Homeສຸຂະພາບ ແລະ ສີ່ງແວດລ້ອມຜັກຄາວທອງ ສັບພະຄຸນທາງຢາທີ່ຫຼາຍທ່ານອາດບໍ່ເຄີຍຮູ້

ຜັກຄາວທອງ ສັບພະຄຸນທາງຢາທີ່ຫຼາຍທ່ານອາດບໍ່ເຄີຍຮູ້

Published on

ລັກສະນະພືດສາດ: ເປັນພືດລົ້ມລຸກ, ສູງ 15-30 ຊມ, ລໍາຕົ້ນກົມສີຂຽວ, ຕາມຂໍ້ບ່ອນໃບຈັບບວມພອງເລັກນ້ອຍ ມີຂົນອ່ອນໆ, ມີກິ່ນຄາວ. ໃບ ເປັນໃບດ່ຽວ, ຈັບຮຽງສະຫຼັບ, ແຜ່ນໃບບາງກ້ຽງ, ແຜ່ນໃບຮູບຫົວໃຈ, ກວ້າງ 4-6 ຊມ, ຍາວ 6-10 ຊມ, ປາຍໃບຮຽວແຫຼມ, ຖານໃບມົນວ້ຳເຂົ້າ ຫຼື ຮູບຫົວໃຈ,ຂອບໃບລຽບ; ເສັ້ນໃບກ່າງໃບອອກຈາກກົກໃບ 4-5 ເສ້ັນ; ແຜ່່ນໃບດ້ານລຸ່ມມັກເປັນສີນ້ຳຕານ ຫຼື ສີຂຽວອ່ອນ; ກ້ານໃບຍາວ 2 ຊມ, ກ້ານໃບເປັນຮ່ອງດ້ານໃນ, ກົກກ້ານໃບບ່ອນຈັບກັບລຳຕົ້ນອົບລຳຕົ້ນໄວ້ເຄິ່ງໜື່ງ, ກາບມີລີ້ນໃບ ຍາວ 4 ມມ ມີຂົນເລັກນ້ອຍ. ດອກສີຂາວອົມເຫຼືອງ, ອອກເປັນຊໍ່ທີ່ປາຍຍອດ, ຍາວ1.5 ຊມ, ມີໃບປະດັບສີຂາວ 4 ໃບ, ກາບດອກ ແລະ ກີບດອກປ່ຽນຮູບມີຂະໜາດນ້ອຍຫຼາຍ, ເກສອນຜູ້ມີ 3ອັນ, ສີເຫຼືອງ. ໝາກ ເປັນໝາກແຫ້ງແຕກອອກໄດ້.

ປິ່ນປົວພະຍາດ: ແກ້ພະຍາດຜິວໜັງທຸກຊະນິດ, ເປັນຢາຂັບປັດສະວະ ຂ້າເຊື້ອໃນທາງເດີນປັດສະວະ ແລະຍັງສາມາດກິນເປັນຜັກກັບ.

ສ່ວນທີ່ໃຊ້: ທັງຕົ້ນ
ວິທີການນຳໃຊ້: ແກ້ພະຍາດຜິວໜັງແມ່ນໃຊ້ໃບທັບໂພະໃສ່ບໍລິເວນທີ່ເປັນພະຍາດການປູກຂະຫຍາຍພັນ: ຜັກຄາວທອງເປັນພືດທີ່ມັກເກີດຢູ່ດິນທີ່ມີຄວາມຊຸ່ມສາມາດຂະຫຍາຍພັນດ້ວຍການກ້າແກ່ນ ແລະ ຕັດຊຳ ຕັດໃຫ້ຍາວປະມານ 10 ຊມ, ແລ້ວນຳມາປູກໃນກະໂຖ ຫຼື ແປງເປັນໜານປູກ.

ພັກຄາວທອງ ມີຊື່ທາງວິທະຍາສາດວ່າ Houttuynia Cordata Thunb
1 ຊ່ວຍຕໍ່ຕ້ານມະເຮັງ ຢັບຢັ້ງການຈະເລີນເຕີບໂຕຂອງເຊວມະເຮັງ
2 ຊ່ວຍບຳບັດຟື້ນຟູຄວາມດັນໂລຫິດສູງ
3 ຊ່ວຍເສີມສ້າງພູມຄູ້ມກັນໃຫ້ກັບຮ່າງກາຍ
4 ຢັບຢັ້ງເບົາຫວານ ຮັກສາຄວາມສົມດຸນຂອງຮ່າງກາຍ
5 ຊ່ວຍເຮັດໃຫ້ກະດູກເຊື່ອມຕິດກັນໄວຂື້ນ
6 ຊ່ວຍຮັກສາປະລິມານຂອງແຫລວໃນຮ່າງກາຍ
7 ຊ່ວຍຮັກສາອາການຫູຊັ້ນກາງອັກເສບ
8 ຊ່ວຍຮັກສາໂລກຕິດເຊື້ອທາງເດີນຫາຍໃຈ
9 ຊ່ວຍແກ້ໄຂ້ມາລາເລຍ
10 ໃຊ້ເປັນສ່ວນປະສົມໃນຕຳລາຢາທີ່ເປັນຢານຳ້ຂຸ້ນໃຊ້ທາຮັກສາປອດອັກເສບໃນເດັກ

ໝາຍເຫດ: ຖ້າກີນຫລາຍເກີນໄປອາດເຮັດໃຫ້ຫົວໃຈສັ້ນ ແລະ ຖີ່ ອາດເປັນອັນຕະລາຍ

ທີ່ມາ: ເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...