spot_img
Homeມຸມຂ່າວ AECສິິ້ນໄໝລາວໄດ້ຮັບຄວາມນິຍົມຈາກຄະນະຜູ້ແທນກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ

ສິິ້ນໄໝລາວໄດ້ຮັບຄວາມນິຍົມຈາກຄະນະຜູ້ແທນກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ

Published on

ບັນຍາກາດການດຳເນີນ ກອງປະຊຸມ ລັດຖະມົນຕີ ເສດຖະກິດອາຊຽນ ຄັ້ງທີ 48 ທີ່ໂຮງແຮມດອນຈັນພາເລດ, ນະຄອນຫລວງວຽງຈັນ ມີຄວາມຟົດຟື້ນ ທັງພາຍໃນ ກອງປະຊຸມ ແລະ ນອກກອງປະຊຸມ ເຊິ່ງນອກຈາກ ວຽກງານສື່ມວນຊົນ, ວຽກງານປ້ອງກັນ ຄວາມສະຫງົບແລ້ວ, ຍັງມີງານວາງສະແດງ ຜະລິດຕະພັນ ສີໄມ້ລາຍມືຂອງ ເອື້ອຍນ້ອງແມ່ຍິງລາວ ເປັນຕົ້ນແມ່ນສິ້ນໄໝລາຍລາວ, ສິ້ນມັດໝີ່, ສິ້ນໄໝຫລາບ, ສິ້ນຝ້າຍ, ແພບ່ຽງ, ແພພັນຄໍອື່ນໆ ທີ່ຄະນະຜູ້ແທນ ກອງປະຊຸມໃຫ້ຄວາມສົນໃຈ ຕໍ່ສີສັນລວດລາຍ ຂອງພູມປັນຍາ ເອື້ອຍນ້ອງແມ່ຍິງລາວຜະລິດຂຶ້ນ.

ປັດຈຸບັນຜະລິດຕະພັນ ທີ່ຖືກຜະລິດຂຶ້ນ ຈາກພູມປັນຍາ, ສີໄມ້ລາຍມືຂອງຄົນລາວ ໄດ້ກາຍເປັນສິນຄ້າ ທີ່ຂະຫຍາຍຕົວ ອັນພົ້ນເດັ່ນແມ່ນ ຜະລິດຕະພັນສິ້ນໄໝລາວ ທີ່ແມ່ຍິງລາວ ແຕ່ເໜືອເຖິງໃຕ້ ຜະລິດຂຶ້ນຫລາຍ ສີສັນລວດລາຍແຕກຕ່າງກັນ ໄດ້ຖືກຍົກຍ້ອງ ແລະ ຊົມໃຊ້ຈາກ ນັກທ່ອງທ່ຽວຕ່າງຊາດ ໂດຍສະເພະແມ່ນງານ ວາງສະແດງສຳຄັນຕ່າງໆ ຢູ່ພາຍໃນປະເທດກໍຄື ຢູ່ຕ່າງປະເທດ. ເວົ້າລວມ, ເວົ້າສະເພາະກອງປະຊຸມ ລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 48 ຈັດຂຶ້ນຢູ່ ນະຄອນຫລວງວຽງຈັນ ໃນອາທິດຜ່ານມາ , ເອື້ອຍແມ່ຍິງລາວ ຢູ່ພາຍໃນນະຄອນຫລວງ ແລະ ຕ່າງແຂວງກໍໄດ້ເອົາ ຜະລິດຕະພັນ ປະເພດສິ້ນໄໝລາຍລາວ, ສິ້ນມັດໝີ່, ສິ້ນໄໝຫລາບ, ສິ້ນຝ້າຍ,ແພບ່ຽງ, ແພພັນຄໍອື່ນໆ ມາວາງສະແດງ ເພື່ອໃຫ້ຄະນະຜູ້ແທນ ກອງປະຊຸມໄດ້ທ່ຽວຊົມ ແລະ ຊື້ເປັນຂອງຝາກຂອງຕ້ອນ ຢ່າງໜາແໜ້ນ ເຖິງວ່າງານວາງສະແດງຄັ້ງນີ້ ຈະມີຮ້ານວາງສະແດງ ບໍ່ຫລາຍກໍຕາມ ແຕ່ບັນຍາກາດ ກໍຄຶກຄຶ້ນເຕັມໄປ ດ້ວຍຄະນະ ຜູ້ແທນທ່ຽວຊົມ ຜະລິດຕະພັນລາວ ຢ່າງຫລວງຫລາຍທັງ ໄດ້ຮັບການ ຍົກຍ້ອງວ່າ:ຜະລິດຕະພັນລາວ ເຮົາມີຄວາມສວຍສົດ ງົດງາມຫລາຍທີ່ຄົນລາວ ເຮົາສາມາດປົກປັກ ຮັກສາປະເພນີ ການນຸ່ງສິ້ນທີ່ມີມາແຕ່ ສະໄໝປູຍາຕາຍາຍເທົ່າ ຈົນເຖິງປັດຈຸບັນນີ້.ພ້ອມນີ້ຍັງສະແດງເຖິງ ຄວາມມີນ້ຳໃຈຂອງຄົນລາວ ທີ່ມີຕໍ່ແຂກບ້ານແຂກເມືອງ ເຊິ່ງສິ່ງທີ່ເຂົາເຈົ້າປະທັບໃຈ ຄືເຄື່ອງຈັກສານ ທີ່ລະນຶກທີ່ເອື້ອຍນ້ອງ ແມ່ຍິງລາວ ເອົາມາວາງສະແດງ ກໍໄດ້ແຈກໃຫ້ຄະນະຜູ້ແທນ ໂດຍບໍ່ເສຍຄ່າ.

ປັດຈຸບັນພັກລັດ ໄດ້ເອົາໃຈໃສ່ ສົ່ງເສີມຜະລິດຕະພັນ ໃຫ້ກາຍເປັນສິນຄ້າ ທັງເປັນການອະນຸລັກ ຮັກສາປະເພນີອັນດີງາມຂອງຊາດ ກໍຄືການສົ່ງເສີມ ສີໄມ້ລາຍມື, ສິລະປະລວດລາຍ ອັນປານີດ ຂອງເອື້ອຍນ້ອງແມ່ຍິງລາວ ໃຫ້ຄົງຢູ່ກັບຄົນລາວ. ນອກນີ້ຍັງຊ່ວຍໃຫ້ ແມ່ຍິງລາວມີອາຊີບ, ມີວຽກເຮັດງາມທຳ ທີ່ມີລາຍໄດ້ໝັ້ນຄົງ ແລະ ຫລຸດຜ່ອນຄວາມທຸກຍາກ ໃຫ້ຫລຸດລົງເທື່ອລະກ້າວ.

 

ຂໍ້ມູນຈາກ: http://kpl.gov.la/detail.aspx?id=15674

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...