈ ແລະ ຫຼອດເລືອດ, ເບົາຫວານ, ຄວາມດັນໂລຫິດສູງ, ໄຂມັນໃນຫຼອດເລືອດສູງ ແລະ ອື່ນໆ ອີກຢ່າງໜ້ອຍ 16 ໂຣກ ຮວມເຖິງມະເຮັງບາງຊະນິດທີ່ມີສາເຫດມາຈາກຄວາມອ້ວນ ເຊິ່ງຜົນຂອງໂຣກເຫຼົ່ານີ້ ກໍ່ອາດນຳໄປສູ້ພາວະເສັ້ນເລືອດແດງຕີບຕັນ ແລະ ແຕກ ເຮັດໃຫ້ເປັນອຳມະພາດ ຫຼື ອຳມະພຶກໄດ້ໃນທີ່ສຸດ ແລະ ເປັນຕັ້ງແຕ່ຍັງນ້ອຍ ທີ່ເຫັນໄດ້ຊັດເຈນກໍ່ຄື: ມີເດັກໄວລຸ້ນເປັນເບົາຫວານ ແລະ ຄວາມດັນໂລຫິດສູງ

 

ຂໍ້ມູນຈາກ: http://baby.kapook.com/81-23870.html

 

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...