Homeນານາສາລະວິທີກຳຈັດກິ່ນເໝັນຂອງເສື້ອຜ້າໃຫ້ຫາຍໄປໂດຍບໍ່ຕ້ອງຊັກຊ້ຳອີກ

ວິທີກຳຈັດກິ່ນເໝັນຂອງເສື້ອຜ້າໃຫ້ຫາຍໄປໂດຍບໍ່ຕ້ອງຊັກຊ້ຳອີກ

Published on

ຊ່ວງນີ້ເປັນລະດູຝົນ ແນ່ນອນເລີຍວ່າຫຼາຍຄົນຄົງຈະໄດ້ພົບກັບບັນຫາກິ່ນເໝັນໃນເສື້ອຜ້າ ຖ້າຈະຊັກເຄື່ອງໃໝ່ກໍ່ສຸດແສນຈະຄ້ານ ບັນຫາເຫຼົ່ານັ້ນຈະໝົດໄປ ເພາະວັນນີ້ພວກເຮົາມີວິທີ ກຳຈັດກິ່ນເໝັນໃນເສື້ອຜ້າມາຝາກກັນ ເຊິ່ງຈະມີວິທີໃດແນ່ນັ້ນເຮົາມາອ່ານກັນເລີຍ

ສູດຖ່ານດັງໄຟດູດກິ່ນໄດ້ດີທີ່ສຸດ

ອີກໜຶ່ງຕົວຊ່ວຍໃນການດັບກິ່ນນີ້ຄືຖ່ານດັງໄຟ ພຽງແຕ່ທ່ານນຳຖ່ານໜຶ່ງກ້ອນໃສ່ໄວ້ໃນຖົງຕີນບາງໆ ຫຼື ບາຂາຂອງແມ່ຍິງ ແລ້ວເອົາໄປໃສ່ໃນຕູ້ເສື້ອຜ້າ ປະໄວ້ຢ່າງໜ້ອຍໜຶ່ງຄືນ ພຽງເທົ່ານີ້ກິ່ນເສື້ອກໍ່ຈະຈາງລົງແລ້ວ

ນຳເສື້ອຜ້າອອກໄປຕາກແດດ ແລະ ລົມອີກຄັ້ງ

ເພາະເສື້ອຜ້າທີ່ຕາກໃນວັນຝົນຕົກຍັງບໍ່ແຫ້ງດີປານໃດມັນເລີຍເຮັດໃຫ້ເກີດມີແບັດທີເຣຍ ແລະ ເຮັດໃຫ້ມີກິ່ນອັບເໝັນໃນເສື້ອຜ້າ ສະນັ້ນການນຳເສື້ອຜ້າທີ່ຊັກໄປຕາກແດດແລະຕາກລົມອີກຄັ້ງກໍ່ຈະເຮັດໃຫ້ກິ່ນເໝັນນັ້ນຫາຍໄປໄດ້

ແຊ່ເສື້ອຜ້າໄວ້ໃນຊ່ອງແຂງ

ສຳລັບເສື້ອຜ້າທີ່ພັບໄວ້ໃນຕູ້ເປັນເວລາດົນຈະເຮັດໃຫ້ເກີດມີກິ່ນອັບເໝັນສາບ ດັ່ງນັ້ນຈິ່ງຂໍແນະນຳໃຫ້ນຳເສື້ອຍັດໃສ່ຖົງຢາງ ແລະ ມັດ ຫຼື ຮີດປາກຖົງຢາງໃຫ້ແໜ້ນສະໜິດດີຈາກນັ້ນກໍ່ເອົາໄປແຊ່ໄວ້ທີ່ຊ່ອງແຂງໃນຕູ້ເຢັນ ໃຊ້ເວລາ 2 ຊົ່ວໂມງ ຈິ່ງນຳມາອອກມາລີດນຸ່ງ ພຽງເທົ່ານີ້ກິ່ນສາບເສື້ອກໍ່ຈະຈາງຫາຍໄປແລ້ວ

 

ທີ່ມາ: http://home.kapook.com/view151670.html

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...