Homeອຸບັດເຫດແລະປາກົດການຫຍໍ້ທໍ້ປກສ ເມືອງຄໍາເກີດ ຈັບເຄືອຂ່າຍຄ້າກັນຊາລາຍໃຫຍ່

ປກສ ເມືອງຄໍາເກີດ ຈັບເຄືອຂ່າຍຄ້າກັນຊາລາຍໃຫຍ່

Published on

ເຈົ້າໜ້າທີ່ໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບແຈ້ງຈາກພົນລະເມືອງດີວ່າຈະມີການລັກລອບຂົນສົ່ງຢາເສບຕິດເປັນຈໍານວນຫລາຍຜ່ານເຂດເມືອງຂອງຕົນ,ຈຶ່ງໄດ້ຈັດກໍາລັງລົງຕັ້ງດ່ານກວດກາຕາມເສັ້ນທາງຈຸດຕ່າງໆ ແລະ ໃນຂະນະນັ້ນໄດ້ເຫັນລົດເປົ້າໝາຍກະບະແດຫັນໝາຍເລກທະບຽນ 5071 ກໍາແພງນະຄອນ, ຂັບມາດ້ວຍຄວາມໄວຕາມເສັ້ນທາງເຂດບ້ານໂພນຕານ, ເຈົ້າໜ້າທີ່ຈຶ່ງທໍາການຢຸດລົດ, ແຕ່ລົດຄັນດັ່ງກ່າວໄດ້ຂັບຝ່າດ່ານກວດຂອງເຈົ້າໜ້າທີ່ຈຶ່ງໄດ້ໄລ່ຕິດຕາມຈົນເຮັດໃຫ້ລົດຄັນດັ່ງ

ກ່າວເສຍຫລັກເຈີດລົງຂ້າງ, ເຈົ້າໜ້າທີ່ຈຶ່ງໄດ້ເຂົ້າໄປກວດຄົ້ນລົດພົບເຫັນມີໜຶ່ງຄົນຍັງຢູ່ໃນລົດຊື່ທ້າວ ຫວາຢ່າງຊົງ ອາຍຸ50 ປີຢູ່ບ້ານຜາເມືອງ, ເມືອງຄໍາເກີດ, ແຂວງບໍລິຄໍາໄຊ, ສ່ວນຄົນຂັບລົດຄົນດັ່ງກ່າວແມ່ນໄດ້ເອົາຕົວລົບໜີເຂົ້າໄປໃນປ່າແຄມທາງ ແລະ ພົບເຫັນກັນຊາເປັນຈໍານວນຫລາຍກິໂລຊຸກເຊື່ອງໄວ້ໃນເປົາປຸຍຫລາຍໜ່ວຍຢູ່ທ້າຍລົດຄັນນັ້ນ, ຈຶ່ງໄດ້ຈັບຕົວຜູ້ທີ່ນັ່ງມານໍາລົດໄປສືບສວນ ແລະ ໄດ້ຍຶດກັນຊາທັງໝົດພ້ອມລົດໄວ້ເປັນຫລັກຖານ ເພື່ອດໍາເນີນຄະດີຕາມລະບຽບກົດໝາຍ.

ຜ່ານການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ທ້າວ ຫວາຢ່າງຊົງ ຮັບສາລະພາບວ່າ: ກັນຊາທັງໝົດເປັນຂອງນ້ອງຊາຍຕົນຊື່ທ້າວ ຈາມົວຊົງ ເພື່ອຈະເອົາໄປສົ່ງໃຫ້ລູກຄ້າໃນເຂດຫລັກຊາວ, ເມືອງຄໍາເກີດ ແລະ ໄດ້ຊວນຕົນນັ່ງລົດໄປນໍາ, ໂດຍບອກວ່າຈະແບ່ງເງິນໃຫ້ຕົນ 5 ພັນບາດ (ສະກຸນເງິນໄທ) ແຕ່ຂັບຂີ່ມາຮອດຈຸດດັ່ງກ່າວຈຶ່ງຖືກເຈົ້າໜ້າທີ່ຈັບຕົວເສຍກ່ອນ.

ປັດຈຸບັນ, ຄະດີຢາເສບຕິດລາຍນີ້, ເຈົ້າໜ້າທີ່ໄດ້ເລັ່ງຂະຫຍາຍຜົນເພື່ອຈັບຕົວຜູ້ຮ່ວມຂະບວນການມາດໍາເນີນຄະດີຕາມລະບຽບກົດໝາຍໂດຍໄວ.

ຂ່າວຈາກ:  laophatthananewspaper

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...