Homeຂ່າວພາຍ​ໃນສຸດສະເທືອນໃຈ ເສົາຊີມັງລົ້ມທັບເດັກນ້ອຍ ເສຍຊີວິດ

ສຸດສະເທືອນໃຈ ເສົາຊີມັງລົ້ມທັບເດັກນ້ອຍ ເສຍຊີວິດ

Published on

ໃນວັນທີ 06.08.2016 ເວລາ 16:23ໂມງ ໜ່ວຍກູ້ໄພ ມູນນິທິ ຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ໄດ້ຮັບແຈ້ງເຫດຜ່ານເບີສຸກເສີນ 1623 ວ່າມີຫຼັກເສົາໄຟລົ້ມທັບເດັກນ້ອຍ ຈຸດເກີດເຫດແມ່ນ ບ້ານ ໜອງແຫ້ວ ເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ.

ພໍໜ່ວຍກູ້ໄພມູນນິທິ ອອກກວດສອບພົບເຫັນ ຜູ້ບາດເຈັບ 1 ຄົນ ເປັນເພດຊາຍ ອາຍຸ 13ປີ ອາການເບື້ອງຕົ້ນແມ່ນ ກະທົບຫົວຮຸນແຮງ,ກະໂຫຼກຫົວແຕກ,ເລືອດອອກດັງ,ເລືອດອອກປາກ,ຕາບວມ ແລະ ບໍ່ມີສະຕິ.
ໜ່ວຍກູ້ໄພມູນນິທິ 1623 ຈຶ່ງໄດ້ປະຖົມພະຍາບານຂັ້ນຕົ້ນແລ້ວນຳສົ່ງໂຮງໝໍເສດຖາໂດຍດ່ວນ ແຕ່ເນື່ອງຈາກໄດ້ຮັບບາດເຈັບໜັກ ເມື່ອໄປຮອດໂຮງໝໍ ທາງກູ້ໄພ ແລະ ທ່ານໝໍໄດ້ພະຍາຍາມກູ້ຊີວິດຂອງຄົນເຈັບໄວ້ແຕ່ບໍ່ສຳເລັດ ແລະ ໄດ້ເສຍຊີວິດໃນເວລາຕໍ່ມາທີ່ໂຮງໝໍເສດຖາທິຣາດ.

ຂໍ້ມູນເບື້ອງຕົ້ນໃຫ້ຮູ້ວ່າ ຜູ້ຕາຍໄດ້ນອນຫລິ້ນຢູ່ເປທີ່ມັດໃສ່ກັບຫຼັກເສົາຊີມັງ ແລ້ວເສົາຫັກລົງທັບ.

ສິ່ງທີ່ເປັນບົດຮຽນຈາກເຫດການນີ້ແມ່ນ ເຮັດໃຫ້ຮູ້ວ່າເສົາຊີມັງຫຼໍ່ສຳເລັດຮູບ ທີີ່ປະຊາຊົນມັກຊື້ມາເຮັດເສົາເຮືອນ ຫຼືເສົາກຳແພງນັ້ນ ແມ່ນບໍ່ຄ່ອຍມີຄວາມທົນທານ ມີຄວາມຜຸຜ່ອຍ ຫັກງ່າຍ ແລະເຫຼັກທີ່ໃຊ້ເຂົ້າໃນການຜະລິດເສົາກໍບໍ່ໄດ້ມາຕະຖານ ສ່ວນປະສົມຂອງຊີມັງກໍບໍ່ໄດ້ມາຕະຖານເຊັ່ນກັນ ໜ່ວຍງານຄວບຄຸມເລື່ອງມາຕະຖານ ແລະຄຸ້ມຄອງຜູ້ບໍລິໂພກ ຄວນເບິ່ງຄືນເລື່ອງນີ້ ເພື່ອເຮັດໃຫ້ປະຊາຊົນໄດ້ຊົມໃຊ້ວັດຖຸກໍ່ສ້າງທີ່ໄດ້ມາຕະຖານ.

ຂໍ້ມູນຂ່າວຈາກໜ່ວຍກູ້ໄພ ມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງປະເທດລາວ

13873236_536056029920487_7205219310754325884_n

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...