Homeນານາສາລະນ້ຳໝາກພ້າວ ທັງແຊບ ທັງມີປະໂຫຍດ

ນ້ຳໝາກພ້າວ ທັງແຊບ ທັງມີປະໂຫຍດ

Published on

“ນ້ຳ​ໝາກ​ພ້າວ​”ຖື​ເປັນ​ນ້ຳ​ທີ່​ມີ​ຄວາມ​ບໍລິສຸດ​ ທີ່​ໃຫ້​ຄຸນຄ່າ​ຕໍ່​ຮ່າງກາຍ​ ຫລາຍກວ່າ​ນ້ຳ​ຫວານ​ທົ່ວ​ໄປ ​ທີ່​ດື່ມ​ແກ້ຫິີວນໍ້າ​ໄດ້​ເປັນ​ຢ່າງ​ດີ​ເພາະ​ມີລົດ​ຊາດ ​ທີ່ແຊບຫວານ ທຳມະຊາດ ນອກ​ຈາກ​ນີ້​ ຍັງມີ​ປະໂຫຍດ ​ແລະ ​ຄຸນຄ່າ​ຕໍ່​ຮ່າງກາຍ​ອີກ​ດ້ວຍ​ ເພາະ​ສາມາດ ​ປິ່ນປົວພະຍາດ​​ຕ່າງ​ໆ​ ໄດ້​ເປັນ​ຢ່າງ​ດີ​ເຊັ່ນ:​
ຂັບ​ສານ​ພິດ:​ນ້ຳໝາກພ້າວ​ ຊ່ວຍ​ຂັບ​ສານ​ພິດ​ ແລະ​ ຊ່ວຍ​ຊຳ​ລະລ້າງ​ ໃນຮ່າງກາຍ​ໄດ້​ດີ​​ ​ຖ້າ​ເຈົ້າ​ເປັນ​ສິວ​ ຫລື ປະຈຳເດືອນ​ທີ່ມາ​ບໍ່​ປົກກະຕິ​ ຫາ​ນ້ຳໝາກ​ພ້າວ​ມາ​ດື່ມ ​ເພາະ​ຈະ​ຊ່ວຍ​ກະຕຸ້ນ​ ໃຫ້​ຮ່າງກາຍ​ຂັບ​ຂອງ​ເສຍ​ອອກ​ມາ​ ພຽງ​​ເທົ່ານີ້​ຮ່າງກາຍ​ຂອງ​ເຈົ້າ ​ກໍ່ຈະ​ມີ​ຄວາມ​ສົມ​ດຸນ​ແລ້ວ​.​

ແກ້ອາການ​ຖອກທ້ອງ:​ເພາະ​ໃນ​ນ້ຳ​ໝາກ​ພ້າວ ​ມີກູໂຄດ​ທີ່​ສາມາດ​ດູດ​ຊຶມ​ງ່າຍ​ ເນື່ອງ​ຈາກ​ເວລາ​ຖອກທ້ອງຈະ​ສູນເສຍ​ກູ​ໂຄດ​ ອາດ​ເຖິງ​ຂັ້ນ​ໝົດ​ສະຕິ​ ແລະ ​ຊັອກ​ໄດ້.​ ຊຶ່ງ​​ເມື່ອດື່ມ​ເຂົ້າໄປ​ຈະ​ສາມາດ ​ຊ່ວຍ​ແກ້​​ໄດ້​ເປັນ​ຢ່າງ​ດີ​.​

ຫລຸດ​ກົດ:​ ນອກ​ຈາກ​ນີ້​ ໃນ​ນ້ຳ​ໝາກພ້າວ ​ຍັງມີ​ຄວາມ​ເປັນ​ດ່າງ​ສູງ​ ເຮົາ​ຈຶ່ງ​ນິຍົມ​ນຳ​ມາ​ປິ່ນປົວພະຍາດ​ ຄວາມ​ເປັນ​ກົດ​ຫລາຍ​ເກີນ​ໄປ​ ໃນ​ຮ່າງກາຍ.​

ບຳ​ລຸງຮ່າງກາຍ:​ ນ້ຳ​ໝາກພ້າວ​ ຖື​ເປັນ​ຢາ​ບຳ​ລຸງ​ກຳ​ລັງ​ຢ່າງ​ໜຶ່ງ ​ແລະ​ ຖື​ເປັນ​ຢາ​ພື້ນ​ບ້ານ​ ອີກ​ດ້ວຍ​ເພາະ​ສາມາດ​ ບຳ​ລຸງ​ເສັ້ນ​ເອັນ ​ຫລື ​ປິ່ນປົວພະຍາດ​ກະດູກ​ໄດ້​ ຍັງ​ສາມາດ​ ຊ່ວຍ​ຂັບ​ພະຍາດຕ່າງໆ​ໄດ້​ເປັນ​ຢ່າງ​ດີ​.​
ແຕ່​ສີ່ງສຳຄັນສຳລັບ​ ຜູ້​ທີ່​ເປັນ​ພະຍາດ​ ຫມາກໄຂ່ຫລັງ​ ແລະ ​ພະຍາດ​ເບົາ​ຫວານ​ ຈະ​ບໍ່​ເໝາະ​ກັບ ​ການ​ດື່ມ​ນ້ຳ​ໝາກ​ພ້າວ ​ເພາະ​ໃນ​ນ້ຳ​ໝາກ​ພ້າວ​ ຈະ​ມີກູ​ໂຄດ​ຊຶ່ງ​ອາດຈະໃຫ້​ໂທດ​ຫລາຍກວ່າ​ຜົນ​ດີີ​ແຕ່​ສຳລັບ​ຄົນ​ທົ່ວ​ໄປ ​ຈະ​ດື່ມ​ເມື່ອໃດກໍ​ໄດ້​ ເພາະ​ທັງ​ຫວານ​​ ແຖມ​ໃຫ້​ປະໂຫຍດ​ອີກ​ດ້ວຍ.​
ທີ່ມາ: http://kpl.gov.la/detail.aspx?id=15536

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...