Homeຂ່າວທ້ອງຖິ່ນເມືອງແປກ ປ່ອຍປາ 100.000 ກວ່າໂຕ ທີ່ສວນສາທາລະນະອ່າງນ້ຳຫງຳ

ເມືອງແປກ ປ່ອຍປາ 100.000 ກວ່າໂຕ ທີ່ສວນສາທາລະນະອ່າງນ້ຳຫງຳ

Published on

ຂປລ. ທ້າຍ​ອາທິດ​ຜ່ານ​ມາ, ​ໂດຍ​ເຫັນ​ໄດ້ຄວາມ​ສຳຄັນ ​ກ່ຽວກັບ​ການ​ອະນຸ​ລັກ​ສັດ​ນ້ຳ-ສັດປ່າ ​ແລະ ການ​ປ່ອຍ​ປາ​ສູ່​ທຳ​ມະ​ຊາດ, ບໍລິສັດ ພັດທະນາ​ກໍ່ສ້າງ ສີ​ບຸນ​ເຮືອງ ຈຳກັດ ຮ່ວມ​ກັບ ອຳນາດ​ການ​ປົກຄອງ​ເມືອງ​​ແປ​ກ ແຂວງ​ຊຽງ​ຂວາງ ໄດ້ຈັດ​ພິທີ​ປ່ອຍ​ປາ​ລົງ​ສູ່​ທຳ​ມະ​ຊາດ ​ທີ່ສວນສາທາລະນະອ່າງ​ນ້ຳ​ຫງຳ ​​​ເຊິ່ງປາ​ທີ່​ນຳ​ມາ​ປ່ອຍ​ໃນ​ຄັ້ງ​ນີ້​ ລວມມີ 5 ຊະນິດ​ຄື: ປາ​ໃນ​ຄຳ, ປາ​ນິນ, ປາປາກ, ປາ​ກິນ​ຫຍ້າ ​ແລະ ປາ​ສະຫວາຍ ລວມທັງ​ໝົດ 100.000 ກວ່າ​ໂຕ ລວມມູນ​ຄ່າ​ທັງໝົດ 80 ກວ່າ​ລ້ານ​ກີບ.

​ເຂົ້າ​ຮ່ວມ​ໃນ​ການ​ປ່ອຍ​ໃນ​ຄັ້ງ​ນີ້​ມີ​ ທ່ານ ສຸພັນ ​ແກ້ວມີ​ໄຊ ລັດຖະມົນ​ຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ, ມີ​ທ່ານ​ຮອງ​ເຈົ້າ​ແຂວງ, ​ເຈົ້າ​ເມື​ອງ ຕະຫລອດ​ຮອດ​ຫົວໜ້າ–ຮອງ​ຫົວໜ້າພະ​ແນ​ກການ, ​ກົມ​ກອງ​ອ້ອມ​ຂ້າງ​ແຂວງ​ ເຂົ້າ​ຮ່ວມ​.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...