spot_img
Homeປະເພນີ-ວັດທະນະທຳຫຼວງພະບາງ ກຽມທຸກເງື່ອນໄຂ ເພື່ອປະກາດເປັນເມືອງວັດທະນະທຳ

ຫຼວງພະບາງ ກຽມທຸກເງື່ອນໄຂ ເພື່ອປະກາດເປັນເມືອງວັດທະນະທຳ

Published on

 ຫຼວງພະບາງ ເມືອງມໍລະດົກໂລກ ປະຈຸບັນກຳລັງກະກຽມ ຈະປະກາດເປັນເມືອງວັດທະນະທໍາ, ເຫັນໄດ້ຈາກຝ່າຍອໍານາດການປົກຄອງແຂວງ

ໄດ້ເອົາໃຈໃສ່ຊີ້ນໍາໆພາ ແລະໃຫ້ການສະໜັບ ໜູນດ້ານທຶນຮອນໃນການອະນຸລັກວັດທະນະທໍາຮີດຄອງປະເພນີອັນດີງາມຂອງຊາດຂອງທ້ອງຖິ່ນໄວ້ຢ່າງແຂງແຮງ, ສະເພາະປີ 2015 ຜ່ານມາ ຫຼວງພະບາງສ້າງບ້ານວັດທະນະທໍາໄດ້ 30 ບ້ານ, ມາຮອດປະຈຸບັນທົ່ວແຂວງ ມີບ້ານວັດທະນະທໍາແລ້ວ 466 ບ້ານ.

ອີງຕາມເອກະສານທີ່ລາຍງານໂດຍທ່ານ ຄໍາໝັ້ນ ຈັນທະລັງສີ ຮອງເຈົ້າແຂວງຫຼວງພະບາງຕໍ່ກອງປະຊຸມ ຖວທ ທົ່ວປະເທດທີ່ຈັດຂຶ້ນຫວ່າງບໍ່ດົນມານີ້ວ່າ: ໃນໄລຍະຜ່ານມາການສົ່ງເສີມ ແລະອະນຸລັກວັດທະນະທໍາອໍານາດການປົກຄອງແຂວງພວກເຮົາໄດ້ເອົາໃຈໃສ່ຊີ້ນໍາໆພາ, ຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ໂດຍໄດ້ຫັນລົງກໍ່ສ້າງຮາກຖານປຸກລະດົມຂະບວນການສ້າງຊິວິດວັດທະນະທໍາໃຫ້ແກ່ປະຊາຊົນບັນດາເຜົ່າຢ່າງແຂງແຮງ ແລະໄດ້ຮັບການປະກອບສ່ວນຂອງທຸກໆພາກສ່ວນກາຍເປັນກິດຈະກໍາຂອງມະຫາຊົນຢ່າງແທ້ຈິງດ້ວຍການກໍານົດເປັນແຜນ ພັດທະນາເສດຖະກິດ-ສັງຄົມຂອງແຂວງ, ເມືອງຊຶ່ງເຫັນວ່າ ໄດ້ກາຍເປັນຂະບວນຟົດຟື້ນ ແລະ ມີການແຂ່ງຂັນກັນຢ່າງຄຶກຄື້ນພໍ ສົມຄວນ, ສະເພາະປີ 2015 ຜ່ານມານີ້ ສາມາດສ້າງບ້ານວັດ ທະນະທໍາໄດ້ຈໍານວນ 30 ບ້ານ, ມາຮອດປະຈຸບັນ ທົ່ວແຂວງມີ ບ້ານວັດທະນະທໍາແລ້ວ 466 ບ້ານ, ມີຄອບຄົວວັດທະນະທໍາ 49 ພັນກວ່າຄອບຄົວ ແລະສ້າງກຸ່ມບ້ານວັດທະນະທໍາໄດ້ 12 ກຸ່ມ.

ສໍາລັບສູນວັດທະນະທໍາເດັກ ກໍໄດ້ມີສ່ວນຮ່ວມໃນການອະນຸລັກຮັກສາວັດທະນະທໍາຂອງຊາດດ້ວຍວິທີການສ້າງໃຫ້ມີກິດຈະກໍາຫຼາຍຢ່າງເຊັ່ນ: ການອະນຸລັກດົນ ຕີພື້ນເມືອງ, ການຟ້ອນລໍາ ແລະອື່ນໆ ປະກອບສ່ວນສະແດງຮັບໃຊ້ ວຽກງານລວມຂອງແຂວງ, ມີກິດຈະກໍາການແຕ້ມ, ປັ້ນ, ຫຼໍ່ ຊຶ່ງທັງໝົດນັ້ນ ລ້ວນແຕ່ເປັນການສ່ອງ ແສງ ແລະກະທົບໃສ່ສັງຄົມໃຫ້ດັດປັບສິ່ງທີ່ຫຍໍ້ທໍ້ກັບກາຍມາເປັນສິ່ງດີມີປະໂຫຍດ ແລະຍັງໄດ້ຂະຫຍາຍຫ້ອງອ່ານຕິດພັນກັບສູນວັນທະນະທໍາເດັກ ແຕ່ລະເມືອງຕື່ມອີກ.

ພວກເຮົາຍັງຮັກສາໄດ້ຊື່ສຽງຮຽງນາມເມືອງມໍລະດົກໂລກໄວ້ເປັນຢ່າງດີ ຊຶ່ງປີກາຍນີ້ກໍໄດ້ຈັດພິທີສະເຫຼີມສະຫຼອງ ຫຼວງພະບາງ ເມືອງມໍລະດົກໂລກຄົບຮອບ 20 ປີ ແລະພວມກະກຽມທຸກເງື່ອນໄຂ ເພື່ອປະກາດຮັບຮອງເອົາເມືອງ ຫຼວງພະບາງ ເປັນເມືອງວັດທະນະທໍາໃນອະນາຄົດອັນໃກ້ນີ້.

ທີ່ມາຈາກ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...