spot_img
Homeຂ່າວພາຍ​ໃນຕົ້ນປີ 2015 ຈະລົງມືປັບປຸງຜັງເມືອງໃຫມ່ໄຊຍະບູລີ

ຕົ້ນປີ 2015 ຈະລົງມືປັບປຸງຜັງເມືອງໃຫມ່ໄຊຍະບູລີ

Published on

ບໍລິສັດ ນິກເກັງເຊັກເກ ວິສະວະກຳ ຈຳກັດ ປະເທດຍີ່ປຸ່ນ ໄດ້ຜ່ານການອອກແບບ ຄິດໄລ່ຜັງເມືອງໃນຂອບເຂດ

ເທສະບານເມືອງໄຊຍະບູລີ ເຊິ່ງໂຄງການດັ່ງກ່າວໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ຕົ້ນ ເດືອນກັນຍາ ປີ 2013 ແລະ

ຄາດວ່າການອອກແບບຄິດ ໄລ່ຜັງເມືອງຈະໃຫ້ສຳເລັດ ໃນເດືອນພະຈິກ 2014 ນີ້. ຈາກນັ້ນຕົ້ນປີ 2015 ຈະລົງ

ມືຈັດຕັ້ງປະຕິບັດໂຄງການອອກແບບປັບປຸງຜັງເມືອງ ໃນເທສະບານແຂວງໄຊຍະບູລີ.

 

ກອງປະຊຸມຜ່ານແບບຜັງເມືອງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 20 ມິຖຸນາ 2014 ຜ່ານມານີ້, ຢູ່ທີ່ຫ້ອງປະຊຸມ

ພະແນກໂຍທາທິການ ແລະ ຂົນສົ່ງແຂວງໄຊຍະບູລີ, ໂດຍເຂົ້າຮ່ວມມີ ທ່ານ ຍັນຍົງ ສີປະເສີດ, ຮອງເຈົ້າແຂວງ

ໄຊຍະບູລີ, ມີຫົວໜ້າ, ຮອງຫົວໜ້າຂະແໜງການທີ່ກ່ຽວຂ້ອງ ພ້ອມດ້ວຍພະນັກງານວິຊາການບໍລິສັດ ນິກເກັງ

ເຊັກເກ ວິສະວະກຳ ຈຳກັດ ແລະ ນາຍບ້ານໃນເທສະບານແຂວງເຂົ້າຮ່ວມ.

 

ໂຄງການນີ້ມີເນື້ອທີ່ທັງໝົດ 3.400 ເຮັກຕາ ໃນນີ້ເບື້ອງຕາເວັນອອກ ກວມເອົາ 930 ເຮັກຕາ ແລະ ເບື້ອງຕາ

ເວັນຕົກເມືອງເກົ່າກວມເອົາ 2.470 ເຮັກຕາ ໃນມາດຕາ ສ່ວນ 1/5.000 ປະກອບມີໜ້າວຽກເຊັ່ນ: ການວິເຄາະ

ສະພາບປັດຈຸບັນ, ການກຳນົດພື້ນທີ່ພັດທະນາຕົວເມືອງ  ນະໂຍບາຍໃນການພັດທະນາ ແລະ ການພັດທະນາ

ພື້ນຖານໂຄ່ງລ່າງ.  ຈາກນັ້ນ ທີ່ປະຊຸມຍັງໄດ້ປະກອບຄຳຄິດຄຳເຫັນໃສ່ແຜນວາດຕົວຈິງ ທີ່ກຳນົດການພັດທະນາ

ໃນແຕ່ລະຈຸດຄື: ສະຖານີບຳບັດນໍ້າ, ນໍ້າເປື້ອນ, ອອກແບບຄິດໄລ່ວາງແຜນສວນກິລາ, ທີ່ພັກອາໄສ,ເຂດການຄ້າ,

ເຂດວັດທະນະທຳ ແລະ ການທ່ອງທ່ຽວ.

 

ຈຸດປະສົງການປັບປຸງສ້າງ ແຜນຜັງເມືອງໃນເທສະບານ ແຂວງຄັ້ງນີ້ກໍ່ເພື່ອເປັນການ ສ້າງແຜນຍຸດທະສາດ,

ສ້າງວິໄສທັດໃນການພັດທະນາຕົວເມືອງ ໃຫ້ກ້າວໄປສູ່ເປັນຕົວເມືອງທີ່ທັນສະໄໝ ແລະ ສົມບູນແບບ ແລະ

ຕິດພັນກັບຄວາມຍືນຍົງທາງດ້ານສິ່ງແວດລ້ອມ.

 

ແຫຼ່ງຂ່າວ: www.kongthap.gov.la

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...