HomeມູມໄອທີລາວiPhone 7 ແລະ iPhone 7 Pro ຈະມາພ້ອມກັບໂຕເຄື່ອງ 5 ສີໃຫ້ເລືອກ

iPhone 7 ແລະ iPhone 7 Pro ຈະມາພ້ອມກັບໂຕເຄື່ອງ 5 ສີໃຫ້ເລືອກ

Published on

​ຫຼ້າສຸດນີ້ China Unicom ສາຂາຮ່ອງກົງ ໄດ້ອັບໂຫຼດຮູບພາບກ່ຽວກັບ iPhone 7s ເພື່ອເປັນຄຳໃບ້ບອກໃຫ້ຮູ້ວ່າ iPhone 7s ທີ່ຈະອອກມານີ້ແມ່ນຈະມີກ້ອງຫຼັງເລນຄູ່ ແລະສີໃຫ້ເລືອກເຖິງ 4 ສີໄດ້ແກ່: ສີເທົາ, ສີຟ້າ, ສີຄຳທາຍຣັນ ແລະສີຄຳກຸຫຼາບ. ໂດຍສີີທີ 5 ມີຄວາມເປັນໄປໄດ້ສູງວ່າຈະເປັນສີດຳ. 

ນອກຈາກນີ້ຍັງມີຄົນທີ່ອັບໂຫຼດຮູບຫຼຸດແບບເຣນເດີ້ຂອງ iPhone 7 ທີ່ມີ 5 ສີໄດ້ແກ່: ສີເທົາ, ສີຟ້າເຂັ້ມ, ສີເງິນ, ສີຄຳທາຍຣັນ ແລະສີຄຳກຸຫຼາບ. ສຳລັບຂໍ້ມູນອື່ນໆນອກຈາກສີຂອງໂຕເຄື່ອງຍັງມີຂໍ້ມູນທີ່ວ່າ iPhone 7 Plus ແມ່ນໃຊ້ຊື່ວ່າ iPhone Pro ເປັນຊື່ເອີ້ນກັນຢ່າງເປັນທາງການອີກນຳ. 

ສຳລັບລາຄາຂອງ iPhone 7 ຄາດວ່າຈະປະມານ 5288 ຢວນ (6.445.000 ກີບ) ສຳລັບລຸ້ນ 32GB ແລະ iPhone Pro ປະມານ 6088 ຢວນ (7.420.000 ກີບ) ສຳລັບລຸ້ນ 32GB. ໂດຍທັງສອງເຄື່ອງນີ້ຈະມີຄວາມສາມາດໃນການກັນນ້ຳທີ່ດີກວ່າ iPhone 6s ແຕ່ຍັງບໍ່ດີພໍທີ່ຈະໄດ້ຮັບມາດຕະຖານ IP68. ເຊິ່ງ iPhone 7 ແລະ iPhone 7 Pro ຄາດວ່າ Apple ຈະເປີດໂຕຢ່າງເປັນທາງການໃນຊ່ວງເດືອນກັນຍານີ້. 

ທີ່ມາ:gizmochina

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ ແລະ ເກມ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...