spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ເຈົ້າຫນ້າທີ່ ປກສ ແຂວງຈໍາປາສັກຈັບຕົວໂຈນຊິງຊັບມາດໍາເນີນຄະດີໄດ້

ເຈົ້າຫນ້າທີ່ ປກສ ແຂວງຈໍາປາສັກຈັບຕົວໂຈນຊິງຊັບມາດໍາເນີນຄະດີໄດ້

Published on

ເຈົ້າໜ້າພະແນກສືບສວນ-ສອບສວນ ກອງບັນຊາການ ປກສ ແຂວງຈໍາປາສັກ ລາຍງານວ່າ: ເມື່ອຕົ້ນເດືອນມີນາ 2016 ທີ່ຜ່ານມາ, ນາງ ບຸດຕາ ອາຍ 31 ປີ, ອາຊີບພະນັກງານທະນາຄານແຫ່ງ ສປປ ລາວ ພາກໃຕ້ທີ່ແຂວງຈໍາປາສັກ ໄດ້ເຂົ້າມາແຈ້ງຄວາມຕໍ່ເຈົ້າໜ້າທີ່ ປກສ ເມືອງປາກເຊ ວ່າ: ໄດ້ມີຄົນຮ້າຍ 2 ຄົນ ຂີ່ລົດຈັກ ຍີ່ຫໍ້ຄລິກ 125 ສີແດງ-ຂາວ ມາດຶງເອົາກະເປົາຂອງຜູ້ກ່ຽວ ຢູ່ຕໍ່ໜ້າທະນາຄານແຫ່ງ ສປປ ລາວ ພາກໃຕ້ ເຂດບ້ານປາກເຊ ເມືອງປາກເຊ ແລະ ໃນກາງເດືອນພຶດສະພາ 2016 ທີ່ຜ່ານມາ, ນາງ ລັດຕະນະພອນ ອາຍຸ 21 ປີ, ອາຊີບນັກສຶກສາ ກໍ່ໄດ້ເຂົ້າມາແຈ້ງຄວາມຕໍ່ເຈົ້າໜ້າທີ່ວ່າ: ມີຄົນຮ້າຍ 2 ຄົນ ມາດຶງເອົາກະເປົາເງິນຂອງຜູ້ກ່ຽວ. ຈາກນັ້ນເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ກໍ່ໄດ້ສົມທົບກັບພະແນກສືບຂ່າວອາຍາ ແລະ ປກສ ເມືອງປາກເຊ ລົງເຄື່ອນໄຫວຕິດຕາມກຸ່ມເປົ້າໝາຍ, ມາຮອດຕົ້ນເດືອນພຶດສະພາ ແລະ ກາງເດືອນກໍລະກົດ 2016 ຈິ່ງສາມາດກັກຕົວຜູ້ກໍ່ເຫດໄດ້.

ຜູ້ກໍ່ເຫດດຶງກະເປົາຂອງ ນາງ ບຸດຕາ ແມ່ນທ້າວ ບົວໄລ ອາຍຸ 23 ປີ, ອາຊີບກໍາມະກອນ, ບ້ານເກີດ ແລະ ບ້ານຢູ່ປັດຈຸບັນ ບ້ານໂຊກອໍານວຍ ເມືອງປາກເຊ ແຂວງຈໍາປາສັກ. ຜ່ານການສອບສວນຂອງເຈົ້າໜ້າທີ່, ຜູ້ກ່ຽວຮັບສາລະພາບວ່າ: ໃນວັນທີ 4 ມີນາ 2016, ເວລາປະມານ 10 ໂມງເຊົ້າ ຜູ້ກ່ຽວ ແລະ ໝູ່ຊື່ ທ້າວ ປ໋ອກ ອາຍຸ 26 ປີ, ອາຊີບກໍາມະກອນ ຢູ່ບ້ານສ້າງທ່ຽງ ເມືອງປາກເຊ ໄດ້ພາກັນຂີ່ລົດຈັກຮອນດາ ຄລິກ 125 ສີແດງ-ຂາວ ບໍ່ຈື່ປ້າຍທະບຽນ ເພາະເປັນລົດຂອງນ້ອງເຂີຍ, ພວກກ່ຽວພາກັນຂີ່ລົດອອກຈາກບ້ານໂຊກອໍານວຍ ເມືອງປາກເຊ ໂດຍແມ່ນ ທ້າວ ບົວໄລ ເປັນຄົນຂັບ, ທ້າວ ປ໋ອກ ເປັນຄົນຊ້ອນທ້າຍ, ຈຸດປະສົງແມ່ນເພື່ອພາກັນຂີ່ລົດຫາຊິງຊັບ(ດຶງກະເປົາ)ໃນຕົວເມືອງ, ພໍຂີ່ມາຮອດເສັ້ນທາງແຄມຂອງເຂດບ້ານປາກເຊ ໄດ້ແນມເຫັນຜູ້ຍິງ 2 ຄົນ ຂີ່ລົດຈັກຮອນດາ ສະກຸບປີ້ ສີຂາວ-ດໍາ ປ້າຍທະບຽນ ຈຕ 7847 ຈໍາປາສັກ ຊ້ອນກັນມຸ່ງໜ້າໄປທາງບ້ານໂພນກຸງ, ໃນນັ້ນຜູ້ຊ້ອນທ້າຍໄດ້ເອົາກະເປົາເງິນສີຂາວປົງໄວ້ເທິງຕັກ, ເມື່ອເຫັນແນວນັ້ນ ທ້າວ ປ໋ອກ ຈິ່ງໄດ້ຊວນ ທ້າວ ບົວໄລ ຊິງເອົາ, ເມື່ອຕົກລົງກັນໄດ້ແລ້ວ ທ້າວ ບົວໄລ ຈິ່ງຂີ່ລົດຈັກເຂົ້າໄປຮຽງເບື້ອງຊ້າຍມືຂອງຜູ້ຍິງຊ້ອນທ້າຍ ຕໍ່ມາທ້າວ ປ໋ອກ ກໍ່ດຶງເອົາກະເປົານໍາຜູ້ຍິງທີ່ນັ່ງຊ້ອນທ້າຍ ເມື່ອດຶງເອົາໄດ້ແລ້ວ ພວກກ່ຽວຈິ່ງພາກັນຂີ່ລົດຫຼົບໜີເຂົ້າໄປທາງບ້ານແກ ເມື່ອຮອດປ່າພວກກ່ຽວຈິ່ງກວດເບິ່ງກະເປົາ ເຫັນເງິນກີບ 3 ແສນກີບ, ເງິນບາດ 9 ພັນບາດ(ເງິນໄທ), ໂທລະສັບຍີ່ຫໍ້ຊໍາຊຸງ 1 ໜ່ວຍ, ສໍາລັບເງິນພວກກ່ຽວແບ່ງກັນຄົນລະເຄິ່ງ, ໂທລະສັບແມ່ນ ທ້າວ ບົວໄລເອົາໄປຂາຍ, ສ່ວນກະເປົາໄດ້ຖີ້ມລົງນໍ້າຢູ່ຂົວຫ້ວຍບ້ານແກ, ມາຮອດວັນທີ 13 ກໍລະກົດ ຈິ່ງຖືກເຈົ້າໜ້າທີ່ກັກຕົວ.

ພ້ອມນີ້ເຈົ້າໜ້າທີ່ຍັງສາມາດກັກຕົວ ທ້າວ ສຸກພະຈັນ(ຫົວແດງ) ອາຍຸ 20 ປີ, ອາຊີບກໍາມະກອນ, ບ້ານເກີດ ໂພນສະອາດ ເມືອງປາກເຊ, ບ້ານຢູ່ປັດຈຸບັນ ບ້ານໂພນສັນ ເມືອງໂພນທອງ, ຜ່ານມາເຄີຍຖືກດັດສ້າງ 1 ຄັ້ງ ໃນປີ 2014 ຢູ່ຄຸມຂັງແຂວງ, ຂໍ້ຫາເສບຢາເສບຕິດ ກໍານົດ 6 ເດືອນ ແລະ ເຄີຍຕ້ອງໂທດ 1 ຄັ້ງ ໃນປີ 2015 ຢູ່ຄຸມຂັງເມືອງປາກເຊ, ຂໍ້ຫາຊິງຊັບພົນລະເມືອງ, ຖືກສານຕັດສິນຕັດອິດສະຫຼະພາບ 1 ປີ; ທ້າວ ບຸນຍິ່ງ(ຍິ່ງ) ອາຍຸ 22 ປີ, ອາຊີບກໍາມະກອນ, ບ້ານເກີດ ແລະ ບ້ານຢູ່ປັດຈຸບັນ ບ້ານຫ້ວຍເລົາ ເມືອງປາກເຊ, ຜ່ານມາເຄີຍຕ້ອງໂທດ 1 ຄັ້ງ ໃນປີ 2015 ຢູ່ຄຸມຂັງແຂວງ, ຂໍ້ຫານັກເລງອັນທະພານ, ຖືກສານຕັດສິນຕັດອິດສະຫຼະພາບ 8 ເດືອນ; ທ້າວ ສຸກພະຈັນ(ຊາຍນ້ອຍ) ອາຍຸ 17 ປີ, ເປັນຄົນວ່າງງານ, ບ້ານເກີດ ແລະ ບ້ານຢູ່ປັດຈຸບັນ ບ້ານໂພນສະອາດ ເມືອງປາກເຊ, ຜ່ານມາບໍ່ເຄີຍຕ້ອງໂທດ ແລະ ທ້າວ ແສງເພັດ(ໜຶ່ງ) ອາຍຸ 19 ປີ, ເປັນຄົນວ່າງງານ, ບ້ານເກີດ ແລະ ບ້ານຢູ່ປັດຈຸບັນ ບ້ານໂພນສະອາດ ເມືອງປາກເຊ, ຜ່ານມາເຄີຍຖືກດັດສ້າງ 3 ຄັ້ງ ໃນປີ 2012, 2013 ແລະ 2014 ຖືກດັດສ້າງຢູ່ຄຸມຂັງແຂວງ, ຂໍ້ຫາເສບຢາເສບຕິດ ປະເພດຢາບ້າ ກໍານົດ 3 ເດືອນ, 6 ເດືອນ ແລະ 9 ເດືອນ(ຄອບຄົວຝາກ). ພວກກ່ຽວຖືກກັກຕົວໃນວັນທີ 3 ມີຖຸນາ 2016 ຂໍ້ຫາຊິງຊັບພົນລະເມືອງ(ດຶງກະເປົາ) ແລະ ເສບຢາເສບຕິດ ປະເພດຢາບ້າ.

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ ພວກກ່ຽວສາລະພາບວ່າ: ແຕ່ຕົ້ນເດືອນພຶດສະພາ ຫາຕົ້ນເດືອນມີຖຸນາ 2016 ໄດ້ເຄື່ອນໄຫວຊິງຊັບພົນລະເມືອງ 4 ຄັ້ງ, ຄັ້ງສຸດທ້າຍແມ່ນຊິງຊັບ(ດຶງກະເປົານັກທ່ອງທ່ຽວຊາວຝຣັ່ງ ໄດ້ເງິນກີບ 1 ລ້ານກ່ວາກີບ, ພາສະປອດ 2 ຫົວ, ໂທລະສັບຍີ່ຫໍ້ຊໍາຊຸງສີດໍາ 1 ໜ່ວຍ, ບັດເຄດິດ ແລະ ບັດຂັບຂີ່ຢ່າງລະ 1 ບັດ, ສ່ວນກະເປົ່າແມ່ນຖີ້ມລົງທົ່ງນາ. ຕໍ່ພຶດຕິກໍາດັ່ງກ່າວຂອງພວກກ່ຽວນັ້ນ ແມ່ນຜິດຕໍ່ມາດຕາ 76 ຂອງກົດໝາຍວ່າດ້ວຍຢາເສບຕິດ ແລະ ມາດຕາ 119, 146 ຂອງກົດໝາຍອາຍາແຫ່ງ ສປປ ລາວ ເພາະມັນແຕະຕ້ອງເຖິງກໍາມະສິດ ແລະ ຊັບສິນຂອງບຸກຄົນ. ສໍາລັບຄະດີແມ່ນຍັງຢູ່ໃນຂັ້ນຕອນດໍາເນີນການຂອງເຈົ້າໜ້າທີ່.


ຂ່າວ-ພາບ: ທູນທອງໃຈ
ທີ່ມາ: ຫນັງສືພິມ ຈຳປາໃຫມ່

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...