Homeຂ່າວຕ່າງປະເທດເຮລິຄັອບເຕີ້ ລັດຖະບານປາກີສະຖານ ຕົກຢູ່ອັບການິສະຖານ ຍັງບໍ່ຮູ້ຊາຕາກຳຂອງຜູ້ໂດຍສານ!

ເຮລິຄັອບເຕີ້ ລັດຖະບານປາກີສະຖານ ຕົກຢູ່ອັບການິສະຖານ ຍັງບໍ່ຮູ້ຊາຕາກຳຂອງຜູ້ໂດຍສານ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 5 ສິງຫານີ້ວ່າ ເກີດເຫດເຮລິຄັອບເຕີ້ Mi-17 ຂອງລັດຖະບານປາກີສະຖານ ປະສົບອຸບັດເຫດຕົກກະແທກພື້ນ ທີ່ພາກຕາເວັນອອກຂອງ ປະເທດອັບການິສະຖານ ໃນວັນພະຫັດທີ 4 ສິງຫາຜ່ານມານີ້ ໂດຍໂຄສົກສະຖານທູດປາກີສະຖານ ປະຈຳນະຄອນຫລວງກາບູນ ປະເທດອັບການິສະຖານ ໄດ້ອອກມາຢືນຢັນເຫດການດັ່ງກ່າວ ຊຶ່ງເຮລິຄັອບເຕີ້ລຳນີ້ ມີກຳນົດເດີນທາງໄປຣັດເຊຍ ເພື່ອທຳການສ້ອມແປງ ແຕ່ປະສົບກັບອຸບັດເຫດດັ່ງກ່າວ ຊຶ່ງປັດຈຸບັນ ຍັງບໍ່ທັນຮູ້ຊາຕາກຳຂອງຜູ້ໂດຍສານ ແລະ ລູກເຮືອທັງ 6 ຄົນເທື່ອ.

 

 

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...