Homeຂ່າວຕ່າງປະເທດອິດທິພົນພາຍຸໄຕ້ຝູ່ນ ມິຣິແນ-ນິດາ ສ້າງຄວາມເສຍຫາຍໃຫ້ຫວຽດນາມ 300 ລ້ານໂດລາ!

ອິດທິພົນພາຍຸໄຕ້ຝູ່ນ ມິຣິແນ-ນິດາ ສ້າງຄວາມເສຍຫາຍໃຫ້ຫວຽດນາມ 300 ລ້ານໂດລາ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 9 ສິງຫາຜ່ານມານີ້ວ່າ ອິດທິພົນຂອງພາຍຸໄຕ້ຝຸ່ນມິຣິແນ ແລະ ພາຍຸໄຕ້ຝຸ່ນນິດາ ຊຶ່ງພັດຖະຫລົ່ມຫວຽດນາມ ໃນທ້າຍເດືອນກໍລະກົດ ແລະ ຕົ້ນເດືອນສິງຫາຜ່ານມາ ຕາມລຳດັບ ໄດ້ສ້າງຄວາມເສຍຫາຍ ລວມມູນຄ່າຫລາຍກວ່າ 6,700 ຕື້ດົງ ຫລື ປະມານ 300 ລ້ານໂດລາ ຕາມການລາຍງານຂອງ ກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ.  ນອກຈາກນັ້ນ, ພາຍຸໄຕ້ຝຸ່ນ 2 ຫົວດັ່ງກ່າວນີ້ ຍັງເຮັດໃຫ້ມີຜູ້ເສຍຊີວິດ 20 ຄົນ, ສູນຫາຍ ແລະ ໄດ້ຮັບບາດເຈັບອີກ 82 ຄົນ.

ທ່ານ ຈິງດິ່ງຢູງ ຮອງນາຍົກລັດຖະມົນຕີຫວຽດນາມ ລະບຸວ່າ ສາເຫດຕົ້ນຕໍຂອງຄວາມເສຍຫາຍ ທີ່ມີມູນຄ່າມະຫາສານນີ້ ແມ່ນເນື່ອງຈາກຄວາມບົກພ່ອງ ຂອງການພະຍາກອນອາກາດຫວຽດນາມ.

ດ້ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ກໍໄດ້ກ່າວວ່າ ການພະຍາກອນໄພພິບັດ ຈຳເປັນຕ້ອງໄດ້ຮັບການປັບປຸງ ທັງໃນເລື່ອງອຸປະກອນ ແລະ ການເຝິກອົບຮົມເຈົ້າໜ້າທີ່, ໃນຂະນະດຽວກັນ ການຮ່ວມມືລະຫວ່າງປະເທດ ຄວນໃຫ້ມີປະສິດທິພາບຫລາຍຂຶ້ນ ເພື່ອໃຫ້ການພະຍາກອນອາກາດ ມີຄວາມໜ້າເຊື່ອຖືໄດ້ຫລາຍກວ່ານີ້.

ຕິດຕາມເຮາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...