spot_img
Homeເກມບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 2 ສິງຫາ

ບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 2 ສິງຫາ

Published on

ວັນທີ 2 ສິງຫາ ປີ 1996 ຫຼືມື້ນີ້ເມື່ອ 20 ປີທີ່ແລ້ວ ເປັນມື້ວາງຈຳໜ່າຍຂອງເກມ Mortal Kombat II ເທິງເຄື່ອງ PS1 ທີ່ປະເທດຍີ່ປຸ່ນ. ໂດຍ Mortal Kombat ຈັດວ່າເປັນເກມໄຟຕິ້ງຊື່ດັງອີກຊີຣີທີ່ມີແຟນໆ ຕິດຕາມກັນພໍສົມຄວນ ແລະຍັງເປັນຊີຣີເກມໄຟຕິ້ງທີ່ເປັນໜ້າເປັນຕາໃຫ້ກັບຝັ່ງຕາເວັນຕົກອີກນຳ ດ້ວຍກຣາບຟິກທີ່ເຄື່ອງເກມຢູ່ໃນຍຸກທີ່ກຳລັງປ່ຽນຈາກ 16-Bit ເປັນ 32-Bit ໂດຍເວີຊັ່ນ PS1 ນີ້ກໍເປັນເວີຊັ່ນທີ່ອັບເກຣດຈາກເວີຊັ່ນທີ່ເຄີຍລົງໃຫ້ກັບເຄື່ອງ Super Famicom ແລະ Mega Drive ມາກ່ອນ. ນອກຈາກນີ້ ໂມເດວຂອງໂຕລະຄອນທີ່ໃຊ້ໃນເກມນີ້ຈະເບິ່ງຄືຄົນແທ້ໆ ເຊິ່ງກໍເປັນຂັ້ນຕອນການພັດທະນາທີ່ທາງຕາເວັນຕົກໃນຊ່ວງນັ້ນລິເລີ່ມຂຶ້ນເພື່ອເນັ້ນຄວາມສົມຈິງ ດ້ວຍການໃຫ້ນັກສະແດງແຕ່ລະຄົນນຸ່ງຊຸດຄືກັບນັກສູ້ໃນເກມ ຈາກນັ້ນກໍໃຫ້ໄປຢືນແອັກທ່າ ອອກທ່າທາງຕໍ່ສູ້ໂດຍມີສາກພື້ນຫຼັງສີເທົາຢູ່ດ້ານຫຼັງ ແລ້ວບັນທຶກລົງວີດີໂອເທັບດ້ວຍກ້ອງ Hi8 (ມີການເປີດເຜີຍໃນພາຍຫຼັງວ່າທີມພັດທະນາໄດ້ປ່ຽນມາໃຊ້ກ້ອງທີ່ມີຄຸນະພາບທຽບເທົ່າກັບກ້ອງຖ່າຍຮູບເງົາທີ່ມີລາຄາຢູ່ປະມານ 20,000 ຫຼຽນ ຫຼືປະມານ 1.6 ພັນລ້ານກີບ) ເຮັດໃຫ້ກຣາບຟິກແລະຄວາມລະອຽດຂອງໂຕລະຄອນທີ່ອອກມາເບິ່ງຄົມຊັດແລະນຽນຕາຄືຄົນແທ້ໆເລີຍ. 

ທາງດ້ານເນື້ອເລື່ອງຂອງ Mortal Kombat II ຈະເວົ້າເຖິງວາຍຮ້າຍນາມວ່າ ຊາງຊຸງ (Shang Tsung) ໄດ້ເສຍໃຫ້ກັບ ລູຄັງ (Liu Kang) ໃນທົວນາເມັ້ນ Mortal Kombat ພາກທຳອິດ ຊາງຊຸງເລີຍໄປຂໍຄວາມເມດຕາຈາກ ເຊົາຄານ (Shao Kahn) ປະມຸກແຫ່ງ Outworld ໃຫ້ໄວ້ຊີວິດຕົນ ໂດຍຊາງຊຸງບອກເຊາຄານວ່າຖ້າລອງປ່ຽນການຈັດທົວນາເມັ້ນ Mortal Kombat ມາຢູ່ທີ່ Outworld ແດ່ ພວກຕົນໜ້າຈະໄດ້ປຽບແລະພວກນັກສູ້ຈາກໂລກໜ້າຈະເຂົ້າຮ່ວມຢ່າງແນ່ນອນ ຄານຈຶ່ງຍອມຮັບຂໍ້ສະເໜີຂອງຊາງຊຸງລອງເບິ່ງ ຈາກນັ້ນເຊົາຄານກໍເລີຍສົ່ງໝາຍເຊີນໄປຫາເທບສາຍຟ້ານາມວ່າ ໄຣເດັນ (Raiden) ໃຫ້ເຮັດການລວບລວມນັກສູ້ຜູ້ເກັ່ງກ້າເທິງໂລກມະນຸດໃຫ້ມາເຂົ້າຮ່ວມເສິກສັງວຽນເລືອດຄັ້ງໃໝ່…..ໂດຍມີໂລກໃບນີ້ເປັນເດີມພັນນັ້ນເອງ. 

ເອກກະລັກຂອງຊີຣີ Mortal Kombat ກໍຄືບັນດາທ່າໄມ້ຕາຍທີ່ຜູ້ຫຼິ້ນສາມາດກົດໃຊ້ເພື່ອສັງຫານຊີວິດຄູ່ຕໍ່ສູ້ຫຼັງຈາກຕີອີກຝ່າຍຈົນພະລັງຊີວິດໝົດຫຼອດ ເຊິ່ງມີຊື່ເອີ້ນວ່າ Fatality ໂດຍຈະໃຊ້ໄດ້ກໍຕໍ່ເມື່ອຢູ່ໃນຍົກຕັດສິນ ແລະຝ່າຍທີ່ໄດ້ປຽບທີ່ຕີຄູ່ຕໍ່ສູ້ຈົນຢືນມຶນໄດ້ ຈະມີຄຳວ່າ Finish Him / Finish Her ຂຶ້ນກາງໜ້າຈໍ ເຊິ່ງໂຕລະຄອນແຕ່ລະໂຕກໍຈະມີທ່າ Fatality ປະມານ 1-2 ທ່າໃຫ້ເລືອກໃຊ້ ພໍກົດໃຊ້ແລ້ວກໍຈະເປັນການສັງຫານຄູ່ຕໍ່ສູ້ດ້ວຍວິທີສຸດໂຫດ ຖ້າບໍ່ມີພຽງເລືອດສາດກໍຈະໄດ້ເຫັນຊິ້ນສ່ວນປິວກະຈາຍແບບສະຢົດສະຢອງກັນເລີຍ ແຕ່ໃນພາກ 2 ນີ້ຈະມີການເພີ່ມທ່າໄມ້ຕາຍແປກໆ ມາອີກ 2 ຢ່າງກໍຄື: Babalities ທີ່ເປັນການສາບໃຫ້ຄູ່ຕໍ່ສູ້ກາຍເປັນເດັກນ້ອຍ ແລະອີກທ່າຄື Friendship ທີ່ຈະເປັນການເຕັ້ນລຳຫຼືໃຫ້ຂອງຂວັນກັບຄູ່ຕໍ່ສູ້ທີ່ເສຍໄປ. 

Fact ເລັກນ້ອຍກ່ຽວກັບ Mortal Kombat II

  • ຈາກກະແສຄວາມນິຍົມທີ່ Mortal Kombat II ສ້າງໄວ້ທົ່ວໂລກ ຈຶ່ງເຮັດໃຫ້ເກມນີ້ເປັນອີກໜຶ່ງເກມໄຟຕິ້ງທີ່ໄດ້ຮັບການພອຣ໌ດລົງໃຫ້ກັບເຄື່ອງຕ່າງໆ ມາແລ້ວຫຼາກຫຼາຍເຄື່ອງ ຖ້າຫາກນັບສະເພາະເຄື່ອງຄອນໂຊລຈົນຮອດປັດຈຸບັນນີ້ (ລວມຕູ້ອາເຂດຢອດຫຼຽນ) ເກມ Mortal Kombat II ໄດ້ວາງຈຳໜ່າຍມາແລ້ວເຖິງ 11 ແພລັດຟອຣ໌ມ. 

  • ຄວາມດັງຂອງ Mortal Kombat II ໄດ້ໄປເຂົ້າຕາບັນດາຜູ້ສ້າງຮູບເງົາຈາກ Hollywood ຈົນເຮັດໃຫ້ໄດ້ຮັບການສ້າງເປັນເວີຊັ່ນຮູບເງົາອອກມາເປັນຈຳນວນ 2 ພາກໄດ້ແກ່: Mortal Kombat ທີ່ສາຍເມື່ອປີ 1995 ແລະ Mortal Kombat: Annihilation ທີ່ສາຍໃນປີ 1997. ໂດຍພາກທຳອິດນັ້ນເຮັດລາຍຮັບໄດ້ໃນ Box Office ຢູ່ໃນເກນທີ່ດີຫຼາຍ, ແຕ່ວ່າໃນພາກ 2 ນັ້ນ ເຖິງວ່າຈະປະຄອງຍອດລາຍຮັບບໍ່ໃຫ້ຂາດທຶນໄດ້ ແຕ່ດ້ວຍຄວາມທີ່ສະຖານະທາງການເງິນຂອງທີມໂປຣດັກຊັ່ນທີ່ສ້າງຮູບເງົານັ້ນບໍ່ຄ່ອຍດີ ເຮົາຈຶ່ງບໍ່ໄດ້ເຫັນຮູບເງົາພາກຕໍ່ຂອງເກມນີ້ອີກເລີຍນັບຕັ້ງແຕ່ນັ້ນເປັນຕົ້ນມາ. 

  • ຖ້າຫາກ Street Fighter II ເຄີຍສ້າງປະກົດການເກມໄຟຕິ້ງທີ່ເຮັດຍອດຂາຍຖະຫຼົ່ມທະລາຍຈາກຝັ່ງຍີ່ປຸ່ນມາສູ່ຕາເວັນຕົກ, ທາງດ້ານ Mortal Kombat II ກໍເປັນຊີຣີກົງກັນຂ້າມທີ່ສ້າງປະກົດການຈາກຝັ່ງຕາເວັນຕົກມາສູ່ຕາເວັນອອກຄືກັນ ໂດຍພາຍໃນປີ 1993 ຫຼືປີທຳອິດທີ່ເລີ່ມຕິດຕັ້ງຕູ້ອາເຂດຢອດຫຼຽນຂອງເກມນີ້ສະເພາະໃນສະຫະລັດອາເມຣິກາກໍສາມາດເຮັດລາຍຮັບເຂົ້າບໍລິສັດໄດ້ເຖິງ 101 ລ້ານຫຼຽນຯ (ການຢອດຫຼຽນຫຼິ້ນເກມຕູ້ອາເຂດຢູ່ອາເມຣິກາຈະໃຊ້ຫຼຽນ 25 ເຊັນ ຕໍ່ການຫຼິ້ນ 1 ເທື່ອ ເທົ່າກັບວ່າພຽງໃນອາເມຣິກາປະເທດດຽວພາຍໃນເວລາພຽງ 8 ເດືອນນັບຕັ້ງແຕ່ເປີດໃຫ້ບໍລິການຕູ້ອາເຂດຢອດຫຼຽນຂອງ Mortal Kombat II ກໍໄດ້ມີຄົນຫຼິ້ນເກມນີ້ລວມກັນປະມານ 404 ລ້ານເທື່ອເລີຍ)

  • ຜູ້ສ້າງຊີຣີ Mortal Kombat ຈົນດັງແບບສຸດໆໃນຍຸກນັ້ນແມ່ນ ທ່ານເອັດ ບູນ (Ed Boon) ແລະທ່ານຈອນ ໂທໄບແອສ (John Tobias) ໂດຍຕອນທີ່ຮ່ວມກັນສ້າງ Mortal Kombat ນຳກັນ ທ່ານບູນກຳລັງເຮັດວຽກໃນຕຳແໜ່ງລີດໂປຣແກຣມເມີ້ (Lead Programmer), ສ່ວນທ່ານໂຄໄບແອສແມ່ນຮັບໜ້າທີ່ເປັນລີດດີໄຊເນີ້ (Lead Designer) ເຊິ່ງໂຕລະຄອນ Sonya ແລະ Tanya ກໍລ້ວນແຕ່ໄດ້ຮັບແຮງບັນດານໃຈມາຈາກຊື່ນ້ອງສາວຂອງລາວທັງໝົດ. ນອກຈາກນີ້ໂຕລະຄອນ Noob Saibot ກໍມີທີ່ມາຈາກການນຳເອົາຊື່ Boon ແລະ Tobias ມາຂຽນກັບດ້ານນຳ. 

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ ແລະ ເກມ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ:online station

ບົດຄວາມຫຼ້າສຸດ

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...

ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມ ສະຫງົບ ສະໄໝທີ VI ປະກອບມີ 27 ສະຫາຍ ຍິງ 1 ສະຫາຍ

ຊົມເຊີຍ ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໃນຕອນເຊົ້າວັນທີ 6 ສິງຫາ 2025, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ລາຍງານຜົນຂອງກອງປະຊຸມຄັ້ງປະຖົມມະລຶກຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ...

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...