spot_img
Homeຂ່າວການພັດທະນາ2 ກະຊວງກ່ຽວຂ້ອງ ເລັ່ງກວດໂຮງງານ ແຍກຊິ້ນສ່ວນເອເລັກໂຕຣນິກ ຫລັງກະທົບຕໍ່ສິ່ງແວດລ້ອມ!

2 ກະຊວງກ່ຽວຂ້ອງ ເລັ່ງກວດໂຮງງານ ແຍກຊິ້ນສ່ວນເອເລັກໂຕຣນິກ ຫລັງກະທົບຕໍ່ສິ່ງແວດລ້ອມ!

Published on

ລັດຖະບານໄດ້ມອບໝາຍໃຫ້ ກະຊວງອຸດສະຫະກໍາ ແລະ ການຄ້າ ສົມທົບກັບ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ລົງກວດກາຄືນການເຄື່ອນໄຫວ ຂອງບັນດາໂຮງງານແຍກຊີ້ນສ່ວນຄອມພິວເຕີ ແລະ ໝໍ້ໄຟແລ້ວ, ພາຍຫລັງເຫັນວ່າ ໂຮງງານປະເພດນີ້ ແມ່ນມີຄວາມອັນຕະລາຍຕໍ່ສິ່ງແວດລ້ອມ ແລະ ສັງຄົມ ຖ້າຫາກດໍາເນີນການຜະລິດ ບໍ່ຖືກຕ້ອງມາດຕະຖານເຕັກນິກ ແລະ ລະບຽບຫລັກການ. ດັ່ງກໍລະນີໂຮງງານແຫ່ງໜຶ່ງ ຢູ່ບ້ານໂນນຂີ້ເຫລັກ ເມືອງສິໂຄດຕະບອງ ນະຄອນຫລວງວຽງຈັນ, ທີ່ມີກິ່ນຂິວຂອງສານເຄມີ ອອກມາຈາກໂຮງງານ ຈົນເຮັດໃຫ້ປະຊາຊົນອາໃສຢູ່ໃກ້ຄຽງ ໄດ້ຮັບຜົນກະທົບຕໍ່ສຸຂະພາບຢ່າງແຮງ.

ຂະແໜງສິ່ງແວດລ້ອມ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ພາຍຫລັງລັດຖະບານໄດ້ມີແຈ້ງການ ໃຫ້ໂຈະການນໍາເຂົ້າ-ສົ່ງອອກ ສີ້ນສ່ວນຄອມພິວເຕີ ແລະ ໝໍ້ໄຟທຸກປະເພດ ເມື່ອກາງເດືອນມີຖຸນາ 2016, ພ້ອມມອບໃຫ້ ກະຊວງອຸດສະຫະກໍາ ແລະ ການຄ້າ ແລະ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຕ່ງຕັ້ງຄະນະກໍາມະການສະເພາະ ເພື່ອລົງກວດກາການເຄື່ອນໄຫວ ຂອງໂຮງງານປະເພດດັ່ງກ່າວ ທີ່ມີທັງໝົດ 7 ແຫ່ງໃນນະຄອນຫລວງວຽງຈັນ ເມື່ອຕົ້ນເດືອນສິງຫານີ້, ໃນນັ້ນ 6 ແຫ່ງຢູ່ເມືອງໄຊທານີ ແລະ 1 ແຫ່ງຢູ່ເມືອງສີໂຄດຕະບອງ ກໍຄືຢູ່ບ້ານໂນນຂີ້ເຫລັກ ທີ່ພວມສົ່ງຜົນກະທົບອັນບໍ່ດີ ຕໍ່ສຸຂະພາບຂອງປະຊາຊົນ ໃນປັດຈຸບັນ, ຊຶ່ງໂຮງງານດັ່ງກ່າວສ້າງ ຕັ້ງແຕ່ປີ 2012 ເປັນຕົ້ນມາ ເພື່ອນໍາເອົາແຜ່ນໄອຊີຈາກຄອມພິວເຕີ ແລະ ໝໍ້ໄຟຕ່າງໆ ມາຫລອມລະລາຍເພື່ອແຍກເອົາໂລຫະ ແລ້ວສົ່ງອອກ.

ຫົວໜ້າຄະນະກຳມະການກວດກາໂຮງງານດັ່ງກ່າວ ໃຫ້ຮູ້ວ່າ: ປັດຈຸບັນ, ຄະນະກໍາມະການພວກເຮົາ ແມ່ນພວມສັງລວມຂໍ້ມູນ ຂອງໂຮງງານປະເພດດັ່ງກ່າວແລ້ວ ແລະ ໃນໄວໆນີ້ ຈະໄດ້ຈັດກອງປະຊຸມ ປຶກສາຫາລືກັນອີກເທື່ອໜຶ່ງ ເພື່ອລາຍງານລັດຖະບານ, ຊຶ່ງເປົ້າໝາຍກວດກາຕົ້ນຕໍ ແມ່ນດ້ານເຕັກນິກການຜະລິດ ແລະ ການຄຸ້ມຄອງສິ່ງແວດລ້ອມ ເພື່ອໃຫ້ລັດຖະບານ ໄດ້ຮັບຊາບເພື່ອພິຈາລະນາ ແລະ ມີວິທີການແກ້ໄຂຢ່າງເໝາະສົມ.

ໂຮງງານແຍກຊີ້ນສ່ວນຄອມພິວເຕີ ແລະ ໝໍ້ໄຟ, ແມ່ນການຜະລິດທີ່ມີຄວາມອັນຕະລາຍຫລາຍ ຕໍ່ສິ່ງແວດລ້ອມ ແລະ ສັງຄົມ, ຢູ່ຫລາຍໆປະເທດ ໄດ້ມີການຄຸ້ມຄອງທຸລະກິດປະເພດດັ່ງກ່າວ ຢ່າງເຄັ່ງຄັດເຂັ້ມງວດ ແລະ ສປປ ລາວ ກໍໄດ້ໃຫ້ຄວາມສໍາຄັນຫລາຍ ຕໍ່ການຄຸ້ມຄອງທຸລະກິດປະເພດນີ້ ເພື່ອໃຫ້ຖືກຕາມລະບຽບກົດໝາຍ, ທັງຮັບປະກັນດ້ານຄວາມປອດໄພ ຕໍ່ສິ່ງແວດລ້ອມ ແລະ ສັງຄົມ. ພ້ອມທັງໄດ້ດໍາເນີນມາດຕະການຕ່າງໆ ຢ່າງເຂັ້ມງວດ ຕໍ່ຫົວໜ່ວຍທຸລະກິດ ທີ່ເຄື່ອນໄຫວບໍ່ຖືກຕ້ອງ ຕາມລະບຽບກົດໝາຍ ແລະ ບໍ່ປະຕິບັດຕາມ ຫລັກການຂອງພາກສ່ວນກ່ຽວຂ້ອງກໍານົດໄວ້ ເໝືອນດັ່ງກໍລະນີລັດຖະບານ ໄດ້ສັ່ງໂຈະການເຄື່ອນໄຫວ ຂອງໂຮງງານແຍກຊີ້ນສ່ວນອີເລັກໂຕຼນິກ ຂອງຕ່າງປະເທດແຫ່ງໜຶ່ງ ໃນເຂດນິຄົມອຸດສະຫະກໍາໂນນທອງ ເມືອງໄຊທານີ ນະຄອນຫລວງວຽງຈັນ ເມື່ອກາງປີນີ້, ຍ້ອນໂຮງງານດັ່ງກ່າວ ສົ່ງຜົນກະທົບອັນບໍ່ດີ ຕໍ່ສິ່ງແວດລ້ອມ ແລະ ສັງຄົມມາແລ້ວ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເຮາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...