spot_img
Homeນານາສາລະນ້ຳສົ້ມສາຍຊູຊັກເຄື່ອງ ປະໂຫຍດດີໆທີ່ຄວນຮູ້

ນ້ຳສົ້ມສາຍຊູຊັກເຄື່ອງ ປະໂຫຍດດີໆທີ່ຄວນຮູ້

Published on

ສິ່ງງ່າຍໆທີ່ຢູ່ໃກ້ຕົວເຊັ່ນນໍ້າສົ້ມສາຍຊູ ນອກຈາກຈະມີໄວ້ເພື່ອປຸງແຕ່ງອາຫານແລ້ວ ໃຜຊິຮູ້ວ່າຍັງສາມາດນຳມາໃຊ້ໃນການຊັກເສື້ອຜ້າໃຫ້ມີຄວາມສະອາດ, ອ່ອນນຸ້ມ ແລະ ກຳຈັດກິ່ນເໝັນອັບ ທີ່ສຳຄັນຍັງມີລາຄາບໍ່ແພງ, ປອດສານຜິດ ເປັນມິດກັບສິ່ງງແວດລ້ອມຕາມກະແສຄົນຍຸກໃໝ່ອີກດ້ວຍ. ເຊິ່ງນ້ຳສົ້ມສາຍຊູທີ່ໃຊ້ນີ້ ຕ້ອງມີຄວາມເປັນກົດປະມານ 4-7% ເພາະຄວາມເປັນກົດອ່ອນໆນີ້ເອງສາມາດນຳມາໃຊ້ໃນການຊັກເສື້ອຜ້າ ໄດ້ຢ່າງມີຄຸນປະໂຫຍດເຫຼືອຫຼາຍ
1.) ຊ່ວຍຄົງສີສັນສົດໃສ່ ແລະ ຂາວສະອາດຂອງເສື້ອຜ້າ
ພຽງແຕ່ເທນ້ຳສົ້ມສາຍຊູ ປະມານ ½ ຖວຍຕວງ ລົງໄປໃນຊ່ອງນ້ຳຢາປັບຜ້ານຸ້ມຂອງຕູ້ຊັກຜ້າປະເພດອັດຕະໂນມັດ ຫຼື ໃສ່ລົງໄປເອງກ່ອນການຊັກຄັ້ງສຸດທ້າຍ ແລ້ວກໍທຳການຊັກໂດຍສະບູ່ຝຸ່ນປົກກະຕິ ເຊິ່ງກົດອ່ອນໆຂອງນ້ຳສົ້ມສາຍຊູຈະເຮັດໜ້າທີ່ກຳຈັດຄວາມໝອງຂອງເສື້ອຜ້າກັບມາຂາວ ສ່ວນຜ້າສີກໍຈະຄົງຄວາມສົດໃສໄດ້ອີກ.
2.) ຊ່ວຍກຳຈັດບັນຫາເສື້ອຜ້າເໝັນອັບ
ເປັນວິທີດຽວກັນກັບຂ້າງເທິງ ໂດຍໃຊ້ນ້ຳສົ້ມສາຍຊູເທລົງໄປໃນຕູ້ຊັກຜ້າ ປະມານ ½ ຖ້ວຍຕວງ ພ້ອມກັບຊັກດ້ວຍສະບູ່ຝຸ່ນ.
3.) ຊ່ວຍປັບສະພາບເນື້ອຜ້າໃຫ້ນຸ້ມ
ເທນ້ຳສົ້ມສາຍຊູ ½ ຖ້ວຍຕວງ ລົງໄປກ່ອນການຊັກຄັ້ງສຸດທ້າຍຂອງຕູ້ຊັກຜ້າ ເຊິ່ງຈະຊ່ວຍໃຫ້ເສື້ອຜ້ານຸ້ມຂຶ້ນ ເນື່ອງຈາກລິດຄວາມເປັນກົດ ຈະໄປລະລາຍສານທີ່ມີຄວາມເປັນດ່າງໃນສະບູ່ຝຸ່ນ
4.) ຊ່ວຍກຳຈັດຄາບເຫຼືອງບໍລິເວນຂີ້ແຮ້
ສາມາດໃຊ້ນ້ຳສົ້ມສາຍຊູມາຫົດລົງບໍລິເວນຂີ້ແຮ້ທີ່ມີຄາບເປື້ອນ ແລ້ວແຊ່ໄວ້ປະມານ 5-10 ນາທີ ກ່ອນນຳໄປຊັກຕາມປົກກະຕິ ເຊິ່ງຄາບເປື້ອນບໍລິເວນດັ່ງກ່າວຈະຫາຍໄປ.
5.) ໃຊ້ລ້າງຕູ້ຊັກຜ້າ
ໂດຍປົກກະຕິພວກເຮົາຄວນທຳຄວາມສະອາດລ້າງຕູ້ຊັກຜ້າ ທຸກໆ 3-6 ເດືອນ ເຊິ່ງວິທີການນີ້ພຽງແຕ່ເທນ້ຳສົ້ມສາຍຊູ 2-3 ຖ້ວຍ ລົງໄປໃນຖັງຊັກຜ້າ ແລ້ວປັບອຸນຫະພູມຂອງນ້ຳໃຫ້ເປັນນ້ຳຮ້ອນ ຫຼັງຈາກນັ້ນກົດປຸ່ມຊັກຜ້າຕາມປົກກະຕິ ແລະ ເພື່ອເປັນການໄລ່ກິ່ນນ້ຳສົ້ມສາຍຊູອາດຈະທຳການຊັກອີກຄັ້ງໂດຍທີ່ບໍ່ມີເສື້ອຜ້າກໍໄດ້ ພຽງແຕ່ເທົ່ານີ້ບັນດາເຊື້ອລາ, ກິ່ນອັບ ແລະ ແບກເຕີເລຍ ກໍຈະຖືກກຳຈັດໄປໂດຍທັນທີ.

ທີ່ມາຈາກ: Mahason Magazine

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...