Home​ຂ່າວທ່ອງທ່ຽວນ້ຳຕົກຊ້ອນນ້ຳຕົກ ແຫ່ງດຽວໃນໂລກ ທີ່ອຸທະຍານແຫ່ງຊາດ ຖ້ຳເຖິງຫຼົງ ປະເທດຈີນ

ນ້ຳຕົກຊ້ອນນ້ຳຕົກ ແຫ່ງດຽວໃນໂລກ ທີ່ອຸທະຍານແຫ່ງຊາດ ຖ້ຳເຖິງຫຼົງ ປະເທດຈີນ

Published on

ເພສ China Xinhua News ລາຍງານວ່າ ອຸທະຍານແຫ່ງຊາດຖ້ຳເຖິງຫຼົງ ຢູ່ຫ່າງຈາກເມືອງລີຊວນ ມົນທົນຫູເປ່ຍ ປະມານ 6 ກິໂລແມັດ ມີພື້ນທີ່ຫ້ວາງກວ່າ 69 ຕາລາງກິໂລແມັດ ມີພູມສັນຖານທີ່ເປັນພູເຂົາ ນ້ຳ, ຖ້ຳ ແລະ ປ່າໄມ້ ໂດ່ງດັງເນື່ອງຈາກເປັນສະຖານທີ່ທີ່ມີຄວາມອັນຕະລາຍ, ແປກ ແລະ ສະຫງ່າງາມຮວມໄວ້ໃນບ່ອນດຽວກັນ

1470113786_13906856_1782467818635899_3407335638041190139_n

ຖ້ຳແຫ່ງນີ້ມີຄວາມສູງ 74 ແມັດ, ກ້ວາງ 64 ແມັດ ພາຍໃນມີຄວາມສູງທີ່ສຸດເຖິງ 235 ແມັດ ຕອນຄົ້ນພົບຄັ້ງທຳອິດມີຄວາມຍາວ 52.8 ກິໂລແມັດ ມີພື້ນທີ່ປະມານ 2 ລ້ານກວ່າຕາລາງແມັດ

1470113844_13895017_1782467801969234_186840196165030705_n

ພາຍໃນມີໂພ່ງຖ້ຳ 10 ແຫ່ງ ມີນ້ຳຕົກໃຕ້ດິນກວ່າ 10 ກວ່າແຫ່ງ ມີທັງຖ້ຳທີ່ເປັນນ້ຳ ແລະ ຖ້ຳແຫ້ງ ບໍ່ມີອາກາດທີ່ເປັນພິດ ບໍ່ມີສັດຮ້າຍ ອຸນຫະພູມໃນຖ້ຳປະມານ 14-18 ອົງສາ ແລະ ອາການໄຫລວຽນສະດວກດີ

ໃນປັດຈຸບັນ ຖ້ຳເຖິງຫຼົງເປັນຖ້ຳທີ່ໃຫຍ່ທີ່ສຸດຂອງຈີນ ອີກຍັງເປັນໂພ່ງຖ້ຳທີ່ມີປະລິມານຄວາມຈຸຫຼາຍທີ່ສຸດໃນໂລກອີກດ້ວຍ

1470113766_13879293_1782467771969237_2729973383755409605_n

ຂໍ້ມູນຈາກ: http://bk.upyim.com/12632/

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...