Homeຂ່າວການພັດທະນາເຂື່ອນໄຟຟ້ານ້ຳມັງ 1 ຄືບໜ້າ 99% ຄາດເດີນເຄື່ອງຜະລິດ ເດືອນຕຸລານີ້!

ເຂື່ອນໄຟຟ້ານ້ຳມັງ 1 ຄືບໜ້າ 99% ຄາດເດີນເຄື່ອງຜະລິດ ເດືອນຕຸລານີ້!

Published on

ຂປລ. ໂຄງ​ການກໍ່​ສ້າງ​ເຂື່ອນ​ໄຟ​ຟ້າ​ນ້ຳ​ມັງ 1 ຕັ້ງ​ຢູ່​ສາຍ​ນ້ຳ​ມັງ ​ເຂດ​ບ້ານໂພນ​ສະ​ຫວັນ ເມືອງທ່າ​ພະ​ບາດ ແຂວງບໍ​ລິ​ຄຳ​ໄຊ ​ໂດຍ​ກວມ​​ເນື້ອ​ທີ່ ເມືອງ​ທ່າ​ພະ​ບາດ ແຂວງ​ບໍ​ລິ​ຄຳ​ໄຊ ແລະ ເມືອງ​ຮົ່ມ ແຂວງໄຊ​ສົມ​ບູນ. ປັດຈຸ​ບັນການກໍ່​ສ້າງ​ສຳ​ເລັດ​ 99% ຂອງ​ໜ້າ​ວຽກ​ທັງ​ໝົດ ພາຍຫລັງລົງມື​ການກໍ່​ສ້າງ​ ມາ​ແຕ່​ຕົ້ນປີ 2013 ​ແລະ ຄາດວ່າຈະ​ເປີດ​ການຜະລິດ​​ໄຟຟ້າ​ ໃນ​ເດືອນ​ຕຸ​ລາ 2016 ນີ້.

ທ່າ​ນ ຄຳ​ສິງ ສາຍ​ພູ​ວົງ ຮອງ​ຫົວ​ໜ້າ​ ພະ​ແນກພະ​ລັງ​ງານ ແລະ ບໍ່​ແຮ່​ ແຂວງບໍລິ​ຄຳ​ໄຊ ​​ໄດ້ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ​ໃນ​ວັນ​ທີ 2 ສິງຫາ ​ນີ້ວ່າ: ໂຄງ​ການດັ່ງກ່າວ ​​ພາຍ​​ໃຕ້​ການ​ຄວບ​ຄຸມ​ການກໍ່​ສ້າງ ແລະ​ ດຳ​ເນີນ​ງານ​ຂອງ ບໍ​ລິ​ສັດນ້ຳ​ມັງ 1, ປະ​ກອບ​ມີ 4 ຂາ​ຮຸ້ນ​ໃຫ​ຍ່ ຄື: ບໍ​ລິ​ສັດ ດົງ​ຟ່າງ ສ​ປ​ ຈີນ ​ຖື​ຮຸ້ນ 75%, ລັດ​ວິ​ສາ​ຫະ​ກິດ​ໄຟ​ຟ້າ​ລາວ ຖື​ຮຸ້ນ 10%, ບໍ​ລິ​ສັດເອ​ຊີ (AC Industrial Ltd) ຖື​ຮຸ້ນ 10,75% ແລະ ບໍ​ລິ​ສັດ ສາຍ​ທາ ກໍ່​ສ້າງ​ ຈຳ​ກັດ​ຜູ້​ດຽວ ຖື​ຮຸ້ນ 4,25%. ລວ​ມ​ມູນ​ຄ່າ​ໃນ​ການກໍ່​ສ້າງ​ ທັງ​ໝົດ 94,99 ລ້ານ​ໂດ​ລາ​ສະ​ຫະ​ລັດ.

​​ເຂື່ອນດັ່ງກ່າວ ​ສ້າງດ້ວຍ​ບົບຄອນກ​ຣີດ, ​ຄວາມ​ສູງ​ຂອງ​ເຂື່ອນ 70 ​ແມັດ, ລະ​ດັບ​ສັນ​ເຂື່ອນ EL 265 ​ແມັດ, ຄວາມ​ຍາວ​ຂອງ​ສັນ​ເຂື່ອນ 273 ​ແມັດ, ກວ້າງ 8 ​ແມັດ, ​ເນື້ອ​ທີ່​ອ່າງ​ໂຕ່ງ 620.5 km2, ​ເນື້ອ​ທີ່​ອ່າງ​ເກັບ​ນ້ຳ 0.32 km2, ມີ​ກຳ​ລັງ​ຕິດ​ຕັ້ງ 64 MW, ຈະ​ສາມາດຜະ​ລິດ​ພະ​ລັງ​ງານ​ ໄດ້ 224.8 GWh/ປີ ແລະ ​ລະ​ບົບ​ສາຍ​ສົ່ງ 115 kV ມີ​ຄວາມຍາວ 6.64 km ເຊື່ອມ​ຕໍ່​ເຂົ້າສະ​ຖາ​ນີ​​ໄຟ​ຟ້າ​ທ່າ​ບົກ.​

 

ແຫລ່ງຂ່າວ:

ຂປລ

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...