spot_img
Homeຂ່າວທ້ອງຖິ່ນສົກປີນີ້ ເມືອງໄຊສະຖານ ມີໂຄງການລົງທຶນທັງໝົດ 12 ໂຄງການ

ສົກປີນີ້ ເມືອງໄຊສະຖານ ມີໂຄງການລົງທຶນທັງໝົດ 12 ໂຄງການ

Published on

ຂປລ. ຕາມ​ການ​ລາຍງານ​ຈາກ ທ່ານ ກອງສີ ວົງສີ ເຈົ້າເມືອງໆໄຊສະຖານ ແຂວງໄຊຍະບູລີ ​ໃຫ້​ຮູ້​ວ່າ: ໃນສົກປີ 2015-2016 ​ເມືອງ​ດັ່ງກ່າວ, ມີໂຄງການລົງທຶນທັງໝົດ 12 ໂຄງການ, ມີມູນຄ່າ 89,2 ຕື້​ກວ່​າກີບ; ມີໂຄງການລົງທຶນໃໝ່ 5 ໂຄງການມູນຄ່າ 17,1 ຕື້ກວ່າກີບ ແລະ ໂຄງການສືບຕໍ່ 7 ໂຄງການມູນຄ່າ 72,1 ຕື້ກວ່າກີບ, ​ໃນ​ນັ້ນ​ປະຕິບັດສຳເລັດ 100% ມີ 7 ໂຄງການ.

ໂຄງການ​ທີ່​ຈັດ​ຕັ້ງປະຕິບັດ​ສຳ​ເລັດ ​ປະກອບ​ມີໂຄງການກໍ່ສ້າງ ລະບົບກັນເຈື່ອນເທສະບານ, ວາງທໍ່ນ້ຳ ແລະ ກັນເຈື່ອນຫ້ວຍກົກທອງ; ໂຄງການກໍ່ສ້າງສ້ອມແປງ ທາງເທສະບານຫາບ້ານກໍ່,​ ບ້ານສະປິ; ໂຄງການສ້າງຕິດຕັ້ງ ຕາຂ່າຍໄຟຟ້າບ້ານພູເລີ່ນ ຫາບ້ານກີ່ວກອກ; ໂຄງການຍົກລະດັບເສັ້ນທາງປູຫີນດາໂລ ບ້ານຄອນປຽດຫາ ບ້ານມີໄຊ; ໂຄງການກໍ່ສ້າງຕາຂ່າຍໄຟຟ້າ ບ້ານສະມະຫາບ້ານມີໄຊ, ກໍ່ສ້າງເຮືອນຮັບຕ້ອນ, ກໍ່ສ້າງຕິດຕັ້ງຕາຂ່າຍໄຟຟ້າ ບ້ານດອຍກາວ ຫາບ້ານສີສາຍທອງ ແລະ ບ້ານສະຖານ. ສ່ວນໂຄງການທີ່ຍັງສືບຕໍ່ ປະຕິບັດປະກອບມີ ໂຄງການກໍ່ສ້າງຫ້ອງການແຜນ ການຮ່ວມມື ໂຄງການກໍ່ສ້າງທາງສຸກເສີນ 3 ແຍກ ບ້ານດອຍກາວ ຫາບ້ານສີສາຍທອງ ແລະ ໂຄງການກໍ່ສ້າງທາງສຸກເສີນ 3 ແຍກບ້ານສະລາ ຫາບ້ານວຽງແກ້ວ ເມືອງຫົງສາ.

ໃນໄລຍະຜ່ານມາ ພາຍໃຕ້ການຊີ້ນຳ-ນຳພາ ຂອງອົງຄະນະພັກເມືອງ ເຮັດໃຫ້ເສດຖະກິດ ພາຍ​ໃນ​ເມືອງ​ດັ່ງກ່າວ ສືບຕໍ່ຂະຫຍາຍຕົວ ຢູ່ໃນລະດັບ 7% ຕໍ່ປີ, ລາຍຮັບລວມບັນລຸໄດ້ 92,8 ຕື້ກີບ, ສະເລ່ຍໃສ່ຫົວຄົນໜຶ່ງໄດ້ 6 ລ້ານກວ່າກີບ ເທົ່າກັບ 763 ໂດລາສະຫະລັດຕໍ່ຄົນຕໍ່ປີ. ໂຄງປະກອບເສດຖະກິດ ມີການຫັນປ່ຽນຢ່າງຕັ້ງໜ້າ​ ແລະ ພື້ນຖານໂຄງລ່າງ ໄດ້ຮັບການພັດທະນາດີຂຶ້ນຕາມລຳດັບ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...