spot_img
Homeຂ່າວຕ່າງປະເທດຫວຽດນາມລະບຸ ສານພິດຈາກໂຮງງານເຫລັກໄຕ້ຫວັນ ກະທົບການທ່ອງທ່ຽວ ແລະ ປະຊາຊົນກວ່າ 2 ແສນຄົນ!

ຫວຽດນາມລະບຸ ສານພິດຈາກໂຮງງານເຫລັກໄຕ້ຫວັນ ກະທົບການທ່ອງທ່ຽວ ແລະ ປະຊາຊົນກວ່າ 2 ແສນຄົນ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 1 ສິງຫາຜ່ານມານີ້ວ່າ ລັດຖະບານຫວຽດນາມ ໄດ້ເປີດເຜີຍຜົນກະທົບ ຈາກກໍລະນີສານພິດ ຊຶ່ງປ່ອຍລົງສູ່ທະເລ ຈາກໂຮງງານເຫລັກທີ່ຄວບຄຸມໂດຍ ບໍລິສັດ Formosa Plastics Group ຊຶ່ງເປັນບໍລິສັດລົງທຶນຂອງໄຕ້ຫວັນ ໄດ້ສົ່ງຜົນກະທົບຕໍ່ວິຖີຊີວິດ ຄວາມເປັນຢູ່ຂອງປະຊາຊົນ ຫລາຍກວ່າ 200,000 ຄົນ ລວມທັງຊາວປະມົງອີກ 41,000 ຄົນ ພ້ອມທັງຍັງທຳລາຍພາກການທ່ອງທ່ຽວ ໃນຫລາຍແຂວງ ທາງພາກກາງຂອງປະເທດອີກດ້ວຍ.

ທັງນີ້ ຈາກການປ່ອຍສານພິດລົງທະເລ ຂອງໂຮງງານແຫ່ງດັ່ງກ່າວ ໄດ້ເຮັດໃຫ້ມີປາປະມານ 115 ໂຕນ ຕາຍ ແລະ ຖືກນ້ຳພັດມາຄ້າງຕາມຊາຍຫາດ ຢູ່ບັນດາແຂວງພາກກາງຂອງຫວຽດນາມ ເປັນໄລຍະຄວາມຍາວຕາມຊາຍຝັ່ງ ກວ່າ 200 ກິໂລແມັດ ໃນເດືອນເມສາຜ່ານມາ ໃນຂະນະທີ່ມີປາລ້ຽງໃນຟາມ ຕາຍອີກ 140 ໂຕນ ແລະ ຫອຍຕາຍອີກ 67 ໂຕນ ສ້າງຄວາມບໍ່ພໍໃຈແກ່ປະຊາຊົນ ເຮັດໃຫ້ເກີດມີການໂຮມຊຸມນຸມປະທ້ວງ ບໍລິສັດດັ່ງກ່າວ.

ແນວໃດກໍຕາມ ທ້າຍເດືອນມິຖຸນາຜ່ານມາ ບໍລິສັດ Formosa ໄດ້ອອກມາຍອມຮັບຜິດ ພ້ອມທັງສັນຍາ ຈະຈ່າຍເງິນຊົດເຊີຍ 500 ລ້ານໂດລາ ເພື່ອທຳຄວາມສະອາດ ແລະ ຊົດເຊີຍໃຫ້ແກ່ຜູ້ທີ່ໄດ້ຮັບຜົນກະທົບ.

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...