Homeຂ່າວຕ່າງປະເທດມຽນມາຕັ້ງເປົ້າ ດຶງດູດນັກທ່ອງທ່ຽວ 7.5 ລ້ານຄົນ ພາຍໃນປີ 2019

ມຽນມາຕັ້ງເປົ້າ ດຶງດູດນັກທ່ອງທ່ຽວ 7.5 ລ້ານຄົນ ພາຍໃນປີ 2019

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 2 ສິງຫາຜ່ານມານີ້ວ່າ ກະຊວງການໂຮງແຮມ ແລະ ການທ່ອງທ່ຽວມຽນມາ ໄດ້ຕັ້ງເປົ້າໝາຍດຶງດູດນັກທ່ອງທ່ຽວ ໃຫ້ໄດ້ 7.5 ລ້ານຄົນ ພາຍໃນປີ 2019 ຊຶ່ງອີງຕາມຕົວເລກທີ່ມີການເປີດເຜີຍ ສະເພາະໃນປີນີ້ພົບວ່າ ມີນັກທ່ອງທ່ຽວເຂົ້າໄປຢ້ຽມຢາມມຽນມາແລ້ວ ຫລາຍກວ່າ 5.5 ລ້ານຄົນ ຊຶ່ງເປັນຕົວເລກທີ່ຫລາຍກວ່າປີ 2015 ເກືອບລ້ານຄົນ.

ທັງນີ້ ອຸດສາຫະກຳການທ່ອງທ່ຽວມຽນມາ ໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ພາຍຫລັງການຍົກເລີກ ມາດຕະການຂວ້ຳບາດໂດຍສ່ວນໃຫຍ່ ຈາກບັນດາປະເທດຕາເວັນຕົກ, ແຕ່ກໍຍັງມີສິ່ງທ້າທາຍຈຳນວນໜຶ່ງ ເປັນຕົ້ນແມ່ນລາຄາທີ່ພັກໂຮງແຮມຍັງສູງ ແລະ ບໍ່ທັນໄດ້ມາດຕະຖານ ດັ່ງນີ້ເປັນຕົ້ນ.

 

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...