Homeຂ່າວເຫດການສປປ ລາວ ພ້ອມເປັນເຈົ້າພາບ ຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28, 29

ສປປ ລາວ ພ້ອມເປັນເຈົ້າພາບ ຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28, 29

Published on

ຂປລ. ​ໃນ​ວັນ​ທີ 8 ສິງຫາ​ນີ້ ຢູ່​ນະຄອນຫລວງ​ວຽງ​ຈັນ, ກະຊວງ​ການຕ່າງປະ​ເທດ ​ໄດ້​ຈັດ​ກອງ​ປະຊຸມ ​ແຈ້ງ​ຂ່າວ​ໃຫ້​ບັນດາທູ​ຕາ​ນຸທູດ, ຜູ້ຕາງໜ້າ​ອົງການ​ຈັດຕັ້ງສາກົນ​ທີ່​ກ່ຽວຂ້ອງ ກ່ຽວ​ກັບ​ການ​ກະກຽມຄວາມ​ພ້ອມຂອງ ສປປ ລາວ ​ໃນ​ການ​ເປັນ​ເຈົ້າພາບ​ ຈັດ​ກອງ​ປະຊຸມສຸດຍອດອາຊຽນ ຄັ້ງທີ 28, 29 ​ແລະ ກອງປະຊຸມ​ສຸດ​ຍອດ​ທີ່​ກ່ຽວ​ຂ້ອງ​ອື່ນໆ ທີ່​ຈະຈັດ​ຂຶ້ນ​ໃນ​ວັນ​ທີ 6-8 ກັນຍາ ທີ່​ຈະ​ເຖິງ​ນີ້ ຢູ່​ນະຄອນຫລວງ​ວຽງ​ຈັນ.​

ທ່ານ ພົງ​ສະຫວັນ ສີ​ສຸລາ​ດ ຫົວໜ້າ​ກົມ​ອາ​ຊຽນ ກະຊວງ​ການ​ຕ່າງປະ​ເທດ ກ່າວ​ວ່າ: ການຈັດກອງປະຊຸມ​​ໃນ​ຄັ້ງນີ້ ກໍເພື່ອ​ແຈ້ງ ​ແລະ ອະທິບາຍ​ລາຍ​ລະອຽດ ​ກ່ຽວກັບ​ການ​ກະກຽມວຽກ​ງານ​ດ້ານ​ຕ່າງໆ​ ໃຫ້​ບັນ​ດາທູ​ຕາ​ນຸທູດ, ຜູ້ຕາງໜ້າ​ອົງການ​ຈັດຕັ້ງສາກົນ​ທີ່​ກ່ຽວຂ້ອງ ທີ່​ມີ​ສຳນັກງານ​ການ​ທູດ ຢູ່ນະຄອນຫລວງ​ວຽງ​ຈັນ, ຕ່າງປະ​ເທດ ​​ເພື່ອ​ຊາບເຖິງການ​ກະກຽມ​ຄວາມ​ພ້ອມ ​ໃນ​ດ້ານ​ຕ່າງໆຂອງ ສປປ ລາວ​ ໂດຍ​ສະ​ເພາະດ້ານ​ພະລາທິການ, ພິທີການ, ການ​ຮັກສາ​ຄວາມ​ປອດ​ໄພ, ສະໜາມ​ບິນ, ການ​ຄຸ້ມ​ຄອງ​ບັນດາ​ສື່​ມວນ​ຊົນ​ຕ່າງປະ​ເທດ ​ແລະ ດ້ານ​ອື່ນໆ. ນອກຈາກ​ນີ້, ຍັງ​ໄດ້​ມີ​ການ​ແລກປ່ຽນ​ຄວາມ​ຄິດ​ເຫັນ ກ່ຽວ​ກັບບັນຫາ​ທີ່​ກ່າວມາ​ນັ້ນ ​ເພື່ອ​ໃຫ້​ຜູ້​ເຂົ້າຮ່ວມ ​ມີ​ຄວາມ​ເຂົ້າ​ໃຈ​ແຈ້ງ​ຕື່ມ ​ໃນ​ການ​ກະກຽມ ກອງ​ປະຊຸມສຸດຍອດອາຊຽນ ຄັ້ງທີ 28, 29 ​ແລະ ກອງ​ປະຊຸມ​ສຸດ​ຍອດ​ທີ່​ກ່ຽວ​ຂ້ອງ​ ອື່ນໆຂອງ ​ສປປ ລາວ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...