HomeBaby-ແມ່ແລະເດັກ5 ວິທີລ້ຽງລູກໃຫ້ສະຫຼາດ ແລະ ສະໝອງດີ

5 ວິທີລ້ຽງລູກໃຫ້ສະຫຼາດ ແລະ ສະໝອງດີ

Published on

ລ້ຽງລູກໃຫ້ໃຫຍ່ຂຶ້ນມາເປັນທ້າວ ເປັນນາງນີ້ກໍ່ຖືວ່າຍາກແລ້ວ ແຕ່ການລ້ຍງລູກໃຫ້ເປັນຄົນດີ ເປັນຄົນສະຫຼາດ ສະໝອງດີ ນີ້ເປັນເລື່ອງທີ່ຍາກຂຶ້ນໄປອີກລະດັບໜຶ່ງສຳລັບຜູ່ພໍ່ແມ່ ເພາະມັນຕ້ອງອີງໃສຫຼາຍໆປັດໃຈເຂົ້າຊ່ວຍ ເຊິ່ງຕ້ອງໄດ້ເອົາໃຈໃສ່ຕັ້ງແຕ່ອາຍຸຍັງນ້ອຍຈົນໃຫຍ່ພໍທີ່ລູກນ້ອຍຂອງທ່ານຈະສາມາດດູແລຕົວເອງໄດ້

ໃນຫົວບົດ ແມ່ ແລະ ລູກ ວັນນີ້ເຮົາເລີຍມີວິທີການລ້ຽງລູກໃຫ້ສະຫຼາດ ແລະ ສະໝອງດີ ມາຝາກກັນ ເຊິ່ງເຮັດແບບໃດນັ້ນມາອ່ານພ້ອມກັນເລີຍ

1. ສ້າງຄວາມສຳພັນທີ່ດີກັບຄູຂອງລູກ: ເພາະການສ້າງຄວາມສຳພັນທີ່ດີກັບຄູຂອງລູກກໍ່ປຽບເໝືອນວ່າທ່ານມີອີກຄົນໜຶ່ງທີ່ຊ່ວຍດູແລລູກທ່ານໃນເວລາຢູ່ໃກຕາ ແລະ ທ່ານຍັງສາມາດຮັບຮູ້ການເຄື່ອນໄຫວຂອງລູກທ່ານໃນເວລາທີ່ເຂົາຢູ່ໂຮງຮຽນໄດ້ອີກດ້ວຍ

2.ມີເວລາໃຫ້ກັບລູກ: ທ່ານຄວນມີເວລາໃຫ້ກັບລູກຂອງທ່ານແນ່ກໍ່ຈະເປັນການດີທີ່ສຸດ ເພື່ອຈະບໍ່ເຮັດໃຫ້ຄວາມຫ່າງເຫີນມາກັ້ນຄວາມຜູກພັນລະຫວ່າງທ່ານກັບລູກຫຼາຍຈົນເກີນໄປ

3.ຫຼີກລ່ຽງພຶກຕິກຳທີ່ເຮັດໃຫ້ລູກຕິດເທັກໂນໂລຢືຫຼາຍຈົນເກີນໄປ: ການທີ່ໃຫ້ລູກຫຼິ້ນຄອມ, ຫຼິ້ນໂທລະສັງ ຫຼື ເບິ່ງໂທລະທັດ ຫຼາຍຈົນເກີນໄປແນ່ນອນວ່າມັນຈະບໍ່ສົ່ງຜົນດີໃຫ້ກັບທ່ານ ແລະ ລູກ ເພາະລູກອາດຈະບໍ່ສົນໃຈໃນຕົວຂອງທ່ານ ຍ້ອນເຂົາມີສິ່ງທີ່ໜ້າສົນໃຈກວ່າ ພໍ່ ແລະ ແມ່ຂອງເຂົາແລ້ວ

4.ສ້າງກິດຈະກຳຮ່ວມກັນຢ່າງອົບອຸ່ນ: ກິດຈະກຳທີ່ວ່ານີ້ອາດຈະເປັນການໄປທ່ຽວຮ່ວມກັນ, ກິນເຂົ້າຮ່ວມກັນ ຫຼື ປູກຕົ້ນໄມ້ຮ່ວມກັນ, ຫຼິ້ນກີລາຮ່ວມກັນ ເພາະທ່ານຢ່າລືມວ່າ ທ່ານຈະມີເວລາໃຊ້ຊີວິດ ແລະ ມອບຄວາມອົບອຸ່ນແບບນີ້ໃຫ້ກັບລູກເມື່ອຕອນທີ່ພວກເຂົາຍັງນ້ອຍເທົ່ານັ້ນ ແຕ່ເມື່ອພວກເຂົາໃຫຍ່ຂຶ້ນ ພວກເຂົາກໍ່ຈະໄປມີຊີວິດຂອງພວກເຂົາເອງ ສະນັ້ນທ່ານຈົ່ງສ້າງຄວາມສົງຈຳທີ່ດີນີ້ໃຫ້ກັບລູກຂອງທ່ານໃນວັນທີ່ຍັງມີໂອກາດຢູ່

5. ອ່ານໜັງສືດີໆ ຫຼື ເລົ່ານິທານໃຫ້ລູກຟັງ: ຢ່າງທີ່ຮູ້ກັນວ່າການອ່ານໜັງສືຄືການເປີດໂລກກ້ວາງ ທ່ານຄວນເລືອກຫາໜັງສືດີໆ ມີສາລະມາອ່ານໃຫ້ລູກຟັງ ເພື່ອໃຫ້ສະໝອງຂອງເຂົາໄດ້ຊຶມສັບຮັບເອົາແຕ່ສິ່ງດີໆເຂົ້າໃນຫົວ ແລະ ໃນເວລາອ່ານໜັງສືທ່ານກໍ່ອະທິບາຍເນື້ອໃນໜັງສືທີ່ອ່ານນັ້ນໃຫ້ລູກໄດ້ຟັງພ້ອມ ເຊິ້ງນອກຈາກຈະຊ່ວຍໃຫ້ລູກມີຄວາມເຂົ້າໃຈໃນເລື່ອງທີ່ຟັງຫຼາຍຂຶ້ນແລ້ວ ຍັງເປັນການສົນທະນາກັບລູກອີກດ້ວຍ
ແຫລ່ງຂ່າວຈາກ:http://www.meemodel.com/

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...