spot_img
Homeວິທະຍາສາດ-ວິທະຍາການນັກວິທະຍາສາດ ສາມາດສ້າງເນື້ອເຫຍື່ອຂອງມະນຸດໄດ້ແລ້ວ

ນັກວິທະຍາສາດ ສາມາດສ້າງເນື້ອເຫຍື່ອຂອງມະນຸດໄດ້ແລ້ວ

Published on

ມີ​ສອງ​ບໍລິສັດ​ຂອງ Israel ທີ່ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ໃຊ້​ເຄື່ອງພິມ 3 ມິ​ຕິ ​ເພື່ອໃຫ້ເກີດ​ສະພາບ​ແວດ​ລ້ອ​ມທີ່ stem cells ສາມາດ​ຈະ​ກັບກາຍເປັນ​ເນື້ອເຫຍື່ອສະເພາະແນວໃດແນວໜຶ່ງ ​ໃນ​ອະນາ​ຄົດ​ອັນ​ໃກ້​ນີ້ ​ເທັກ​ໂນ​ໂລ​ຢີ​ໃໝ່ນີ້ ຈະສາມາດນຳມາໃຊ້ ເພື່ອ​ທົດ​ລອງ​ຢາຊະນິດໃໝ່ ​ທັງ​ຍັງສາມາດ​ເປີດ​ໂອກາດ​ໃຫ້ມີຄວາມ​ເປັນ​ໄປ​ໄດ້ວ່າ ຈະເຮັດອະ​ໄວ​ຍະ​ວະໃໝ່ຂຶ້ນມາ ​ເພື່ອ​ທຳການ​ສັບປ່ຽນ.ອະ​ໄວ​ຍະ​ວະ​ຕ່າງໆ

​ໃນ​ປີ 2006 ນັກວິທະຍາສາດ​ຊາວຍີ່ປຸ່ນ ທ່ານ Shinya Yamanaka ​ແລະ​ ຄະນະ​ຂອງ​ເພິ່ນ ​ໄດ້​ຄົ້ນ​ພົບ​ວ່າ ​ແຊ​ລທຳມະດາສາມັນຂອງ​ມວນ​ມະນຸດ​ເຮົາ​ ​ເຊັ່ນ​ແຊ​ລຂອງ​ຜີວ​ໜັງ ກໍອາດ​ຈະ​ສາມາດ​ປ່ຽນ​ມາ​ເປັນສ​ແຕມ​ແຊລກໍໄດ້ ເຊຶ່ງໃນເມື່ອກ່ອນໄດ້ເກັບ​ກູ້​ມາ​ຈາກ​ເດັກອ່ອນ​ທີ່ຫາກໍຈໍ່​ໂຕຂຶ້ນມາ​ນັ້ນ​. ຍ້ອນ​ຄວາມ​ເປັນ​ຫ່ວງໃນ​ທາງຈັນຍາບັນໃນການ​ເກັບ​ເອົາສ​ແຕມ​ແຊລ​ອອກ​ມາ ​ພວກ​ນັກວິ​ໄຈທັງຫຼາຍ​ໃນ​ທົ່ວ​ໂລກ ​ຈຶ່ງໄດ້​ພາກັນ​ທົດ​ລອງຫາທາງ ສ້າງ​ເນື້ອ​ເຫຍື່ອ​ຂຶ້ນມາໃໝ່.

ແຊລທີ່​ເອີ້ນ​ວ່າ Induced pluripotent ສ​ແຕມ​ແຊລ ຫຼື IPS ແຊລ ປະຈຸ​ບັນ​ນີ້ ແມ່ນ​ນຳ​ມາ​ໃຊ້​ທົດ​ແທນ​ເນື້ອ​ເຫ​ຍື່ອໃນ​ຮ່າງກາຍມະນຸດ​ເຮົາທີ່​ສູນເສຍໄປຍ້ອນພະຍາດ ຫຼື ບາດ​ເຈັບ. ຂັ້ນ​ຕອນການ​ປະຕິບັດ​ງານ​ນີ້ ຍັງຊັກ​ຊ້າ​ຢູ່ ​ແຕ່​ວ່າ ບໍລິສັດເຄື່ອງພິມ 3 ມິ​ຕິ Nano Dimension ​ແລະ Accellta ​ທີ່​ສ້າງ IPS ແຊລ ກ່າວ​ວ່າ ດຽວ​ນີ້ ພວກ​ເຂົາ​ເຈົ້າ​ໄດ້ທົດ​ລອງ ເຄື່ອງພິມ 3 ມິ​ຕິ ແລ້ວ ແລະ ສາມາດ​ຜະລິດ​ stem cells ມະນຸດໄດ້ໄວຂຶ້ນ. ​

ແຫລ່ງຂ່າວຈາກ: ສຳນັກຂ່າວ VOA Lao

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...