spot_img
Homeຂ່າວພາຍ​ໃນທ່ານ ສະເຫຼີມໄຊ ຕ້ອນຮັບການເຂົ້າອຳລາຂອງ ອຸປະທູດອີຢູ

ທ່ານ ສະເຫຼີມໄຊ ຕ້ອນຮັບການເຂົ້າອຳລາຂອງ ອຸປະທູດອີຢູ

Published on

ໃນ​ວັນ​ທີ 01 ສິງຫາ 2016, ທີ່ ກະຊວງ​ການ​ຕ່າງປະ​ເທດ, ພະ​ນະທ່ານ ສະ​ເຫຼີມ​ໄຊ ກົມ​ມະ​ສິດ, ລັດ​ຖະ​ມົນ​ຕີ​​ກະ​ຊວງ​ການ​ຕ່າງ​ປະ​ເທດ, ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ອຳ​ລາຂອງ ທ່ານ Michel Goffin, ​ອຸປະ​ທູດ ອີ​ຢູ. ໃນ​ໂອ​ກາດ​ດັ່ງ​ກ່າວ, ທ່ານລັດ​ຖະ​ມົນ​ຕີ​​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ​ ​ແລະ ຊົມ​ເຊີຍ​ທ່ານ ອຸປະ​ທູດ ທີ່​ໄດ້​ເຮັດ​ໜ້າ​ທີ່​ສຳ​ເລັໜ້າ​ທີ່​ການ​ທູດຢູ່ ສ​ປ​ປ​ ລາວ ​ແລະ ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າ​ງຈິງ​ໃຈ​ຕໍ່​ການ​ສະໜັບ​ສະ​ໜຸນ ​ແລະ ​ການ​ຊ່ວຍ​ເຫຼືອຂອງ​ສະຫະພາບ​ເອີຣົບ ທີ່ມີ​ຕໍ່ ສ​ປ​ປ ລາວ ໃນ​​ໄລ​ຍະ​ຜ່ານ​ມາ, ຊຶ່ງ​ເປັນ​ການ​ປະ​ກອບ​ສ່ວນ​ອັນ​​ສຳຄັນ ເຂົ້າ​ໃນ​ການ​ພັດ​ທະ​ນາ​ປະ​ເທດ​ ເພື່ອ​ນຳ​ເອົາ​ ສປປ ລາວ ​ອອກ​ຈາກ​ສະ​ຖາ​ນະ​ພາບ​ປະ​ເທດ​ດ້ອຍ​ພັດ​ທະ​ນາ​ໃນ​ປີ2020.

ພ້ອມ​ດຽວ​ກັນ​ນີ້, ທ່ານ​ລັດ​ຖະ​ມົນ​ຕີ​ ຍັງ​ໄດ້ປຶກ​ສາ​ຫາ​ລື​ບາງ​ທິດ​ທາງທີ່​ຈະ​ສືບ​ຕໍ່​ເສີມ​ຂະ​ຫ​ຍາຍ​ການ​ພົວ​ພັນ​ຮ່ວມ​ມື​ໃນ​ຕໍ່​ໜ້າ ​ແລະ ບັນຫາ​ທີ່​ຍັງ​ຄ້າງ​ຄາ ​ເພື່ອ​ຈະ​ໄດ້​ປັບປຸງ ​ແລະ ​ເສີມຂະ​ຫຍາຍ​ສາຍ​ພົວ​ພັນ​​​ ​ແລະ ການ​ຮ່ວມ​ມື​ລະ​ຫວ່າງ ລາວ-​ອີ​ຢູ ໃຫ້​ນັບ​ມື້​ນັບດີ​ຂຶ້ນພ້ອມ​ທັງ​ສະ​ແດງ​ຄວາມ​ຫວັງ​ວ່າ​ສາຍ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ພົວ​ພັນ​ຮ່ວມ​ມື ​ລະ​ຫວ່າງ​ສອງ​ຝ່າຍຈະ​ສືບ​ຕໍ່​ຮັດແໜ້ນ​ ແລະ ຂະ​ຫຍາຍ​ຕົວ​ຍິ່ງ​ຂຶ້ນ​ໃນ​ອະນາຄົດ.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...