Homeຂ່າວທ້ອງຖິ່ນສະຫວັນນະເຂດ ປະກາດແຕ່ງຕັ້ງ ຫົວໜ້າໄອຍະການປະຊາຊົນແຂວງ

ສະຫວັນນະເຂດ ປະກາດແຕ່ງຕັ້ງ ຫົວໜ້າໄອຍະການປະຊາຊົນແຂວງ

Published on

ຂປລ. ພິທີ​ປະກາດ​ການ​ແຕ່ງ​ຕັ້ງ ທ່ານ ຄຳ​ແພງ ​ເພັດ​ທຸມ​ພອນ ​ເປັນ​ຫົວໜ້າ​ອົງການ​ໄອ​ຍະ​ການປະຊາຊົນ​ ​ແຂວງ​ສະຫວັນ​ນະ​ເຂດ ​ຈັດ​ຂຶ້ນ​ໃນ​ວັນ​ທີ 4 ສິງຫາ 2016 ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ ​ທ່ານ ​ໄຊຊະນະ ​ໂຄດ​ພູ​ທອນ ຮອງ​ຫົວໜ້າ​ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ, ມີ​ບັນດາ​ພະນັກງານ​ອົງ ການ​ໄອ​ຍະ​ການ​ປະຊາຊົນ​ແຂວງ, ​ໄອ​ຍະ​ການ​​ເຂດ ​ແລະ ພາກສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ໃນ​ໂອກາດ​ນີ້, ທ່ານ ​ຮອງ​ຫົວ​ໜ້າອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ ​ໄດ້​ໃຫ້​ຮູ້​ວ່າ: ​ການ​ປັບປຸງ​ລະບົບ​ການຈັດ​ຕັ້ງ​ຄືນ​ໃໝ່ ​​ເພື່ອ​ໃຫ້​ສອດຄ່ອງ​ກັບ​ໜ້າ​ທີ່​ວຽກ​ງານ, ຄວາມ​ຮູ້​ຄວາມ​ສາມາດ​ໃນ​ການ​ນຳພາການ​ເຄື່ອນ​ໄຫວ​ຈັດ​ຕັ້ງ​ປະຕິບັດ ​ໜ້າ​ທີ່​ວຽກ​ງານຢ່າງ​ມີ​ປະສິດ​ທິພາ​ບ, ພ້ອມ​ນີ້ ທ່ານ​ຍັງ​ໄດ້​ແນະນຳ​ໃຫ້​ພະ ນັກງານ​ໄອ​ຍະ​ການ​ທຸກ​ສະຫາຍ ຈົ່ງ​ເຫັນ​ໄດ້​ຄຸນ​ທາດ​ການ​ເມືອງ ໃນ​ການ​ຊີ້​ນຳ–ນຳພາ ກໍຄື ​ການຈັດ​ຕັ້ງ​ປະຕິບັດ​ ໜ້າ​ທີ່​ວຽກ​ງານ​ຂອງ​ຕົນດ້ວຍ​ຄວາມ​ຮັບຜິດຊອບ, ນຳ​ໃຊ້​ຄວາມ​ຮູ້​ຄວາມ​ສາມາດ​ໃນ​ດ້ານ​ວິຊາ​ສະ​​ເພາະ​ ທີ່​ຮຽນ​ມາຢ່າງ​ສຸດ​ຄວາມ​ສາມາດ, ມີ​ຄວາມ​ສາມັກຄີ, ມີ​ຄວາມ​ກະຕືລື​ລົ້ນ, ພັດທະນາ​ຕົນ​ເອງ, ຊອກ​ຮູ້​ຮໍ່າຮຽນ ​ເພື່ອ​ຫາ​ປະສົບ​ການ​ ໃນ​ການ​ແກ້​ໄຂ​ບັນຫາ​ທີ່​ເກີດ​ຂຶ້ນ ກໍຄື​ໜ້າ​ທີ່​ວິຊາ​ສະ​ເພາະ​ທີ່​ຕົນ​ຮັບຜິດຊອບ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...