spot_img
Homeວິທະຍາສາດ-ວິທະຍາການຮູ້ ຫຼື ບໍ່ວ່າ ຈິງໂຈ້ ໃຊ້ຫາງເປັນຂາທີ 5 ຂອງມັນ

ຮູ້ ຫຼື ບໍ່ວ່າ ຈິງໂຈ້ ໃຊ້ຫາງເປັນຂາທີ 5 ຂອງມັນ

Published on

ຈິງໂຈ້ ເຊິ່ງມີຫຼາຍຢູ່ທະວີບອົດສະຕາລີ ແລະ ເປັນສັດປະຈຳຊາດຂອງອົດສະຕາລີນັ້ນ ນອກຈາກຈະມີກະເປົ໋າໜ້າທ້ອງ

ເປັນລັກສະນະພິເສດແລ້ວ ຈິງໂຈ້ຍັງມີຄວາມພິເສດອີກ ເມື່ອນັກວິທະຍາສາດພົບວ່າ ສັດປະເພດດັ່ງກ່າວນີ້ ໃຊ້ຫາງ

ເຮັດໜ້າທີ່ຄ້າຍຄືຂາທີ 5 ອັນຊົງພະລັງຂອງມັນ.

 

ການວິໄຈດັ່ງກ່າວ ເປັນຄວາມຮ່ວມມືຂອງນັກວິໄຈຫຼາຍສະຖາບັນ ໄດ້ແດ່ມະຫາວິທະຍາໄລໂຄໂລຣາໂດ ໂບລເດີ້

(University of Colorado Boulder) ຂອງສະຫະລັດອາເມລິກາ, ມະຫາວິທະຍາໄລໄຊມອນ ຟຣາເຊີ້ ໃນເບີນາບີ

(Simon Fraser University in Burnaby) ຂອງປະເທດການາດາ ແລະ ມະຫາວິທະຍາໄລນິວເຊົ້າເວັວສ໌ (Univer

-sity of New South Wales) ໃນນະຄອນຫຼວງຊິດນີ້ ປະເທດອົດສະຕາລີ, ໂດຍຜົນຂອງການສຶກສາໃນຈິງໂຈ້

ແດງ ນັກວິໄຈພົບວ່າ ພວກມັນໃຊ້ຫາງຊ່ວຍໃນການຜັກດັນຕົວໄປຂ້າງໜ້າ ປຽບເໝືອນເປັນຂາອີກຂ້າງໜຶ່ງ.

 

” ພວກເຮົາພົບວ່າ ເມື່ອຈິງໂຈ້ຍ່າງ ພວກມັນໃຊ້ຫາງເປັນເໝືອນກັບຂາຂ້າງໜຶ່ງ, ພວກມັນໃຊ້ຫາງຊ່ວຍໃນການ

ຊົງໂຕ ແລະ ສ້າງກຳລັງໃນການເຄື່ອນໄຫວ ເຊິ່ງໃນຄວາມຈິງແລ້ວ ພວກມັນສະແດງການເຄື່ອນໄຫວໃນທາງກົນ

ລະສາດດ້ວຍຫາງ ຄືກັນກັບຄົນເຮົາທີ່ໃຊ້ຂາຂອງເຮົາ ” ທ່ານ ຜູ້ຊ່ວຍສາສະດາຈານ ແມັກເວວ ດັນແລນ ຈາກມະ

ຫາວິທະຍາໄລໄຊມອນຟຣາເຊີ້ ໜຶ່ງໃນທີມວິໄຈໄດ້ລະບຸເຖິງ.

 

ດ້ານຜູ້ຊ່ວຍສາສະດາຈານ ດຣ. ຮອດເຈີ້ ຄຣາມ ຈາກມະຫາວິທະຍາໄລໂຄໂລຣາໂດ ໂບລເດີ້ ກ່າວເສີມອີກວ່າ ພວກ

ເຂົາຕ້ອງການຢາກຮູ້ວ່າ ຈິງໂຈ້ ໃຊ້ຫາງເພື່ອວາງທ່າໃນການຍ່າງ ຫູ ເພື່ອໃຊ້ເປັນແກນຄ້ຳຢັນ ຫຼື ວ່າໃຊ້ໃນການນັ່ງ

ພັກຜ່ອນ, ແຕ່ທີ່ຈິງແລ້ວ ສິ່ງທີ່ພວກເຂົາຄົ້ນພົບກັບເປັນສິ່ງທີ່ບໍ່ຄາດຄິດ ຄືຫາງຂອງຈິງໂຈ້ ສ້າງພະລັງຢ່າງມະຫາ

ສານ ເຊິ່ງເຮັດໃຫ້ພວກເຂົາປະຫຼາດໃຈ.

 
ຂໍ້ມູນປະຊາສຳພັນ ມະຫາວິທະຍາໄລໂຄໂລຣາໂດ ໂບລເດີ້ ລະບຸອີກວ່າ ຈິງໂຈ້ແດງນັ້ນ ເປັນຈິງໂຈ້ສະປີຊິສທີ່ໃຫຍ່ທີ່

ສຸດໃນອົດສະຕາລີ ໂດຍຂະນະທີ່ພວກມັນເລັມຫຍ້າກິນ ພວກມັນກໍເຄື່ອນຂາຫຼັງໄປຂ້າງໜ້າພ້ອມກັນ, ໃນລະຫວ່າງ

ທີ່ຂາໜ້າ ແລະ ຫາງ ຈະຊ່ວຍຊົງໂຕຂອງພວກມັນໄວ້, ເມື່ອປຽບທຽບກັບການເຄື່ອນໄຫວຂອງຄົນແລ້ວ ຕີນສ່ວນຫຼັງ

ຂອງເຮົາ ປຽບເໝືອນກັບຄັນຖີບ ໃນຂະນະທີ່ສ່ວນໜ້າຂອງຕີນຈະເຮັດໜ້າທີ່ເບຣກ ເຊິ່ງ ດຣ. ຄຣາມ ກ່າວວ່າ

ບໍ່ຄ່ອຍຈະມີປະສິດທິພາບເທົ່າໃດ, ເຂົາຍັງປຽບທຽບຫາງຈິງໂຈ້ ກັບຜູ້ຫຼິ້ນສະເກັດບອດ ທີ່ໃຊ້ຕີນຂ້າງໜຶ່ງເຕະ

ພື້ນ ເພື່ອສ້າງແຮງສົ່ງ ໂດຍຫາງຂອງຈິງໂຈ້ ກໍໃຊ້ໃນການກົດພື້ນຫຼັງ ເພື່ອເພີ່ມແຮງສົ່ງໄປຂ້າງໜ້າເຊັ່ນກັນ.

 

557000007772501
ຈິງໂຈ້ ຍ່າງຜ່ານຊ່ອງທາງທີ່ຕິດເຊັນເຊີ້ວັດແທກແຮງ

 

ໃນການສຶກສາຄັ້ງນີ້ ທີມວິໄຈໄດ້ບັນທຶກພາບວີດີໂອການຍ່າງຂອງຈິງໂຈ້ແດງ 5 ໂຕ ພາຍໃນຫ້ອງປະຕິບັດການ

ທີ່ນະຄອນຊິດນີ້ ໂດຍຈິງໂຈ້ເຫຼົ່ານັ້ນ ໄດ້ຮັບການເຝິກມາຢ່າງດີ ໃຫ້ຍ່າງໄປທາງໜ້າບ່ອນທີ່ແຖບວັດແທກຄວາມ

ແຮງ ເຊິ່ງມີເຊັນເຊີ້ທີ່ໃຊ້ວັດແທກແຮງກົດ, ແຮງທີ່ຜັກດັນໄປຂ້າງໜ້າ ແລະ ແຮງທີ່ຜັກດັນໄປຂ້າງຫຼັງຂອງຂາ

ແລະ ຫາງຂອງຈິງໂຈ້ ເຊິ່ງມັນຈະໄດ້ຮັບຂະໜົມຫວານເປັນລາງວັນ.

 

 

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...