spot_img
Homeຂ່າວພາຍ​ໃນລົດສິນຄ້າຂອງໄທ ຕົກຂຸມທາງເພ ສິນຄ້າເສຍຫາຍຫຼາຍເຕີບ

ລົດສິນຄ້າຂອງໄທ ຕົກຂຸມທາງເພ ສິນຄ້າເສຍຫາຍຫຼາຍເຕີບ

Published on

ຕອນຄ່ຳປະມານ 17:00 ຂອງວັນທີ 3 ກໍລະກົດ 2014 ນີ້ ລົດຂົນເຄື່ອງກໍ່ສ້າງຂອງຊາວໄທ ຂັບຜ່ານທາງດົງໂດກ-ຫນອງບຶກ ມາຮອດປາກຮ່ອມ 18 ບ້ານຫນອງພະຍາ ເມືອງໄຊທານີ ລົດໄດ້ຜ່ານເສັ້ນທາງທີ່ມີຂຸມ ກໍເລີຍເຮັດໃຫ້ດິນຂໍຕົກລົງຈາກລົດ ເສຍຫາຍຫລາຍລ້ານກີບ ແລະສະພາບການສັນຈອນຫຍຸ້ງຍາກສົມຄວນ.

ຈາກການໃຫ້ສຳພາດຂອງເຈົ້າຂອງລົດໄດ້ໃຫ້ຮູ້ວ່າ ລົດຄັນນີ້ເດິນທາງມາແຕ່ປະເທດໄທ ເພື່ອມາສົ່ງເຄື່ອງໃຫ້ບໍລິສັດກໍ່ສ້າງຂອງລາວບໍລິສັດໜຶ່ງ ເມື່ອເດິນທາງມາຮອດເຂດດັ່ງກ່າວ ເຊິ່ງສະພາບເສັ້ນທາງເປ່ເພ ທາງຂາດ ຈຶ່ງບໍ່ສາມາດຫຼີກໃຫ້ມົ້ມຂຸມໄດ້ ຈຶ່ງເຮັດໃຫ້ຕີນລົດຕົກລົງພະນັກຂອງຂຸມທີ່ຕ່າງລະດັບ ຈຶ່ງເຮັດໃຫ້ເຄື່ອງທີ່ບັນທຸກມາຂະຫຍັບຕົກລົງສູ່ພື້ນ ເຮັດໃຫ້ດິນຂໍແຕກຫັກຈຳນວນຫຼາຍ ຄິດເປັນເງິນລາວກໍຫຼາຍລ້ານກີບ ແຕ່ຍັງບໍ່ທັນໄດ້ສະຫຼຸບລະອຽດເທື່ອ.

ເຈົ້າຂອງລົດຄັນດັ່ງກ່າວກ່າວຕື່ມວ່າ ຂ້າພະເຈົ້າເຂົ້າໃຈວ່າ ປະເທດລາວກຳລັງພັດທະນາ ບັນຫາແບບນີ້ຈຶ່ງສາມາດເກີດຂຶ້ນໄດ້ ແຕ່ແນວໃດກໍຕາມ ຂ້າພະເຈົ້າກໍຂໍໃຫ້ປະເທດລາວພັດທະນາລະບົບພື້ນຖານໂຄງລ່າງ ໂດຍສະເພາະແມ່ນທາງໄປກ່ອນກ້າວໜຶ່ງຂອງການພັດທະນາເສດຖະກິດ ເພາະເປັນຫົວໃຈຫຼັກຂອງການພັດທະນາ ຄືດັ່ງທ່ານໄດ້ເຫັນຕົວຈິງນີ້ລະ ຖ້າສະພາບເສັ້ນທາງບໍ່ສະດວກກໍຈະກົດໜ່ວງການພັດທະນາ.

laopost laopost ລາວໂພສ ລາວໂພສ2 ລາວໂພສ3 ລາວໂພສອີກ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...